Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ດ່ານນໍ້າເຫືອງເກັບລາຍຮັບໄດ້ 263ຕື້ກວ່າກີບໃນໄລຍະ 9ເດືອນ

Posted on 15/10/202116/10/2021 By ປະກາດ Pakaad No Comments on ດ່ານນໍ້າເຫືອງເກັບລາຍຮັບໄດ້ 263ຕື້ກວ່າກີບໃນໄລຍະ 9ເດືອນ

ຕາມການສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ປະຈໍາ 9 ເດືອນ ປີ 2021 ຂອງດ່ານພາສີສາກົນ ຂົວມິດຕະພາບນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນ 9 ເດືອນ ປີ 2021, ສາມາດເກັບລາຍຮັບໄດ້ທັງໝົດ 263 ຕື້ກວ່າກີບ ທຽບໃສ່ແຜນການປີ ປະຕິບັດໄດ້ 70,18%.

ໃນນີ້, ລາຍຮັບພາກສ່ວນພາສີ 101 ຕື້ກວ່າກີບ ຊຶ່ງລວມມີ ຄ່າຊັກພິເສດ 179 ລ້ານກວ່າກີບ, ພາສີຂາເຂົ້າ 36 ຕື້ກວ່າກີບ, ຄ່າທໍານຽມຕ່າງໆ 1 ຕື້ກວ່າກີບ, ຄ່າທໍານຽມຄັງແຮ 61 ຕື້ກວ່າກີບ, ຄ່າປັບໃໝ 4.900.000 ກວ່າກີບ, ຫຼຸດຜ່ອນຕາມນະໂຍບາຍການລົງທຶນ 1 ຕື້ກວ່າກີບ ແລະ ສິນຄ້າຜ່ານດ່ານ (ນໍາເຂົ້າເພື່ອສົ່ງອອກ) 72 ລ້ານກວ່າກີບ.

ລາຍຮັບພາກສ່ວນອາກອນ 162 ຕື້ກວ່າກີບ ລວມມີອາກອນການຊົມໃຊ້ 102 ຕື້ກວ່າກີບ, ອາກອນມູນຄ່າເພີ່ມ 59 ຕື້ກວ່າກີບ ແລະ ອາກອນກໍາໄລ 3.900.000 ກວ່າກີບ.

ຂ່າວ-ພາບ: ແກ່ນທ້າວ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ອົດທົນນໍາກັນເດີພີ່ນ້ອງສືບຕໍ່ມາດຕະການໄປອີກ15ວັນ
Next Post: ລົມໜາວມາຮອດແລ້ວເດີພີ່ນ້ອງ

Related Posts

ຂ່າວດ່ວນເລື່ອນການລົງທະບຽນເບີຮອດທ້າຍເດືອນມີນາປີໜ້າ Featured
ຜົນສຳເລັດຂອງກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນມັງກອນ 2022 Featured
ກອງປະຊຸມຄະນະລັດຖະບານ ປະຈໍາເດືອນສິງຫາ 2020 ມີຫຼາຍປະເດັນຖືກຮັບຮອງ ຂ່າວສານບ້ານເມືອງ
ດ່ວນ! ນາຍົກລັດຖະມົນຕີ ແຕ່ງຕັ້ງ ຄະນະ ແກ້ໄຂວິກິດ ນໍ້າມັນເຊື້ອໄຟ, ລາຄາສິນຄ້າ ແລະ ເງິນຕາ Featured
ພະຍາກອນອາກາດປະຈໍາວັນ 5/10/2021 Featured
ເປີດໂຄງການຜະລິດກະສິກໍາແບບຍືນຍົງຂອງກຸ່ມຜະລິດບ້ານດອນເງິນ ຂ່າວສານບ້ານເມືອງ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme