Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ແຮງງານລາວທີ່ຕົກຄ້າງຢູ່ໄທ ຢາກກັບປະເທດ ໃຫ້ພົວພັນເຈົ້າໜ້າທີ່ດ່ວນ!

Posted on 14/07/202114/07/2021 By ປະກາດ Pakaad No Comments on ແຮງງານລາວທີ່ຕົກຄ້າງຢູ່ໄທ ຢາກກັບປະເທດ ໃຫ້ພົວພັນເຈົ້າໜ້າທີ່ດ່ວນ!

ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ຂໍຖືເປັນກຽດ ແຈ້ງມາຍັງທ່ານຊາບວ່າ: ເພື່ອປະຕິບັດຕາມຄໍາສັ່ງ ຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ແລະ ບັນດາ ແຈ້ງການ ກ່ຽວກັບມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ຂອງພະຍາດ COVID-19 ບໍ່ໃຫ້ແຜ່ລາມອອກເປັນວົງກວ້າງ ຢູ່ ສປປ ລາວ.ຈຶ່ງແຈ້ງໃຫ້ບັນດາທ່ານ ເອົາໃຈໃສ່ປະສານສົມທົບກັບດ່ານເຊິ່ງໜ້າ ເພື່ອຮັບເອົາ ແຮງງານລາວ ຫຼື ພົນລະເມືອງລາວ ທີ່ຕົກຄ້າງຢູ່ ຣາຊະອານາຈັກໄທ, ໂດຍຕ້ອງປະຕິບັດຕາມກົນໄກ ຄືດັ່ງນີ້:

ແຮງງານລາວ 349 ຄົນ ໄດ້ຮັບການຊ່ວຍເຫຼືອເອົາກັບຄືນປະເທດ ຜ່ານດ່ານ ຂົວມິດຕະພາບ 1  – All in LAOS

1. ແຮງງານລາວ ຫຼື ພົນລະເມືອງລາວ ທີ່ມີເອກະສານເດີນທາງຖືກຕ້ອງ, ຄົບຖ້ວນ ໃຫ້ຖືເອົາກົນໄກການປະສານສົມທົບກັບດ່ານເຊິ່ງໜ້າ ເພື່ອຮັບເອົາເຂົາເຈົ້າກັບຄືນ ສປປ ລາວ

2. ການຮັບເອົາແຮງງານລາວ ຫຼື ພົນລະເມືອງລາວ ທີ່ເດີນທາງໄປ ຣາຊະອານາຈັກໄທ ແບບບໍ່ຖືກຕ້ອງ ໃຫ້ປະຕິບັດຄືດັ່ງນີ້: (ສຶກສາອົບຮົມ, ກ່າວເຕືອນ ແລະ ຫ້າມບໍ່ໃຫ້ມີການປັບໃໝ)

ຕ້ອນຮັບ ແຮງງານລາວ 103 ຄົນ ທີ່ມາຈາກປະເທດສຸມສ່ຽງ ເຂົ້າສູນກັ່ນຕອງ ຫຼັກ 27  ນະຄອນຫຼວງວຽງຈັນ – All in LAOS

2.1 ຜູ້ທີ່ມີເອກະສານ ຫຼື ຂໍ້ມູນ ທີ່ສາມາດຢັ້ງຢືນວ່າເປັນພົນລະເມືອງລາວ ເຊັ່ນ: ບັດປະຈຳຕົວ, ສໍາມະໂນຄົວ ຫຼື ໜັງສືຢັ້ງຢືນອື່ນ ໃຫ້ປະຕິບັດ ຕາມກົນໄກການປະສານສົມທົບ ກັບດ້ານເຊິ່ງໜ້າ ເພື່ອຮັບເອົາເຂົາເຈົ້າກັບຄືນ ສປປ ລາວ

gh4 | ຂ່າວທັນເຫດການ

2.2 ຜູ້ທີ່ບໍ່ມີເອກະສານ ຫຼື ຂໍ້ມູນ ທີ່ບໍ່ສາມາດຢັ້ງຢືນວ່າເປັນພົນລະເມືອງລາວ ໃຫ້ປະສານສົມທົບກັບດ່ານເຊິ່ງໜ້າເພື່ອເກັບກໍາຂໍ້ມູນ ເຊັ່ນ: ຊື່, ນາມສະກຸນ, ວັນເດືອນປີເກີດ, ທີ່ຢູ່ໃນ ສປປ ລາວ, ໄປເຮັດວຽກຫຍັງຢູ່ ໄທ, ເບີໂທພໍ່-ແມ່ ຫຼືຍາດພີ່ນ້ອງຢູ່ ລາວ ເພື່ອສັງລວມຂໍ້ມູນ ປະສານຫາພາກສ່ວນກ່ຽວຂ້ອງ ພິສູດວ່າເປັນພົນລະເມືອງລາວແທ້ ກ່ອນຈະອະນຸຍາດ ໃຫ້ເດີນທາງເຂົ້າ ສປປ ລາວ

ຕົ້ນປີ! ມີແຮງງານລາວ ລັກລອບເຂົ້າປະເທດຜ່ານເມືອງສອງຄອນ ທັງໝົດ 85 ຄົນ -  ເປັນເລື່ອງ

3. ການຮັບເອົາ ພົນລະເມືອງລາວ ຫຼື ແຮງງານລາວ ທຸກຄັ້ງ ຕ້ອງຮີບຮ້ອນປະສານສົມທົບກັບ ຄະນະສະເພາະກິດທ້ອງຖິ່ນນັ້ນ ເພື່ອພາຕົວພວກກ່ຽວ ໄປກວດຫາເຊື້ອ COVID-19 ແລະ ໄປຈໍາກັດບໍລິເວນ ຕາມສະຖານທີ່ ທີ່ກໍານົດໄວ້.ຈາກນັ້ນ ໃຫ້ສັງລວມຂໍ້ມູນລາຍງານ ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ປະຈໍາວັນ (14:00 ໂມງ).

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ ຢ່າງເຂັ້ມງວດ.

ไม่มีคำอธิบายรูปภาพ

.

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວດີ! ບ້ານແດງນະຄອນຫຼວງ ບໍ່ມີແລ້ວ! ແຕ່ທົ່ວປະເທດມີຄົນຕິດເຊື້ອນໍາເຂົ້າ 75 ຄົນ
Next Post: ເຕືອນການເດີນທາງ! ລົດພ່ວງຂວາງ ທາງພູເກົ້າຫຼັກ!

Related Posts

ລັດຖະບານອັງກິດ ຊ່ວຍເຫລືອວັກຊິນ ອ໋ອກສ໌ຟອດ-ແອສຕາເຊເນກາ ຈໍານວນ 415.000 ໂດສ ໃຫ້ ສປປ ລາວ Featured
ເພີ່ມຫຼາຍກວ່າເກົ່່າ 1378 ຄົນ ເສຍຊີວິດ 4 Featured
ເວທີເຈລະຈາຈັບຄູ່ທຸລະກິດ ພາຍໃຕ້ຫົວຂໍ້ ໄທ-ລາວ ເຊື່ອມຕໍ່ການຄ້າໄຮ້ພົມແດນ Featured
ຂໍ້ມູນຜູ້ເຄາະຮ້າຍທັງສີ່ລາຍງານມື້ນີ້ທີ່ນະຄອນຫຼວງວຽງຈັນ Featured
ດ່ານພາສີສາກົນວັງເຕົ່າ ເກັບລາຍຮັບໄດ້ 215 ຕື້ກວ່າກີບ ໃນໄຕມາດທໍາອິດປີ 2022 Featured
ຄໍາສັ່ງເຈົ້າແຂວງອຸດົມໄຊຍົກລະດັບຕ້ານໂຄວິດ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme