Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ໃຊ້ເຮືອໄວລົງໄປກວດກາເບິ່ງຕົວຈິງ ພົບວ່າ ສິ່ງທີ່ເຫັນນັ້ນເປັນພຽງກະຕຸກນໍ້າດື່ມໃຫຍ່ 20 ລິດ

Posted on 12/07/202112/07/2021 By ປະກາດ Pakaad No Comments on ໃຊ້ເຮືອໄວລົງໄປກວດກາເບິ່ງຕົວຈິງ ພົບວ່າ ສິ່ງທີ່ເຫັນນັ້ນເປັນພຽງກະຕຸກນໍ້າດື່ມໃຫຍ່ 20 ລິດ

ຈາກກໍລະນີມີຄົນເຜີຍແຜ່ຄລິປວິດີໂອວ່າ ມີແຮງງານລາວ ປະມານ 3-4 ຄົນ ທີ່ເຮັດວຽກຢູ່ໄທລອຍຂ້າມນໍ້າຂອງເພື່ອກັບຄືນມາລາວຢູ່ເຂດເທດສະ ບານນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດ ໃນທ້າຍອາທິດຜ່ານມານີ້ ເຮັດໃຫ້ເປັນຂ່າວດັງໃນສື່ສັງຄົມອອນລາຍ ແລະ ສ້າງຄວາມແຕກຕື່ນໃນສັງຄົມ ເພາະຢ້ານວ່າຈະນໍາເອົາເຊື້ອພະຍາດໂຄວິດ-19 ມາແຜ່ລະບາດໃນລາວ.

ຕໍ່ເຫດການທີ່ເກີດຂຶ້ນ ພົນຈັດຕະວາ ສີ ທະວີໄຊ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ຄະນະກໍາມະການຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງສະຫວັນນະເຂດ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ ວ່າ: ຂ່າວດັ່ງກ່າວບໍ່ມີມູນຄວາມຈິງແຕ່ຢ່າງໃດ ເພາະທັນທີທີ່ມີຂ່າວນີ້ເກີດຂຶ້ນ ຄະນະຮັບຜິດຊອບທີ່ກ່ຽວຂ້ອງໄດ້ໃຊ້ເຮືອໄວລົງໄປກວດກາເບິ່ງຕົວຈິງ ພົບວ່າ: ສິ່ງທີ່ເຫັນນັ້ນເປັນພຽງກະຕຸກນໍ້າດື່ມໃຫຍ່ 20 ລິດ ທີ່ປະຊາຊົນໃຊ້ເປັນໂປ່ມມອງເພື່ອຫາປາເທົ່ານັ້ນ ບໍ່ແມ່ນຄົນລອຍນໍ້າຂ້າມມາແຕ່ຢ່າງ ໃດ.

ສ່ວນ ພັນເອກ ສົມໝາຍ ພົມມະຈັນ, ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ໃຫ້ສໍາພາດວ່າ: ສໍາລັບຜູ້ເຜີຍແຜ່ຄລິປທີ່ບໍ່ມີມູນຄວາມຈິງໃນຄັ້ງນີ້ ກອງບັນຊາການ ປກສ ແຂວງ ໄດ້ມອບໃຫ້ ປກສ ນະຄອນໄກສອນ ພົມວິຫານ ເພື່ອນໍາຜູ້ກ່ຽວມາສຶກສາອົບຮົມບໍ່ໃຫ້ເຮັດແບບນີ້ອີກຕໍ່ໄປ.

ຂໍ້ມູນ ແລະ ພາບ: Lao National Radio

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ຄຳມ່ວນ ປ່ອຍປາຄືນສູ່ທຳມະຊາດ ທີ່ໜ້າເຂື່ອນໄຟຟ້ານໍ້າຫີນບູນ
Next Post: ເຈົ້າໜ້າທີດ່ານພາສີສາກົນນໍ້າພາວ ຢຶດ – ທຳລາຍສີນຄ້ານຳເຂົ້າແບບບໍ່ຖືກຕ້ອງ

Related Posts

ສອງມື້ຜ່ານມາ ຕິດເຊື້ອທັງໝົດ 245 ຄົນ Featured
ຄໍາແນະນໍາ ສຳລັບຜູ້ທີ່ຈະເດີນທາງມາຈາກປະເທດທີ່ບໍ່ມີການລະບາດຂອງພະຍາດ COVID-19 Featured
ແຂວງຫົວພັນແຈ້ງການມາດຕະການຜ່ອນຜັນສະບັບໃໝ່ Featured
ທັງຕິດເພີ່ມຫຼາຍແລະເສຍຊີວິດຫຼາຍຂຶ້ນ Featured
ກໍານົດຂັ້ນຕອນແລະເວລາການລົງທະບຽນເບີ Featured
ຄຳແນະນຳ ຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍອາກອນລາຍໄດ້ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme