POW ລົງນາມ MOU ຮ່ວມກັບ BIGBLUE
ນໍາເອົາຜະລິດຕະພັນອາຫານເສີມສະໝຸນໄພ(ຜັກຄາວທອງ) ຂະຫຍາຍຕະຫຼາດລາວ
![](https://pakaad.com/wp-content/uploads/2022/07/IMG-20220708-WA0094-1024x682.jpg)
POW ຮ່ວມມືກັບ BIGBLUE ບຸກຕະຫຼາດ ສປປ.ລາວ ສົ່ງຜະລິດຕະພັນສະໝຸນໄພຜັກຄາວທອງ ມີທັງນໍ້າສະໝຸນໄພຜັກຄາວທອງ, ພາວເດີລ່າ (ຜົງຜັກຄາວທອງແບບຊອງ), ພາວ ເຮີເບີ ແຄັບຊູນ (ແບບເມັດ) ແລະ ສະເປຜົ່ນປາກ ບຸກຂະຫຍາຍຕະຫຼາດໃນລາວ ສູ່ຈຸດແຂງ BIGBLUE ທີ່ເປັນສື່ໂຄສະນາປະຊາສໍາພັນຄົບວົງຈອນມີທັງສື່ອອນລາຍ ແລະ ອ໋ອບລາຍ ຄວບຄຸມພື້ນທີ່ໃນ ສປປ. ລາວ.
![](https://pakaad.com/wp-content/uploads/2022/07/IMG-20220708-WA0086-1024x682.jpg)
ບຸກເຈາະຕະຫຼາດກຸ່ມເປົ້າໝາຍ ໝັ້ນໃຈວ່າການຮ່ວມມືໃນຄັ້ງນີ້ຊ່ວຍເສີມສ້າງຄວາມເຂັ້ມແຂງໃນການເຕີບໃຫຍ່ຂະກຍາຍຕົວຂອງທຸລະກິດ.
ທ່ານ ອະທິຊາດ ຊຸມນານົນ ຜູ້ກໍ່ຕັ້ງ ແລະ ເປັນປະທານບໍລິສັດ ພາວ ມິຣາໂຄ ຈໍາກັດ (Pow Miracle co.,LTD) ເປີດເຜີຍວ່າ ບໍລິສັດໄດ້ເຊັນສັນຍາຕົກລົງຮ່ວມກັບ ບໍລິສັດ ຟ້າໃຫຍ່ມີເດຍ ຈໍາກັດ (Bigblue Agency Laos) ໃນການຂະຫຍາຍຖານທຸລະກິດສະໝຸນໄພຜັກຄາວທອງ ເພື່ອມຸ່ງໜ້າບຸກຕະຫຼາດເພື່ອນບ້ານເຊັ່ນ ສປປ.ລາວ
![](https://pakaad.com/wp-content/uploads/2022/07/IMG-20220708-WA0059-1024x682.jpg)
ໂດຍການເປັນພັນທະມິດດ້ານການເຮັດການຕະຫຼາດຜ່ານຊ່ອງທາງສື່ໂຄສະນາປະຊາສໍາພັນຂອງ ບໍລິສັດ ຟ້າໃຫຍ່ມີເດຍ ຫຼື Bigblue Agency Laos ເຊິ່ງເປັນຜູ້ນໍາໃນດ້ານທຸລະກິດການໃຫ້ບໍລິການສື່ໂຄສະນາອັນດັບຕົ້ນໆໃນ ສປປ.ລາວ ໂດຍໃນການຮ່ວມມືກັນໃນຄັ້ງນີ້ ພາວ ມິຣາໂຄ ໄດ້ນໍາຜະລິດຕະພັນສະໝຸນໄພຜັກຄາວທອງສະກັດແບບເຂັ້ມຂຸ້ນ ທັງ ພາວເດີລ່າ (ຜົງຜັກຄາວທອງແບບຊອງ), ພາວ ເຮີເບີ ແຄັບຊູນ (ແບບເມັດ) ແລະ ສະເປຜົ່ນປາກ ທີ່ມີສ່ວນປະສົມຂອງສະໝຸນໄພຜັກຄາວທອງ ໂພພໍລີສ໌ ເປັບເປີ້ມີ້ນ ແລະ ສະເປມີ້ນ ມີຄົວຊິຕິນ ຊ່ວຍຕ້ານເຊື້ອໄວຣັດ ຫຼຸດບັນຫາໃນຊ່ອງປາກ ລົມຫາຍໃຈສົດຊື່ນ ມາວາງຈໍາໜ່າຍໃຫ້ກຸ່ມລູກຄ້າໃນເຂດພື້ນທີ່ ສປປ.ລາວ ໄດ້ມີທາງເລືອກໃນການນໍາຜະລິດຕະພັນສະໝຸນໄພຄຸນນະພາບທີ່ດີມາໃຊ້ເພື່ີອສຸຂະພາບ ໂດຍຈະເຮັດໃຫ້ການໂຄສະນາປະຊາສໍາພັນຜະລິດຕະພັນເພື່ອສ້າງການຮັບຮູ້ ແລະ ເນັ້ນຢໍ້າເຖິງປະໂຫຍດຕ່າງໆສອງສະໝຸນໄພຜັກຄາວທອງຜ່ານສື່ໂຄສະນາປະຊາສໍາພັນຂອງ ບໍລິສັດ ຟ້າໃຫຍ່ມີເດຍ ຫຼື Bigblue Agency Laos ທີ່ມີຄວບຄຸມທຸກພື້ນທີ່ໃນ ສປປ. ລາວ.
![](https://pakaad.com/wp-content/uploads/2022/07/IMG-20220708-WA0064-1024x682.jpg)
“ການຮ່ວມມືກັບ ບໍລິສັດ ຟ້າໃຫຍ່ມີເດຍ ຫຼື Bigblue Agency Laos ໃນຄັ້ງນີ້ໝັ້ນໃຈວ່າຊ່ອງທາງການປະຊາສໍາພັນໃນສື່ຕ່າງໆ ນອກຈາກຈະຄວບຄຸມພື້ນທີ່ ແລະ ສ້າງການຮັບຮູ້ໄປສູ່ກຸ່ມເປົ້າໝາຍແລ້ວ ຍັງເຊື່ອວ່າຈະສາມາດກະຈາຍການຮັບຮູ້ກ່ຽວກັບຜະລິດຕະພັນຂອງເຮົາໄດ້ເປັນຢ່າງດີ ທັງໃນດ້ານຂອງການວິໄຈ ແລະ ພັດທະນາຜະລິດຕະພັນ ຄຸນປະໂຫຍດຕ່າງໆ ຂອງສະໝຸນໄພຜັກຄາວທອງ ໂດຍຜະລິດຕະພັນຂອງບໍລິສັດໄດ້ເລີ່ມສຶກສາວິໄຈ ແລະ ພັດທະນາເຈາະເລິກຕັ້ງແຕ່ວິເຄາະຄຸນຄ່າທາງໂພຊະນາການ ແລະ ລິດຕ້ານອະນຸມູນອິດສະຫຼະ ມາຕັ້ງແຕ່ປີ 2011 ຈົນເຖິງປັດຈຸບັນ ໂດຍໄດ້ຮັບລາງວັນນະວັດຕະກໍາໄທ ແຫ່ງທໍາອິດທີ່ໄດ້ 2 ໃບຮັບຮອງ ແລະ 4 ງານວິໄຈຮ່ວມກັບບໍລິສັດຜູ້ຜະລິດມາດຕະຖານສາກົນ ແລະ ມະຫາວິທະຍາໄລຊຽງໃໝ່ເພື່ອສ້າງຄວາມເຊື່ອໝັ້ນ ແລະ ໝັ້ນໃຈໃຫ້ກັບກຸ່ມຜູ້ບໍລິໂພກຂອງ ສປປ.ລາວ” ທ່ານ ອະທິຊາດ ກ່າວ.
![](https://pakaad.com/wp-content/uploads/2022/07/IMG-20220708-WA0093-1024x682.jpg)
ທັງນີ້ຈາກແນວໂນ້ມກະແສການເບິ່ງແຍງຮັກສາສຸຂະພາບທີ່ມາແຮງ ສົ່ງຜົນໃຫ້ຕະຫຼາດເພື່ອສຸຂະພາບຍັງມີສັກກະຍະພາບໃນການເຕີບໂຕໄດ້ຢ່າງຕໍ່ເນື່ອງທັງຈາກລູກຄ້າໃນປະເທດ ແລະ ຕ່າງປະເທດ ຊຶ່ງທີ່ຜ່ານມາຈາກການເຮັດການຕະຫຼາດໃນປະເທດໄທ ມີອັດຕາການຂະຫຍາຍຕົວ 30% ສະແດງໃຫ້ເຫັນວ່າຜະລິດຕະພັນເພື່ອສຸຂະພາບໂດຍສະເພາະສະໝຸນໄພຜັກຄາວທອງ ເປັນພືດສະໝຸນໄພທີ່ດີ ແລະ ມີປະໂຫຍດ ອີກທັງຍັງໄດ້ຮັບການຮັບຮອງດ້ວຍງານວິໄຈຈາກຜູ້ຊ່ຽວຊານຂອງບໍລິສັດ ໃນການຄິດຄົ້ນຜະລິດຕະພັນອອກມາ ຕອບໂຈດແນວທາງການດູແລຮັກສາສຸຂະພາບຂອງຜູ້ບໍລິໂພກເປັນຢ່າງດີ.
![](https://pakaad.com/wp-content/uploads/2022/07/IMG-20220708-WA0071-1024x682.jpg)
ທ່ານ ສັນທະລັກ ຈ່າສານ ປະທານບໍລິສັດ ຟ້າໃຫຍ່ມີເດຍ ຈໍາກັດ (BigBlue Agency Laos) ເປີດເຜີຍວ່າ ບໍລິສັດດໍາເນີນທຸລະກິດເປັນຜູ້ໃຫ້ບໍລິການສື່ໂຄສະນາ ແລະ ປະຊາສໍາພັນ ອັນດັບຕົ້ນໆໃນ ສປປ. ລາວ ແລະ ມີສື່ອອນລາຍເປັນຂອງຕົວເອງເຊັ່ນ: InsideLaos ປັດຈຸບັນມີຜູ້ຕິດຕາມຈໍານວນ 2 ແສນກວ່າຄົນ ສໍາລັບສື່ໂຄສະນາກາງແຈ້ງຂອງບໍລິສັດກໍ່ຕັ້ງຢູ່ໃນພື້ນທີ່ສໍາຄັນ ແລະ ເປັນພື້ນທີ່ຍຸດທະສາດຄວບຄຸມໃນນະຄອນຫຼວງວຽງຈັນ ເຊັ່ນ: ໜ້າຕະຫຼາດເຊົ້າຊ໋ອບປີ້ງມໍ, ສີ່ແຍກໄຟແດງ ICBC, ໜ້າທາງເຂົ້າສະຖານີລົດໄຟຄວາມໄວສູງ ລາວ-ຈີນ ນອກຈາກນີ້ຍັງມີຢູ່ທີ່ແຂວງສະຫວັນນະເຂດ ຈຸດວົງວຽນໄດໂນເສົາ, ແຂວງຫຼວງພະບາງ ແລະ ແຂວງຄໍາມ່ວນ.
![](https://pakaad.com/wp-content/uploads/2022/07/IMG-20220708-WA0068-1024x682.jpg)
“ບໍລິສັດ BigBlue Agency Laos ດໍາເນີນທຸລະກິດມາ 16 ປີ ແລະ ເປັນຜູ້ໃຫ້ບໍລິການທາງດ້ານສື່ໂຄສະນາ ແລະ ປະຊາສໍາພັນອັນດັບຕົ້ນໆຂອງປະເທດ ໃຫ້ບໍລິການປ້າຍໂຄສະນາແມ່ນຢູ່ຕາມຈຸດສໍາຄັນທົ່ວ ສປປ.ລາວ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກລູກຄ້າສໍາຄັນ ເຊັ່ນ: SCG, Heineken, LDB Bank, PTT ແລະ ປັດຈຸບັນຍັງໄດ້ຮັບການຕອບຮັບທີ່ດີຈາກລູກຄ້າເຊັ່ນກັນ” ທ່ານ ສັນທະລັກ ກ່າວ.
ດຣ. ສົມພົບ ສັກພັນພະນົມ ຜູ້ອໍານວຍການໃຫຍ່ ບໍລິສັດ ຫຼັກຊັບເອພີເອັມລາວ ຈໍາກັດ (APMLAO) ເປີດເຜີຍວ່າ ໃນຖານະທີ່ປຶກສາທາງການເງິນຂອງ ບໍລິສັດ ຟ້າໃຫຍ່ມີເດຍ ຫຼື Bigblue Agency Laos ຮູ້ສຶກຍິນດີທີ່ທັງສອງບໍລິສັດໄດ້ຮ່ວມລົງນາມເຊັນ MOU ໃນຄັ້ງນີ້ ເນື່ອງຈາກທັງສອງບໍລິສັດມີຈຸດແຂງທີ່ຈະເສີມສ້າງເກື້ອກູນກັນ ແລະ ກັນ ທັ້ງນີ້ເຊື່ອວ່າຄວາມຮ່ວມມືໃນຄັ້ງນີ້ຈະເປັນຈຸດເລີ່ມຕົ້ນໃນການເສີມສ້າງຄວາມແຂງແກ່ງທັງຍອດຂາຍ ແລະ ລາຍໄດ້ໃຫ້ເຕີບໂຕໃນອານາຄົດ.
![](https://pakaad.com/wp-content/uploads/2022/07/IMG-20220708-WA0075-1024x682.jpg)
ສໍາລັບກົນລະຍຸດດ້ານການຕະຫຼາດຈາກນີ້ໄປ ບໍລິສັດຈະໃຫ້ຄວາມສໍາຄັນໃນການຂະຫຍາຍຖານທຸລະກິດໄປກຸ່ມປະເທດ CLMV ໃນລັກສະນະຂອງການເປັນພັນທະມິດຮ່ວມກັນ ຊ່ວຍສົ່ງເສີມການຂະຫຍາຍຜ່ານຊ່ອງທາງຕ່າງໆ ເນັ້ນສ້າງການຮັບຮູ້ແບຣນ
![](https://pakaad.com/wp-content/uploads/2022/07/IMG-20220708-WA0082-1024x682.jpg)
ເພື່ອເປັນການເຈາະກຸ່ມຜູ້ບໍລິໂພກ ໂດຍໃນການຮ່ວມມືເປັນພັນທະມິດຮ່ວມກັບ ບໍລິສັດ ຟ້າໃຫຍ່ມີເດຍ ຫຼື Bigblue Agency Laos ຄັ້ງນີ້ຖືວ່າເປັນຈຸດເລີ່ມຕົ້ນຄັ້ງທໍາອິດ ທີ່ຕ້ອງການຂະຫຍາຍທຸລະກິດໄປສູ່ຕະຫຼາດຕ່າງປະເທດ ກໍ່ຄື ສປປ ລາວ ທີ່ເຊື່ອວ່າເປັນຕະຫຼາດທີ່ມີສັກກາຍະພາບ ລວມເຖິງການໄດ້ພັນທະມິດທີ່ດີ ມາຊ່ວຍເສີມສ້າງຄວາມເຂັ້ມແຂງທາງການຕະຫຼາດ.
![](https://pakaad.com/wp-content/uploads/2022/07/IMG-20220708-WA0072-1024x682.jpg)