Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຂໍຂອບໃຈລັດຖະບານແລະປະຊາຊົນກໍາປູເຈຍມອບວັກຊິນຊີໂນແວັກສອງແສນໂດສແກ່ ສປປລາວ

Posted on 28/09/202128/09/2021 By ປະກາດ Pakaad No Comments on ຂໍຂອບໃຈລັດຖະບານແລະປະຊາຊົນກໍາປູເຈຍມອບວັກຊິນຊີໂນແວັກສອງແສນໂດສແກ່ ສປປລາວ

ກໍາປູເຈຍມອບວັກຊິນຊີໂນແວັກ 2 ແສນໂດສ ໃຫ້ແກ່ ສປປ ລາວ

ລັດຖະບານ ແລະ ປະຊາຊົນຣາຊະອານາຈັກກໍາປູເຈຍ ໄດ້ມອບວັກຊິນຍີ່ຫໍ້ ຊີໂນແວັກ (Sinovac) ຈໍານວນ 200.000 ໂດສ ໃຫ້ແກ່ ລັດຖະບານ ແລະ ປະຊາຊົນລາວ ເພື່ອນໍາໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ສປປ ລາວ.

ພິທີມອບ-ຮັບໄດ້ມີຂຶ້ນໃນວັນທີ 28 ກັນຍາ 2021 ນີ້ ທີ່ດ່ານຊາຍແດນສາກົນ ໜອງນົກຂຽນ-ຕຣາປຽງກຣຽນ, ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ຣາຊະອານາຈັກກໍາປູເຈຍ ກ່າວມອບໂດຍ ທ່ານ ອຸດ ບໍຣິດ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ຮອງລັດຖະມົນຕີ ຜູ້ປະຈໍາການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກກໍາປູເຈຍ ແລະ ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ກ່າວຮັບໂດຍ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ຮອງຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນສູນກາງ, ພ້ອມທັງ ຄະນະນໍາ ແລະ ວິຊາການ ທີ່ກ່ຽວຂ້ອງຈຳນວນໜຶ່ງຂອງທັງສອງຝ່າຍ.

ການຊ່ວຍເຫຼືອຈາກລັດຖະບານແຫ່ງຣາຊະອານາຈັກກຳປູເຈຍໃນຄັ້ງນີ້ ໄດ້ຮັບການຕີລາຄາສູງ ແລະ ການຂອບໃຈຢ່າງຈິງໃຈ ຈາກລັດຖະບານ ແລະ ປະຊາຊົນລາວ ເພາະເປັນການສະແດງເຖິງຄວາມເປັນຫ່ວງເປັນໃຍ ແລະ ບິແບ່ງການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນຍາມທີ່ສອງປະເທດພວມປະເຊີນໜ້າກັບການລະບາດຂອງພະຍາດໂຄວິດ-19, ທັງຍັງເປັນການສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບ, ຄວາມສາມັກຄີທີ່ເປັນມູນເຊື້ອອັນດີງາມມາແຕ່ບູຮານນະການ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ກໍຄືການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສອງປະເທດ ລາວ ແລະ ກຳປູເຈຍ ທີ່ນັບມື້ນັບໄດ້ຮັບການສົ່ງເສີມ ແລະ ຮັດແໜ້ນໃຫ້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ຂ່າວ-ພາບ: ກະຊວງການຕ່າງປະເທດ

Featured, ຂ່າວສານບ້ານເມືອງ, ລັດຖະບານ, ໂຄວິດ-19

Post navigation

Previous Post: ໂຮງງານຕັດຫຍິບແລະຕະຫຼາດໃນນະຄອນວຽງຈັນມີຄົນຕິດເຊື້ອຫຼາຍທີ່ສຸດ
Next Post: ຫ້ອງໃຕ້ດິນ ລັ ບ ຢູ່ ສ ວ ນ ຈັ ບ ໄ ປ ໝົດຄອບຄົວ

Related Posts

ອຸຕຸເຕືອນທຸກພາກຮັບມືພາຍຸລະດູຮ້ອນ 7-10/10/2021 Featured
ຂ່າວດີ! ນະຄອນຫຼວງ ຕົວເລກ ເປັນສູນ ແລ້ວ! ມື້ນີ້ຕິດນໍາເຂົ້າ 1 ຄົນ ຢູ່ສະຫວັນະເຂດ Featured
ເມືອງວັງວຽງ ແຈ້ງການສືບຕໍ່ປີດບັນດາກິດຈະການຮ້ານບັນເທິງ ຮ້ານຄາຣາໂອເກະ ຮ້ານກິນດື່ມ ຫຼື ການເຕົ້າໂຮມຄົນຈຳນວນຫຼາຍ ຂ່າວສານບ້ານເມືອງ
ສະພາບອາກາດ ຂອງວັນທີ 22 ສິງຫາ 2022 Featured
ອາຣາມເກົ່າຢູ່ທີ່ ວັດບ້ານພຣະນອນໃຕ້ ໄດ້ຊຸດລົງເພພັງ ແລະ ສຽນຂອງພຣະຂາດ Featured
ທ່ານນາຍົກ ຊີ້ນໍາຄະນະສະເພາະກິດ ຮັບຜິດຊອບວຽກງານ ໂຄວິດ-19 ໃຫ້ເດັດຂາດ ຕໍ່ມາດຕະການຕ່າງໆທີ່ວາງອອກ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme