Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ການນຳພັກ-ລັດ ເຂົ້າຮ່ວມພິທີໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ

Posted on 13/08/202013/08/2020 By ປະກາດ Pakaad No Comments on ການນຳພັກ-ລັດ ເຂົ້າຮ່ວມພິທີໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ

ໃນຕອນເຊົ້າວັນທີ 13 ສິງຫາ 2020 ທີ່ຫໍປະຊຸມແຫ່ງຊາດ, ສູນກາງແນວລາວສ້າງຊາດໄດ້ຈັດພິທີໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ (13/8/1950-13/8/2020) ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີການນຳພັກ-ລັດ, ພະນັກງານປະຕິວັດອາວຸໂສ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວວ່າ: ແນວລາວສ້າງຊາດ ແມ່ນອົງການສໍາພັນທາງການເມືອງ ທົ່ວສັງຄົມ, ເປັນສະຫະພັນຂອງອົງການຈັດຕັ້ງການເມືອງ, ອົງການຈັດຕັ້ງການເມືອງ-ສັງຄົມ, ອົງການຈັດຕັ້ງສັງຄົມ ແລະ ບຸກຄົນທີ່ເປັນຕົວແທນໃຫ້ແກ່ຊັ້ນຄົນ, ຊົນເຜົ່າ, ສາສະໜາ, ເພດ, ໄວ ລວມທັງຕົວແທນຄົນເຊື້ອຊາດລາວ ທີ່ດໍາລົງຊີວິດຢູ່ຕ່າງປະເທດ ບົນພື້ນຖານຄວາມຕື່ນຕົວ ແລະ ສະໝັກໃຈ, ສ້າງຕັ້ງຂຶ້ນບົນພື້ນຖານພັນທະພາບກໍາມະກອນ, ຊາວກະສິກອນ, ນັກຮຽນຮູ້ປັນຍາຊົນ ແລະ ຊັ້ນຄົນທີ່ກ້າວໜ້າ ໂດຍມີພັກປະຊາຊົນປະຕິວັດລາວເປັນແກນນໍາ ເພື່ອເຂົ້າຮ່ວມພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.

ທ່ານ ໄຊສົມພອນ ພົມວິຫານ ໃຫ້ຮູ້ຕື່ມວ່າ: ຕະຫລອດໄລຍະ 70 ປີຜ່ານມາ, ແນວລາວສ້າງຊາດ ຍາມໃດ ກໍໄດ້ເອົາໃຈໃສ່ປັບປຸງຕົນເອງ ຕາມແຕ່ລະສະໄໝຂອງການປະຕິວັດ, ປັບປຸງກົງຈັກການຈັດຕັ້ງໃຫ້ໜັກແໜ້ນເຂັ້ມແຂງ, ບຳລຸງກໍ່ສ້າງພະນັກງານ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ໃນຂະບວນການວຽກງານຕົວຈິງ ທັງດ້ານປະລິມານ ແລະ ຄຸນນະພາບ, ເອົາໃຈໃສ່ປະຕິບັດວຽກງານການທູດປະຊາຊົນ ຕາມແນວທາງການຕ່າງປະເທດຂອງພັກ ໃນຂົງເຂດແນວລາວສ້າງຊາດ. ນອກຈາກນີ້, ຍັງໄດ້ປັບປຸງ, ສ້າງນິຕິກຳ ແລະ ກົດໝາຍວ່າດ້ວຍແນວລາວສ້າງຊາດ. ພ້ອມນີ້, ຍັງໄດ້ຊຸກຍູ້ນໍາພາການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ, ເມືອງສາມັກຄີປອງດອງ ແລະ ຕິດພັນກັບການແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດ.

ການໂຮມຊຸມນຸມລະນຶກວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີຄັ້ງນີ້ ແມ່ນປີໃຫຍ່, ເປັນໂອກາດ ໃຫ້ພວກເຮົາໄດ້ທົບທວນຄືນມູນເຊື້ອອັນມີກຽດສະຫງ່າ ແລະ ຜົນງານ ທີ່ແນວລາວສ້າງຊາດແຕ່ລະຂັ້ນຍາດມາໄດ້ ແລະ ເພື່ອເປັນການຢັ້ງຢືນຄືນເຖິງ ການເຕີບໃຫຍ່ຂະຫຍາຍຕົວຂອງອົງການແນວລາວສ້າງຊາດ ຕິດພັນກັບການເຄື່ອນໄຫວຂອງອົງການຈັດຕັ້ງ ແລະ ບຸກຄົນພະນັກງານ, ທະຫານ, ຕໍາຫລວດ ຕະຫລອດຮອດປະຊາຊົນລາວບັນດາເຜົ່າ, ຊັ້ນຄົນຕ່າງໆ ທີ່ມີຫລາຍຮູບຫລາຍສີຫລາຍລະດັບ,

ມີຫລາຍເຫດການທີ່ພົ້ນເດັ່ນ ໂດຍສະເພາະແມ່ນ ແນວລາວສ້າງຊາດ ມີຄວາມສາ ມາດເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ, ຊັ້ນຄົນ, ທຸກສາຂາອາຊີບ, ຜູ້ຊົງຄຸນວຸທິ, ນັກບວດ ແລະ ເຈົ້າກົກເຈົ້າເຫລົ່າ ບົນພື້ນຖານພັນທະພາບກຳມະກອນ, ກະສິກອນ, ປັນຍາຊົນ ປະຕິວັດ, ຊົນຊັ້ນທີ່ຮັກຊາດ ຢູ່ພາຍໃຕ້ການນຳຂອງພັກ. ພ້ອມນີ້, ແນວລາວສ້າງຊາດໄດ້ເຄື່ອນໄຫວຕໍ່ສູ້ທາງການ ເມືອງ ແລະ ດຶງດູດເອົາການສະໜັບສະໜູນຊ່ວຍເຫລືອ ຢ່າງກວ້າງຂວາງຈາກຕ່າງປະເທດ, ບັນດາປະເທດເພື່ອມິດສາກົນ, ບັນດາປະເທດທີ່ຮັກຫອມສັນຕິພາບ ແລະ ຕໍ່ສູ້ເພື່ອຄວາມກ້າວໜ້າ ທາງສັງ ຄົມຢູ່ໃນໂລກ.

ໂດຍ: ຂປລ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ສຸນທອນພົດ ປະທານປະເທດ ໃນພິທີໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ
Next Post: ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃຫມ່ຢູ່ລາວ ຈໍານວນ 2 ຄົນ

Related Posts

ແຈ້ງການ ການສະຫຼອງບຸນປີໃໝ່ລາວ ພສ 2565 ຢູ່ແຂວງຫລວງນ້ຳທາ Featured
ແມ່ຕູ້ອາຍຸ83ປີຕິດໂຄວິດຈາກໄປຢ່າງສະຫງົບ Featured
ຈາກໄປອີກສອງຄົນຕິດເພີ່ມ685ຄົນ Featured
ນະຄອນຫຼວງວຽງຈັນຍັງຄົງຕິດເພີ່ມຕໍ່ເນື່ອງຫຼາຍ Featured
ຄວາມໜາວມາຮອດແລ້ວໂດຍສະເພາະທາງພາກເໜືອ Featured
ນິສສັນ Nissan ຕໍານານເລື່ອງລາວຫຼາຍກວ່າ 80 ປີ ໃນການສ້າງລົດ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme