Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເຈົ້າແຂວງສາລະວັນ ລົງຕິດຕາມສະພາບນໍ້າຖ້ວມບ້ານຫ້ວຍແສງ ເມືອງເລົ່າງາມ

Posted on 25/09/202125/09/2021 By ປະກາດ Pakaad No Comments on ເຈົ້າແຂວງສາລະວັນ ລົງຕິດຕາມສະພາບນໍ້າຖ້ວມບ້ານຫ້ວຍແສງ ເມືອງເລົ່າງາມ

ຕອນບ່າຍວັນທີ 24 ກັນຍາ ນີ້, ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ ພ້ອມດ້ວຍຂະແໜງການກ່ຽວຂ້ອງຂອງແຂວງ ແລະ ການນຳເມືອງເລົ່າງາມ ລົງຕິດຕາມສະພາບນໍ້າຖ້ວມຢູ່ບ້ານຫ້ວຍແສງ ເມືອງເລົ່າງາມ, ຈາກການປະເມີນຜົນເສຍຫາຍເບື້ອງຕົ້ນ ມີໜອງປາເສຍຫາຍ 47 ໜອງ, ລານຕາກກາເຟ 2 ລານ, ເຮືອນຄົວ ແລະ ຮ້ານຂາຍເຄື່ອງແຫ້ງເສຍຫາຍຈໍານວນໜຶ່ງ, ພ້ອມນີ້ ຍັງມີເຄື່ອງປູກຂອງປະຊາຊົນ ເປັນຕົ້ນ ກະເຟ ແລະ ພືດຜັກ ໄດ້ຮັບຄວາມເສຍຫາຍ 5 ເຮັກຕາ ຄິດເປັນມູນຄ່າເສຍຫາຍເກືອບ 200 ລ້ານກີບ.

ຕາມການລາຍງານຈາກ, ທ່ານ ສົມສັກ ທົງຄຳຫານ ເຈົ້າເມືອງເລົ່າງາມ ໃຫ້ຮູ້ວ່າ: ໃນວັັນທີ 24 ກັນຍາ 2021 ນີ້ ໄດ້ເກີດມີຝົນຕົກຕໍ່ເນື່ອງ ເຮັດໃຫ້ນໍ້າປາໄຫລ່ລົ້ນ ຫ້ວຍຕະພົງ ແລ້ວໄຫລສູ່ບ້ານຫ້ວຍແສງ, ໄດ້ເຮັດໃຫ້ປະຊາຊົນ 30 ກວ່າຫລັງຄາເຮືອນທີ່ຢູ່ລຽບຕາມຫ້ວຍ ແລະ ຢູ່ພື້ນທີ່ຕໍ່າໄດ້ຮັບຜົນກະທົບ ແລະ ຂາດທີ່ພັກອາໄສ, ເຊິ່ງນໍ້າໄດ້ຖ້ວມເຮືອນ, ວັດຖຸສິ່ງຂອງ ແລະ ເນື້ອທີ່ທຳການຜະລິດ.

ຕໍ່ເຫດການດັ່ງກ່າວ, ອຳນາດການປົກຄອງເມືອງເລົ່າງາມ, ພ້ອມດ້ວຍຂະແໜງການກ່ຽວຂ້ອງ, ກຳລັງ ປກສ-ປກຊ ສົມທົບກັບກຳລັງຊາດໜຸ່ມຂອງບ້ານ ໄດ້ເຂົ້າໄປຊ່ວຍເຫລືອຢ່າງຮີບດ່ວນ, ພ້ອມເກັບມ້ຽນວັດຖຸສິ່ງຂອງ, ຍົກຍ້າຍສິ່ງກີດຂວາງ ແລະ ຍົກຍ້າຍປະຊາຊົນທີ່ໄດ້ຮັບຜົນກະທົບໄປຢູ່ບ່ອນທີ່ປອດໄພ ໂດຍກຳນົດ 3 ຈຸດຄື:

ໂຮງຮຽນ, ວັດ ແລະ ຫ້ອງການບ້ານ ເປັນບ່ອນພັກຊົ່ວຄາວ; ພາຍຫລັງນໍ້າບົກແຫ້ງ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ຈະສົມທົບກັບການ ຈັດຕັ້ງບ້ານ ລົງຕິດຕາມກວດກາ, ເກັບກໍາຂໍ້ມູນຜົນເສຍຫາຍ ເພື່ອລາຍງານໃຫ້ຂັ້ນເທິງຮັບຊາບ ແລະ ຊອກຫາວິທີຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບ.

ໂອກາດນີ້, ທ່ານເຈົ້າແຂວງສາລະວັນ ກໍໄດ້ເນັ້ນໃຫ້ອຳນາດການປົກຄອງເມືອງ ແລະ ການຈັດຕັ້ງບ້ານເອົາໃຈໃສ່ປຸກລະດົມກຳລັງໃຫ້ມີຄວາມສາມັກຄີ, ມີນໍ້າໃຈຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃຫ້ວ່ອງໄວ ແລະ ປຸກລະດົມນຳຫລາຍພາກສ່ວນ ເພື່ອຂໍການຊ່ວຍ ເຫລືອ ແລະ ພ້ອມກັນມີສະຕິຕິດຕາມສະພາບອາກາດໃນແຕ່ລະໄລຍະ ເພື່ອກຽມຄວາມພ້ອມຮັບມືກັບເຫດການທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ.

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ແຈ້ງການດ່ວນແຂວງຫົວພັນຫ້າມຄົນຕ່າງແຂວງເຂົ້າມາເດັດຂາດ
Next Post: ອ່ານດ່ວນ! ແຂວງວຽງຈັນອອກຄໍາສັ່ງໃໝ່ຮອດ 8 ຕຸລາ

Related Posts

ລົມໜາວມາຮອດແລ້ວເດີພີ່ນ້ອງ Featured
ນະຄອນຫຼວງວຽງຈັນຕິດເຊື້ອລຸດລົງແຕ່ແຂວງອື່ນໆເພີ່ມຂຶ້ນ Featured
ບ້ານແດງນະຄອນຫຼວງຕົວເລກສູງທີ່ສຸດ Featured
ນະຄອນຫຼວງວຽງຈັນໜັກແທ້ໆເພີ່ມ 716 ຄົນ Featured
ທ່ານນາຍົກລັດຖະມົນຕີ ລົງພື້ນທີ່ນໍ້າຖ້ວມທີ່ສະຫວັນນະເຂດ ພ້ອມນໍາການຊ່ວຍເຫຼືອມູນຄ່າ 1.3 ຕື້ກວ່າກີບ Featured
ຕິດເຊື້ອໃໝ່ 901 ໄຊຍະບູລີຍັງຕິດສູງທີ່ສຸດ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme