Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ວັກຊິນກັນພະຍາດໂຄວິດ-19 ຈຳນວນ 1.008.000 ຫຼອກ ຈາກສະຫະລັດອາເມລິກາ ມາຮອດ ສປປ ລາວ ແລ້ວ

Posted on 16/07/202116/07/2021 By ປະກາດ Pakaad No Comments on ວັກຊິນກັນພະຍາດໂຄວິດ-19 ຈຳນວນ 1.008.000 ຫຼອກ ຈາກສະຫະລັດອາເມລິກາ ມາຮອດ ສປປ ລາວ ແລ້ວ

ວັກຊິນກັນພະຍາດໂຄວິດ-19 Johnson&Johnson/Janssen(J&J/Janssen) ຈຳນວນ 1.008.000 ໂດສ ເຊິ່ງແມ່ນການຊ່ວຍເຫລືອຂອງ ລັດຖະບານ ສະຫະລັດອາເມລິກາ ໂດຍຜ່ານ COVAX Facility ເພື່ອມອບໃຫ້ແກ່ ສປປ ລາວ ມາຮອດສະໜາມບິນສາກົນວັດໄຕ ໃນຕອນແລງຂອງວັນທີ 16 ກໍລະກົດ 2021. ນີ້ແມ່ນສ່ວນໜຶ່ງຂອງການປະກອບສ່ວນຂອງສະຫະລັດອາເມລິກາ ຕໍ່ຄວາມພະຍາ ຍາມຂອງທົ່ວໂລກ ທີ່ພວມດຳເນີນການຢ່າງຕໍ່ເນື່ອງ ເພື່ອຢຸດຕິການລະບາດຂອງພະຍາດໂຄວິດ-19 ແລະ ເປັນການສະໜັບສະໜູນເປົ້າໝາຍຂອງ ສປປ ລາວ ທີ່ຈະສັກວັກຊິນກັນພະຍາດໃຫ້ໄດ້ 50% ຂອງປະ ຊາກອນໃນທ້າຍປີ 2021 ນີ້.

ວັກຊິນຈຳນວນດັ່ງກ່າວ, ເປັນການຊ່ວຍເຫລືອໂດຍກົງຈາກປະຊາຊົນອາເມລິກາ ຈະເຮັດໃຫ້ ລັດຖະບານລາວ ສາມາດຕອບສະໜອງການປ້ອງກັນການຕິດເຊື້ອໄວຣັດໃຫ້ແກ່ປະຊາຊົນ 1 ລ້ານກວ່າຄົນ ຫລື ປະມານ 14% ຂອງປະຊາກອນທັງໝົດ. ວັກຊິນກັນພະຍາດໂຄວິດ-19 J&J/Janssen ແຕກຕ່າງ ຈາກວັກຊິນກັນພະຍາດ ໂຄວິດ-19 ຊະນິດອື່ນໆທີ່ມີຢູ່ ສປປ ລາວ ໃນປະຈຸບັນ, ຍ້ອນວ່າຕ້ອງສັກພຽງຄັ້ງດຽວ ເທົ່ານັ້ນ.

ນອກນັ້ນ, ວັກຊິນ J&J/Janssen ຍັງສາມາດເກັບຮັກສາໄວ້ໃນອຸນຫະພູມ ຕູ້ເຢັນປົກກະຕິ, ເຊິ່ງເໝາະສົມທີ່ສຸດຕໍ່ການສັກວັກຊິນ ກັນພະຍາດ ໃຫ້ແກ່ປະຊາກອນໃນເຂດຊົນນະບົດ ຫລື ເຂດຫ່າງໄກ ສອກຫລີກທີ່ເຂົ້າເຖິງຍາກ.

ວັກຊິນ J&J/Janssen ນີ້ ຈະນຳໃຊ້ໃນກຸ່ມທີ່ເປັນບູລິມະສິດ, ລວມທັງຜູ້ທີ່ມີອາຍຸ 60 ປີຂຶ້ນໄປ, ຄົນທີ່ມີພະຍາດປະຈໍາຕົວ ແລະ ພະນັກງານສາທາລະນະສຸກ ໃນຂອບເຂດທົ່ວປະເທດ, ໂດຍສອດຄ່ອງກັບ ແຜນປະຕິບັດງານການສັກວັກຊິນກັນພະຍາດໂຄວິດ-19 ແຫ່ງຊາດ ແລະ ຍັງມີແຜນການເພີ່ມເຕີມ ເພື່ອນຳ ໃຊ້ຕໍ່ປະຊາກອນກຸ່ມເປົ້າໝາຍອື່ນໆ ລວມທັງເຂດຫ່າງໄກ ສອກຫລີກ ແລະ ເຂດທີ່ເຂົ້າເຖິງໄດ້ຍາກ.

ຂ່າວ: ສິງຄຳ, ພາບ: ເກດສະໜາ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວດ່ວນ! ກະຊວງການເງິນ ສັ່ງໂຈະການຈຳໜ່າຍ ຫວຍພັດທະນາຊ່ອງທາງອ່ອນລາຍ ທີ່ບໍ່ໄດ້ຮັບອະນຸຍາດ!
Next Post: ພະຍາກອນອາກາດ ເຊົ້າວັນທີ 17 ກໍລະກົດ 2021

Related Posts

ປະກາດຊອກຫາ ທ້າວສົມຫມໍ ຈາກບ້ານໄປຊອກເຮັດວຽກທີ່ບໍ່ແກ້ວ ໄດ້ 2 ປີປາຍແລ້ວບໍ່ຮູ້ຂ່າວ Featured
ປະເທດຊາດຈາລຶກບຸນຄຸນ 73 ປີ ວັນກອງທັບ Featured
ນາຍົກ ຢ້ຽມຢາມການກໍ່ສ້າງຕຶກ ສະພາແຫ່ງຊາດ ມີຄືບໜ້າຫຼາຍກວ່າ 60% ຂ່າວສານບ້ານເມືອງ
ແຂວງຈໍາປາສັກສັ່ງເດັດຂາດ ຕ້ອງປັບໃໝ ແລະ ລົງໂທດ ຜູ້ລະເມີດມາດຕະການ Featured
ຊາວໄທ 7 ຄົນ ເກັບເຫັດຂ້າມຊາຍແດນປະເທດ ຖືກກັກຕົວ Featured
ຕິດເຊື້ອໃໝ່ສູງເຖິງ 848 ໃນນີ້ມີນໍາເຂົ້າ 15 ກໍລະນີ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme