Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ແຈ້ງເຕືອນ ພາຍຸມູລານ Mulan ສະບັບທີ 2

Posted on 10/08/202210/08/2022 By ປະກາດ Pakaad No Comments on ແຈ້ງເຕືອນ ພາຍຸມູລານ Mulan ສະບັບທີ 2

ລົມພາຍຸໝູນເຂດຮ້ອນ ມູລານ (Mulan) ຫົວທີ 7 ແລະ ຈະເຄືອນທີ່ໄປທາງເກາະໄຮໜານຂອງປະເທດຫຽວດນາມໃນວັນທີ 10 ຫາ 11 ສິງຫາ 2022, ສົມທົບກັບລົມມໍລະສຸມຕາ ເວັນຕົກ ສ່ຽງ ໃຕ້ ພັດປົກຄຸມດ້ວຍກຳລັງແຮງ, ຊື່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກ້ວາງ ແລະ ຕົກໜັກ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖີ່ນ ແຂວງພາກກາງ ລົງຫາ ພາກໃຕ້. ຈາກນັ້ນໃນ ໄລຍະ ວັນທີ່ 12 ຫາ 13 ສິງຫາ 2022 ນີ້. ພາຍຸໝູນເຂດຮ້ອນ ຈະເຄື່ອນເຂົ້າທາງເຂດພາກເໜືອ ຂອງປະເທດລາວ.ຊື່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກ້ວາງ ແລະ ຕົກໜັກ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖີ່ນ ແຂວງພາກເໜືອ ແລະ ພາກາງ.

• ໃນວັນທີ 10 ຫາ 11 ສິງຫາ 2022, ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖີ່ນ ແຂວງພາກກາງ ແລະ ພາກໃຕ້ ເຊັ່ນ: ແຂວງ ສາລະວັນ, ຈໍາປາສັກ, ອັດຕະປື ແລະ ເຊກອງ.

• ໃນວັນທີ 12 ຫາ 13 ສິງຫາ 2022, ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ຕົກໜັກ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖີ່ນ ແຂວງພາກເໜືອ ແລະ ພາກກາງ ເຊັ່ນ: ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫັວນນະເຂດ.

ດັ່ງນັ້ນຈື່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາ ເຂດແຂວງດັ່ງກ່າວໂດຍສະເພາະຢູ່ແຄມແມ່ນໍ້າຕ່າງໆ ຈົ່ງມີສະຕິລະມັດ ລະວັງຕໍ່ສະ ພາບຝົນຕົກໜັກ, ລົມພັດແຮງ ແລະ ຝົນຕົກຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນ້ຳຖ້ວມອັ່ງ ແລະ ນ້ຳຖ້ວມຊຸ ທີ່ຈະເກີດຂື້ນຢູ່ບາງທ້ອງຖີ່ນໃນແຕ່ລະພາກ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ ວັນທີ 09 ຫາ 13 ສິງ ຫາ 202 ນີ້.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນພາຍຸເຂດຮ້ອນ ວັນທີ 09-12 ສິງຫາ 2022
Next Post: ແຈ້ງເຕືອນພາຍຸໝຸນເຂດຮ້ອນ Mulan ປະຈໍາວັນທີ 11 ສິງຫາ 2022

Related Posts

ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ລາວ-ຣັດເຊຍ ຄົບຮອບ 60 ປີ Featured
ຂ່າວດ່ວນ! ປັບລາຄານໍ້າມັນຂຶ້ນທຸກປະເພດ ເລີ່ມ 30 ເມສາ 2022 Featured
ດ່ວນທີ່ສຸດ! ນະຄອນຫຼວງວຽງຈັນ ອອກແຈ້ງການໃໝ່ ເພີ່ມມາດຕະການເດັດຂາດ Featured
ປະກາດຫາເຈົ້າຂອງລົດຈັກ ຈໍານວນ 4 ຄັນ Featured
ມາດຕະການໃໝ່ ຈາກກະຊວງສຶກສາທິການແລະກິລາ ໃນການຮັບມືໂຄວິດ-19 Featured
ຊົມເຊີຍ! ປະຊາຊົນບ້ານໂພນຄໍາ ສ້າງຂົວໄມ້ຊ່ວຍກັນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme