Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ແຈ້ງຂ່າວ ປິດການສັນຈອນຊົ່ວຄາວທາງແບ່ງນາໂພ ຈຸດບ້ານໂພນສະຫວ່າງ ຫາ ສາມແຍກໂພນໂຮງ 29/7/2021

Posted on 26/07/202126/07/2021 By ປະກາດ Pakaad No Comments on ແຈ້ງຂ່າວ ປິດການສັນຈອນຊົ່ວຄາວທາງແບ່ງນາໂພ ຈຸດບ້ານໂພນສະຫວ່າງ ຫາ ສາມແຍກໂພນໂຮງ 29/7/2021

ທາງແບ່ງນາໂພ ຈຸດບ້ານໂພນສະຫວ່າງ ຫາ ສາມແຍກໂພນໂຮງ ຈະປິດການສັນຈອນຊົ່ວຄາວ ເນື່ອງຈາກຈະມີການກໍ່ສ້າງໜ້າຂົວນໍ້າແຈ້ງ.

ກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ ແຈ້ງເຖິງຜູ້ຊົມໃຊ້ເສັ້ນທາງ ລວມທັງພໍ່ແມ່ປະຊາຊົນ, ພະນັກງານ, ທະຫານຕໍາຫລວດ, ພໍ່ຄ້າຊາວຂາຍ ແລະ ທຸກທ່ານຮັບຊາບວ່າ ນັບແຕ່ວັນທີ 29 ກໍລະກົດ 2021 ເປັນຕົ້ນໄປ ຈະໄດ້ປີດການສັນຈອນຊົ່ວຄາວ ຢູ່ ຊ່ວງທາງເລກ 13 ເໜືອ ແຕ່ທາງແບ່ງນາໂພ ຈຸດບ້ານໂພນສະຫວ່າງ (ກມ. 60) ຫາ ສາມແຍກໂພນໂຮງ (ກມ.70) ຍ້ອນວ່າຈະໄດ້ເລີ້ມຕົ້ນກໍ່ສ້າງ ໜ້າຂົວນ້ຳແຈ້ງທີ່ຖືກເປ່ເພຫລາຍຍ້ອນການໃຊ້ງານ ຮັບລົດບັນທຸກໜັກເກີນມາຫລາຍປີ.

ສະນັ້ນ, ເພື່ອໃຫ້ການກໍ່ສ້າງມີຄວາມສະດວກ ແລະ ມີຄວາມປອດໄພໃນການສັນຈອນ ສະເໜີໃຫ້ ນໍາໃຊ້ເສັ້ນທາງເວັ້ນ ຄື: ເສັ້ນທາງໂພນສະຫວ່າງ-ນາໂພ-ປາກແຈ້ງ-ໂພນໂຮງ, ເສັ້ນທາງເລກ 10, ເສັ້ນ ທາງດ່ວນ ຈາກ ນະຄອນຫລວງວຽງຈັນ ຫາ ວັງວຽງ.

ສຳລັບພໍ່ແມ່ປະຊາຊົນ ທີ່ນຳໃຊ້ລົດຈັກ, ລົດຖີບ ແລະ ຄົນຍ່າງ ສາມາດນຳໃຊ້ເຮືອແພນ້ອຍຊົ່ວຄາວ ເພື່ອສັນຈອນຂ້າມຂົວນ້ຳແຈ້ງໄດ້ເລີຍ ຕາມການເຫັນດີຕົກລົງ ກັບ ອົງການປົກຄອງບ້ານນ້ຳແຈ້ງ ໃນວັນທີ 20 ກໍລະກົດ 2021.

.

.

Featured, ຂ່າວສານບ້ານເມືອງ, ແຈ້ງການ​

Post navigation

Previous Post: ສຸດຍອດການແຂ່ງຂັນ ເຕັ້ນເຊືອກ 1 ຕໍ່ 5 ໃຫ້ໄດ້ 1.000 ຄັ້ງ
Next Post: ເສົ້າໃຈ! ສາວໄວ 23 ປີ ຕິດໂຄວິດ-19 ເສຍຊີວິດທີ່ສະຫວັນນະເຂດ

Related Posts

ນະຄອນຫຼວງວຽງຈັນ +440 ທົ່ວປະເທດ +874 Featured
ລາຍລະອຽດຜູ້ເສຍຊີວິດໃໝ່ຈາກເມືອງວັງວຽງ Featured
ເສຍຊີວິດ 3 ຕິດເຊື້ອໃໝ່ 324 Featured
ສະພາບອາກາດວັນທີ 13 ມັງກອນ 2022 Featured
ນະຄອນຫຼວງຕິດເພີ່ມ +1.348 ທົ່ວປະເທດ +2.665 ເສຍຊີວິດໃໝ່ 4 Featured
ໂຄແວັກມອບວັກຊິນໃຫ້ ສປປລາວອີກ 6 ແສນກວ່າໂດສ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme