Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ແຈ້ງເຕືອນ! ພາຍຸເຂດຮ້ອນ ໂຄກູມະ KOGUMA

Posted on 13/06/202113/06/2021 By ປະກາດ Pakaad No Comments on ແຈ້ງເຕືອນ! ພາຍຸເຂດຮ້ອນ ໂຄກູມະ KOGUMA

ແຈ້ງເຕືອນພາຍຸເຂດຮ້ອນ ປະຈຳວັນທີ 13 ມີຖຸນາ 2021, ເວລາ 12:00 ໂມງ

ພາຍຸໝູນເຂດຮ້ອນ ໂຄກູມະ KOGUMA ກໍາລັງເຄື່ອນທີ່ເຂົ້າທາງພາກເໜືອຂອງ ສສ ຫວຽດນາມ ໃນເວລາ 7 ໂມງ45 ນາທີ ມີຈຸດສູນກາງຢູ່ເສັ້ນຂະໜານທີ 19.6 ອົງສາເໜືອ ແລະ ເສັ້ນແວງທີ 105.4 ອົງສາຕາເວັນອອກ ພວມເຄື່ອນທີ່ມາທາງທິດຕາເວັນຕົກ ດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ ຄາດວ່າ ພາຍຸຫົວນີ້ຈະອ່ອນກໍາລັງລົງເປັນພາຍຸດີເປຊັນ ໃນຕອນແລງຂອງມື້ນີ້ ຊຶ່ງຈະເຮັດໃຫ້ມີຝົນຕົກໜັກເປັນບໍລິເວນກວ້າງ ແຕ່ເຂດແຂວງພາກກາງ ຫາ ພາກເໜືອ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນທີ່ອາໄສຢູ່ເຂດແຂວງດັ່ງກ່າວໃຫ້ມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືກັບສະພາບຝົນຕົກໜັກ ທີ່ກໍ່ໃຫ້ເກີດມີດິນເຈື່ອນ, ນໍ້າຖ້ວມຊຸ ແລະ ນໍ້າປ່າໄຫລຊຸແຮງ ທີ່ຈະເກີດຂຶ້ນໃນໄລຍະ 1-2 ວັນຕໍ່ໜ້ານີ້.

Featured, ຂ່າວສານບ້ານເມືອງ, ພະຍາກອນອາກາດປະຈໍາວັນ, ເຕືອນໄພ

Post navigation

Previous Post: ໂຄວິດ-19 ຕິດເພີ່ມ 6 ຄົນ ຈາກ 3 ແຂວງ (13/6/2021)
Next Post: ໂຄວິດ-19 ທົ່ວປະເທດ ຕິດສະສົມກາຍ 2000 ຄົນແລ້ວ (ນະຄອນຫຼວງ +7)

Related Posts

ພະຍາກອນອາກາດ ປະຈໍາວັນທີ 18 ຕຸລາ 2021 Featured
ປິດບ້ານຂວາງແລະບ້ານນໍ້າເງິນ ເມືອງນາໝໍ້ຊົ່ວຄາວ Featured
ນະຄອນຫຼວງຍັງຮ້ອນແຕ່ພາກເໜືອເຢັນ Featured
ດ່ວນເດີເຂື່ອນໄຟຟ້າເຊລະນອງ1 ແຈ້ງປ່ອຍນໍ້າອອກອ່າງ Featured
ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ແລະ ຕົກປານກາງ Featured
ແຂວງຫຼວງພະບາງ ອອກແຈ້ງການສະບັບໃໝ່ ຮັບມື ໂຄວິດ-19 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme