Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ງາມແທ້ໂອ້! ສະຖານີລົດໄຟຫຼວງພະບາງໄດ້ສໍາເລັດການກໍ່ສ້າງພາກສ່ວນຫຼັງຄາ ແລະ ໄດ້ເປີດຜ້າຄຸມຮູບໂສມອອກ

Posted on 09/07/202109/07/2021 By ປະກາດ Pakaad No Comments on ງາມແທ້ໂອ້! ສະຖານີລົດໄຟຫຼວງພະບາງໄດ້ສໍາເລັດການກໍ່ສ້າງພາກສ່ວນຫຼັງຄາ ແລະ ໄດ້ເປີດຜ້າຄຸມຮູບໂສມອອກ

ສະຖານີລົດໄຟຫຼວງພະບາງໄດ້ສໍາເລັດການກໍ່ສ້າງພາກສ່ວນຫຼັງຄາ ແລະ ໄດ້ເປີດຜ້າຄຸມຮູບໂສມອອກດ້ວຍພາບວິວສູງ, ເຊິ່ງໂຄງສ້າງຂອງຫຼັງຄາໄດ້ໃຊ້ຮູບແບບ “ສາມລວງຕັ້ງ ຫນຶ່ງລວງຂວາງ” ໂດຍຖືວ່າເປັນຮູບແບບທີ່ມີຄວາມສະຫຼັບຊັບຊ້ອນ ແລະ ເປັນອາຄານທີ່ມີຄວາມໂດດເດັ່ນທີ່ສຸດຂອງໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ.”

ສະຖານີດັ່ງກ່າວໄດ້ຮັບເຫມົາກໍ່ສ້າງໂດຍກຸ່ມບໍລິສັດກໍ່ສ້າງທາງລົດໄຟສປຈີນ, ມີເນື້ອທີ່ທັງຫມົດ 7.970 ຕາແມັດ, ຕິດຕັ້ງ 2 ຊານສະຖານີ 4 ສາຍທາງ, ຮອງຮັບຜູ້ໂດຍສານໄດ້ຫຼາຍເຖິງ 1.200 ຄົນ,

ການອອກແບບເປັນໂຄງສ້າງເຫຼັກ ແລະ ມີຫຼາຍຂັ້ນຕອນໃນການປະກອບ ພ້ອມການຕິດຕັ້ງທີ່ຕ້ອງມີຄວາມລະອຽດສູງ ແລະ ມີຄວາມຫຍຸ້ງຍາກທີ່ສຸດ,

ໃຫ້ສໍາເລັດການກໍ່ສ້າງຫຼັງຄາທີ່ມີຄຸນນະພາບ ແລະມີມາດຕະຖານສູງ ທາງໂຄງການໄດ້ນໍາໃຊ້ເຕັກໂນໂລຊີ BIM (ສ້າງແບບຈໍາລອງຂໍ້ມູນອາຄານ), ເພື່ອຈໍາລອງສະແດງການຕິດຕັ້ງຕາຫນ່າງໂຄງສ້າງເຫຼັກ ພ້ອມທັງໄດ້ສ້າງແຜນງານກໍ່ສ້າງພິເສດກັບຊ່ຽວຊານ ສປຈີນ,

ໃນໄລຍະໄດ້ຮັບຜົນກະທົບຂອງພະຍາດ COVID-19 ທາງໂຄງການໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງ, ການກໍ່ສ້າງ ພ້ອມທັງເສີມສ້າງການປະຕິບັດວຽກງານສົມທົບກັບການກວດກາດ້ານເຕັກນິກຂອງສະຫນາມກໍ່ສ້າງຢ່າງເຂັ້ມງວດ, ເປັນການຮັບປະກັນເຖິງຄວາມສຳເລັດແລະປອດໄພໃຫ້ແກ່ຊັ້ນໂຄງສ້າງເຫຼັກຂອງຫຼັງຄາຢ່າງມີຄຸນນະພາບ,

ປັດຈຸບັນນີ້ສະຖານີລົດໄຟຫຼວງພະບາງກໍາລັງດໍາເນີນວຽກງານດ້ານການຕົບແຕ່ງ ແລະ ຕິດຕັ້ງເຄື່ອງໄຟຟ້າ, ຄາດວ່າເດືອນສິງຫານີ້ຈະສໍາເລັດຮູບໂສມທັງຫມົດຂອງອາຄານສະຖານີດັ່ງກ່າວ

CRI-FM93

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ຝົນຍັງຈະຕົກໃນທົ່ວທຸກພາກ ພະຍາກອນອາກາດ ວັນທີ 9 ກໍລະກົດ 2021 ເວລາ 19:00
Next Post: ລາວ-ໄທ ຮ່ວມຫາລື ເພື່ອກຳນົດແນວທາງແກ້ໄຂບັນຫາແຮງງານລາວຢູ່ໄທໃນຊ່ວງໄລຍະມີການລະບາດຂອງເຊື້ອພະຍາດ ໂຄວິດ-19

Related Posts

ຄໍາສັ່ງດ່ວນປິດເມືອງຊຽງຄໍ້ຊົ່ວຄາວ Featured
ເຕືອນສະບັບທີ2 ພາຍຸກົມປາສຸ(KOMPASU) Featured
ສະມາຄົມແພດເດັກລາວ ຫາລືແນວທາງປະຕິບັດເພື່ອຫລຸດຜ່ອນອັດຕາການເສຍຊີວິດຂອງເດັກນ້ອຍລາວ Featured
ຊົມເຊີຍ Food For Fighters LAOS ໂຮມນໍ້າໃຈ ເອົາອາຫານມອບໃຫ້ສັງຄົມ ສູ້ໄພ ໂຄວິດ-19 Featured
ເສຍຊີວິດໃໝ່ 5 ເສຍຊີວິດສະສົມ 558 Featured
ພົບເຫັນຫຼາຍໂຄງການລົງທຶນຂອງລັດບໍ່ໂປ່ງໃສແລະມູນຄ່າສູງເກີນໄປ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme