Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຝົນຍັງຈະຕົກໃນທົ່ວທຸກພາກ ພະຍາກອນອາກາດ ວັນທີ 9 ກໍລະກົດ 2021 ເວລາ 19:00

Posted on 09/07/202109/07/2021 By ປະກາດ Pakaad No Comments on ຝົນຍັງຈະຕົກໃນທົ່ວທຸກພາກ ພະຍາກອນອາກາດ ວັນທີ 9 ກໍລະກົດ 2021 ເວລາ 19:00

ພະຍາກອນອາກາດ ວັນທີ 9 ກໍລະກົດ 2021 ເວລາ 19:00 ໂມງ ບໍລິເວນຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກເໜືອ ແລະ ພາກກາງ.

ລາຍງາຍຂໍ້ມູນແຜ່ນດິນໄຫວ ໃນເວລາ 3 ໂມງ 22 ນາທີຂອງມື້ນີ້ ໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດ ຈໍານວນ 1 ຄັ້ງ ຢູ່ບໍລິເວນແຂວງໄຊຍະບູລີ ຊຶ່ງຈຸດສູນກາງຢູ່ເສັ້ນຂະໜານທີ 19.5 ອົງສາເໜືອ ແລະ ເສັ້ນແວງທີ 101.2 ອົງສາຕາເວັນອອກ, ຄວາມແຮງສັ່ນສະເທືອນວັດແທກໄດ້ 1,5 ຣີກເຕີີ ມີຄວາມເລິກຈາກໜ້າດິນປະມານ 3 ກິໂລແມັດ, ຈຸດສູນກາງເກີດແຜ່ນດິນໄຫວແມ່ນຫ່າງຈາກຊຸມຊົນໝູ່ບ້ານສາມັກຄີ ເມືອງໄຊສະຖານ ແລະ ຫ່າງຈາກເທສະບານເມືອງ ປະມານ 11 ກິໂລແມັດ.

– ພາກເໜືອດ້ານຕາເວັນອອກ: (ຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ) ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 50% ຂອງພາກ ອຸນຫະພູມໃນລະຫວ່າງ 19-28 ອົງສາ.

– ພາກເໜືອດ້ານຕາເວັນຕົກ: (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ) ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ, ອຸນຫະພູມໃນລະຫວ່າງ 22-32 ອົງສາ.

– ນະຄອນຫລວງວຽງຈັນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 50% ອຸນຫະພູມໃນລະຫວ່າງ 25-32 ອົງສາ.

– ພາກກາງ: (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ) ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ, ອຸນຫະພູມໃນລະຫວ່າງ 23-32 ອົງສາ.

– ແຂວງໄຊສົມບູນ: ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40%, ອຸນຫະພູມໃນລະຫວ່າງ 18-25 ອົງສາ.

– ພາກໃຕ້: ອາກາດຮ້ອນ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ, ອຸນຫະພູມໃນລະຫວ່າງ 25-34 ອົງສາ.

– ສໍາລັບເຂດພູພຽງບໍລະເວນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 30%, ອຸນຫະພູມໃນລະຫວ່າງ 16-25 ອົງສາ.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: “ ປະໂຫຍດລໍ້າຄ່າຈາກນົມແມ່?”
Next Post: ງາມແທ້ໂອ້! ສະຖານີລົດໄຟຫຼວງພະບາງໄດ້ສໍາເລັດການກໍ່ສ້າງພາກສ່ວນຫຼັງຄາ ແລະ ໄດ້ເປີດຜ້າຄຸມຮູບໂສມອອກ

Related Posts

ນະຄອນຫຼວງວຽງຈັນ +1.086 ທົ່ວປະເທດ +2.819 Featured
ແຂວງຈໍາປາສັກສັ່ງເດັດຂາດ ຕ້ອງປັບໃໝ ແລະ ລົງໂທດ ຜູ້ລະເມີດມາດຕະການ Featured
ມ້າງແຫຼ່ງຜະລິດຢາເສດຕິດຄັ້ງໃຫຍ່ທີ່ ແຂວງອຸດົມໄຊ Featured
ໄຟຟ້າລາວລົງໂທດພະນັກງານ ທີ່ຮ່ວມຫົວລັກໃຊ້ກະແສໄຟຟ້າແບບຜິດກົດໝາຍ Featured
ຂໍ້ມູນການຕິດທີ່ນະຄອນຫຼວງວຽງຈັນມື້ນີ້ Featured
ປົວດີອອກໂຮງໝໍ 144 ຕິດໃໝ່ 134 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme