Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ແຈ້ງເຕືອນສະບັບທີ2ລະວັງພາຍຸເຂົ້າ

Posted on 07/10/202108/10/2021 By ປະກາດ Pakaad No Comments on ແຈ້ງເຕືອນສະບັບທີ2ລະວັງພາຍຸເຂົ້າ

ພາຍຸໝຸນເຂດຮ້ອນ ຈະພັດຜ່ານ ເຂົ້າທຸກພາກ ຂອງລາວ 7-11 ຕຸລາ ນີ້.

ຕາມແຈ້ງເຕືອນ ພາຍຸເຂດຮ້ອນ, ສະບັບທີ 2 ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ: ໃນເວລາ 7:15 ໂມງ ຂອງວັນທີ 7 ຕຸລາ 2021 ພາຍຸດີເປຣຊັນ ໄດ້ປົກຄຸມຢູ່ເຂດທະເລຈີນໃຕ້ຕອນກາງ ມີຈຸດສູນກາງຢູ່ເສັ້ນຂະໜານທີ 16.4 ອົງສາເໜືອ ແລະ ເສັ້ນແວງທີ 112.3 ອົງສາຕາເວັນອອກ ກໍາລັງເຄື່ອນໃນທິດຕາເວັນຕົກສ່ຽງເໜືອ.

ຄາດວ່າຈະເພີ່ມກຳລັງແຮງຂຶ້ນກາຍເປັນພາຍຸໝຸນເຂດຮ້ອນ ໃນຕອນເຊົ້າມື້ອື່ນ ແລະ ສືບຕໍ່ເຄື່ອນທີ່ຜ່ານເກາະໄຮໜຳ ແລ້ວມຸ່ງໜ້າໄປຜ່ານພາກເໜືອຂອງປະເທດຫວຽດນາມ ໃນໄລຍະວັນທີ 10-11 ຕຸລາ 2021 ນີ້, ເຊິ່ງຕະຫລອດການເຄື່ອນທີ່ຂອງພາຍຸຫົວນີ້ ຈະສົ່ງຜົນກະທົບຕໍ່ສະພາບອາກາດໃນເຂດພາກເໜືອ, ພາກກາງ ແລະ ພາກໃຕ້ຂອງ ສປປ ລາວ.

ໄລຍະວັນທີ 7-9 ຕຸລາ 2021: ຈະມີຝົນຕົກປານກາງ ຫາ ໜັກ ແລະ ລົມພັດແຮງ ຢູ່ບາງທ້ອງຖິ່ນແຂວງພາກໃຕ້ ແລະ ພາກກາງ ເຊັ່ນ: ແຂວງ ອັດຕະປື, ຈໍາປາສັກ, ເຊກອງ, ສາລະວັນ, ສະຫວັນນະເຂດ ແລະ ຄໍາມ່ວນ ເຊິ່ງຈະເຮັດໃຫ້ເກີດມີຕົ້ນໄມ້ຫັກລົ້ມ, ຫລັງຄາເຮືອນເປ່ເພ, ນໍ້າຖ້ວມອັ່ງ ແລະ ນ້ຳຖ້ວມຍື່ງ ຢູ່ບາງທ້ອງຖິ່ນ; ໄລຍະວັນທີ 9-11 ຕຸລາ 2021:

ຈະມີຝົນຕົກໃນລະດັບປານກາງ ຫາ ໜັກ ແລະ ລົມພັດແຮງ ຢູ່ເຂດພາກກາງ ແລະ ພາກເໜືອດ້ານຕາເວັນອອກ ເຊັ່ນ: ແຂວງ ສະຫວັນນະເຂດ, ຄຳມ່ວນ, ບໍລິຄໍາໄຊ, ວຽງຈັນ, ໄຊສົມບູນ, ນະຄອນຫລວງວຽງຈັນ, ຫລວງພະບາງ, ຫົວພັນ ແລະ ຊຽງຂວາງ ເຊິ່ງຈະເຮັດໃຫ້ເກີດມີ ຕົ້ນໄມ້ຫັກລົ້ມ, ຫລັງຄາເຮືອນເປ່ເພ, ດິນເຈື່ອນ, ນ້ຳຖ້ວມກະທັນຫັນ, ນໍ້າຖ້ວມຊຸ ແລະ ນ້ຳຖ້ວມຍື່ງ ຢູ່ບາງທ້ອງຖິ່ນ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ໂດຍສະເພາະຜູ້ທີ່ອາໄສຢູ່ລຽບຕາມຮ່ອມພູ, ເປີ້ນພູ ແລະ ແຄມແມ່ນໍ້າຕ່າງໆ ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນເຈືອນ, ນໍ້າຖ້ວມຊຸ, ນໍ້າຖ້ວມຍື່ງ ແລະ ລົມພັດແຮງ ທີ່ຈະເກີດຂຶ້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມ ຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດໃນໄລຍະ 1-4 ວັນຕໍ່ໜ້ານີ້.

ຂ່າວ: ທະນູທອງ

.

Featured, ຂ່າວສານບ້ານເມືອງ, ເຕືອນໄພ

Post navigation

Previous Post: ລັດຖະບານໄຟຂຽວການນໍາເຂົ້າ-ການຜະລິດ ແລະ ນໍາໃຊ້ລົດໄຟຟ້າໃນປະເທດ
Next Post: ຕໍາຫຼວດສາມຄົນຖືກໄລ່ອອກຈາກໜ້າທີ່ຍ້ອນເມີນເສີຍຕໍ່ຄຳສັງຂອງຂັ້ນເທິງ

Related Posts

ຂ່າວດ່ວນ! ສືບຕໍ່ມາດຕະການອີກ 15 ມື້! ຮອດ 18 ສິງຫາ 2021 Featured
ລັດຖະບານໄດ້ຄົ້ນຄວ້າແລ້ວຈະບໍ່ຂາຍຫຸ້ນທະນາຄານການຄ້າ Featured
ນາຍົກລັດຖະມົນຕີແຫ່ງ ສປປລາວ ກ່າວໃນກອງປະຊຸມທາງໄກ ສະຫຼອງ ສປຊ ຄົບຮອບ 75 ປີ Featured
ຂ່າວດ່ວນ! ປັບລາຄານໍ້າມັນຂຶ້ນທຸກປະເພດ ເລີ່ມ 30 ເມສາ 2022 Featured
ເສຍຊີວິດໃໝ່ 1 ຕິດເຊື້ອເພີ່ມ 239 Featured
ຄົນ ຕິ ດ ເ ຊື້ ອ ໂ ຄ ວິ ດ ເ ສ ຍ ຊີ ວິ ດ ຈາກແຂວງວຽງຈັນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme