Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຂໍ້ມູນຄົນຕິດເຊື້ອໃໝ່ 3 ຄົນ ແລະສະຖານທີ່ສ່ຽງ ນະຄອນຫຼວງວຽງຈັນ

Posted on 24/06/202124/06/2021 By ປະກາດ Pakaad No Comments on ຂໍ້ມູນຄົນຕິດເຊື້ອໃໝ່ 3 ຄົນ ແລະສະຖານທີ່ສ່ຽງ ນະຄອນຫຼວງວຽງຈັນ

ຄະນະສະເພາະກິດ ບາຍງານວ່າ ວັນທີ 23/6/2021 ໄດ້ກວດວິເຄາະທັງໝົດ 1,574 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອທັງໝົດ 4 ຄົນ, ຈາກນະຄອນຫຼວງ 3 ຄົນ ແລະ ສະຫວັນນະເຂດ 1 ຄົນ.

ສຳລັບນະຄອນຫຼວງວຽງຈັນ 3 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ.

ສ່ວນ ແຂວງສະຫວັນນະເຂດ 1 ຄົນ ແມ່ນກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດໄທ ໂດຍຖືກຕ້ອງຕາມກົດໝາຍ ເຊິ່ງຖືວ່າ ເປັນກໍລະນີນຳເຂົ້າ.
ດັ່ງນັ້ນ, ມື້ນີ້ມີການຕິດເຊື້ອໃໝ່ 4 ຄົນ, ບໍ່ມີການເສຍຊີວິດໃໝ່ 0 ຄົນ, ກຳລັງປິ່ນປົວ 115 ຄົນ.

ກ່ຽວກັບ 3 ຄົນ ທີ່ຕິດເຊື້ອໃໝ່ ໃນນະຄອນຫຼວງວຽງຈັນ, ດັ່ງຕໍ່ໄປນີ້:

  • ຄົນທີ 1: ເພດຍິງ, ອາຍຸ 22 ປີ, ສັນຊາດລາວ, ອາຊີບ: ປະຊາຊົນ, ບ້ານນາສ້າງໄພ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວມີອາການເຈັບຫົວ, ມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ, ໄປເກັບຕົວຢ່າງ ໃນວັນທີ 23 ມີຖຸນາ 2021 ຢູ່ໂຮງໝໍເສດຖາທິຣາດ ແລະ ຜົນກວດພົບເຊື້ອ.
  • ຄົນທີ 2: ເພດຊາຍ, ອາຍຸ: 22 ປີ, ສັນຊາດລາວ, ອາຊີບ: ກຳມະກອນ, ບ້ານດອນແດງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫຍັງ, ມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ), ໄປເກັບຕົວຢ່າງ ໃນວັນທີ 23 ມີຖຸນາ 2021 ຢູ່ ມສ ສີໂຄດ ແລະ ຜົນກວດພົບເຊື້ອ.
  • ຄົນທີ 3: ເພດຍິງ, ອາຍຸ: 19 ປີ, ສັນຊາດລາວ, ບ້ານພະຂາວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ຜູ້ກ່ຽວບໍ່ມີອາການຫຍັງ, ມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອ (ຄົນໃນຄອບຄົວຜູ້ຕິດເຊື້ອ), ໄປເກັບຕົວຢ່າງ ໃນວັນທີ 23 ມີຖຸນາ 2021 ຢູ່ບ້ານພະຂາວ ແລະ ຜົນກວດພົບເຊື້ອ.

ເຂດ/ສະຖານທີ່ສ່ຽງ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ, ມີດ່ັງຕໍ່ໄປນີ້:

ເວລາ 17:50 -18:10 ໂມງ ຂອງວັນທີ 19/06/2021: ໄປຕະຫລາດໄອຊິນ, ບ້ານນາສ້າງໄພ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ

Featured, ຂ່າວສານບ້ານເມືອງ, ສຸຂະພາບ

Post navigation

Previous Post: ລັດຖະບານ ສ ເກົາຫລີ ຊ່ວຍເຫລືອ ເຂົ້າ 1.320 ໂຕນ ໃຫ້ ສປປ ລາວ
Next Post: ລົງຂາວຢ່າຟ້າວຕົກໃຈ ບໍ່ແມ່ນລົງຂາວແບບໃດກໍ່ຕ້ອງກິນຢາ…

Related Posts

ໜັກກວ່າເກົ່າສະຖິຕິໃໝ່ 1401 ຄົນ Featured
USAID ຊ່ວຍເຫຼືອ 2,4 ລ້ານໂດລາເພື່ອສ້າງຄວາມເຂັ້ມແຂງໃນວຽກງານສັກວັກຊີນກັນ ໂຄວິດ-19 ໃນ ສປປ ລາວ Featured
ຂໍ້ມູນຜູ້ເຄາະຮ້າຍກໍລະນີທີ 25ແລະ26 ຂ່າວສານບ້ານເມືອງ
ແມ່ຕູ້ບົວຊ້ອຍພົບກັບບໍລິສັດກົດໝາຍພົມສຸພາແອນຊັນແລ້ວ! Featured
ຄ້າຍຄຸມຂັງມີຕົວເລກຢູ່ສາມແຂວງເຖິງ 155ຄົນ Featured
ຄົນເຈັບ ໂຄວິດ-19 ເສຍຊິວິດ ອີກ 1 ຄົນ ທີ່ແຂວງສະຫວັນນະເຂດ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme