Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

Nissan ALMERA – ຍອດຂາຍກວ່າ 20 ລ້ານຄັນ ນັບຕັ້ງແຕ່ມື້ເປີດໂຕຮອດປັດຈຸບັນ

Posted on 13/10/202113/10/2021 By ປະກາດ Pakaad No Comments on Nissan ALMERA – ຍອດຂາຍກວ່າ 20 ລ້ານຄັນ ນັບຕັ້ງແຕ່ມື້ເປີດໂຕຮອດປັດຈຸບັນ

ລົດເກັງຂອງ Nissan ທີ່ຂາຍດີທີ່ສຸດໃນໂລກ, ທີ່ໄດ້ຮັບການຍອມຮັບ ແລະ ຄວາມເຊື່ອໝັ້ນມາເປັນເວລາ ກວ່າ 50 ປີ

ເດືອນຕຸລາ ປີ 2021 – ບໍລິສັດ Tan Chong Motor (Lao) Co. Ltd. (“TCML”), ຕົວແທນຈໍາໜ່າຍພາຫະນະຂອງ Nissan ພຽງໜຶ່ງດຽວ ໃນ ສປປ ລາວ ແລະ ເປັນບໍລິສັດລູກຂອງ Tan Chong Motor Holdings Berhad (Malaysia), ຈະເປີດໂຕແລະວາງຈໍາໜ່າຍລົດເກັງຂອງ Nissan ທີ່ຂາຍດີທີ່ສຸດໃນໂລກໃນໄວໆນີ້. ກ່ອນອື່ນ, ໄປທຳຄວາມຮູ້ຈັກກັບຄວາມເປັນມາອັນຍາວນານຂອງລົດລຸ້ນດັ່ງກ່າວກັນເລີຍ.

ປີ 1966-1969 – ລົດ Nissan ລຸ້ນ 1000cc ລຸ້ນທໍາອິດ ໄດ້ຖືກວາງຈໍາໜ່າຍໃນປະເທດຍີ່ປຸ່ນ. Datsun Sunny ເປັນລົດລຸ້ນນ້ອຍ ບັນຈຸຜູ້ໂດຍສານໄດ້ 5 ຄົນ ສໍາລັບເດີນທາງຈາກທາງຫຼວງໄປຍັງບັນດາເມືອງຕ່າງໆ, ເຄື່່ອນໄຫວຢ່າງຄ່ອງໂຕ ແລະ ລາຄາເປັນມິດ.

ປີ 1970-1973 – ລຸ້ນທີ 2 ທີ່ມີເຄື່ອງຍົນຂະໜາດ 1.2L & 1.4L ທີ່ເປັນຂະໜາດທີ່ໃຫຍ່ຂຶ້ນກວ່າເກົ່າ (ລົດເກັ໋ງຊະນິດສອງປະຕູລຸ້ນທໍາອິດໃນປະເທດຍີ່ປຸ່ນ) ມີພະລັງງານທີ່ສົມດຸນ, ນິ້ມນວນ, ປອດໄພ ແລະ ປະຫຍັດນໍ້າມັນ.

ປີ 1973-1977 – ລຸ້ນທີ 3 ທີ່ມີຮູບຮ່າງໃຫຍ່, ໂຄ້ງ ແລະ ມີພາບລັກທີ່ເປັນໄວລຸ້ນ. Sunny ໄດ້ຮັບໄຊຊະນະອັນດັບທີໜຶ່ງ ໃນການແຂ່ງຂັນລົດປະຫຍັດນໍ້າມັນ ທີ່ຈັດໂດຍສຳນັກງານຮັກສາສິ່ງແວດລ້ອມຂອງສະຫະລັດອາເມລິກາ.

ປີ 1977-1981 – ລຸ້ນທີ 4 ມີເຄື່ອງຍົນຂະໜາດ 1.4L ພ້ອມທັງແວ່ນໜ້າລົດທີ່ກວ້າງຂຶ້ນ ແລະ waistline ທີ່ຕໍ່າກວ່າເກົ່າ ເພີ່ມປັບການແນມເຫັນ ແລະ ຄວາມຄ່ອງແຄ້ວຂອງລົດຕະກູນ Saloon ໃຫ້ດີຂຶ້ນ.

1ປີ 1981-1985 – ລຸ້ນທີ 5 ແມ່ນລຸ້ນແຫ່ງການປະຕິວັດ ແລະ ປະສົບຜົນສຳເລັດທົ່ວໂລກ. ການຈັດວາງຮູບແບບລົດຂັບເຄື່ອນດ້ວຍລໍ້ໜ້າ (FF) ໃໝ່ ແລະ ເຄື່ອງຍົນດ້ານໜ້າປະເພດ E-type OHC 1.3L ແລະ 1.5L ໄດ້ຮັບການເປີດໂຕຂຶ້ນ. Nissan ໄດ້ເພີ່ມໂຮງງານໃນປະເທດສະຫະລັດອາເມລິກາ, ສະເປນ ແລະ ອັງກິດ ເພື່ອຮອງຮັບການຜະລິດພິເສດ. ປີ 1983 Sunny ໄດ້ກາຍເປັນລຸ້ນທີ່ໄດ້ຮັບການຜະລິດຫຼາຍທີ່ສຸດທົ່ວໂລກ, ແຊງໜ້າລົດ Volkswagen Golf ແລະ Toyota Corolla. ລົດດັ່ງກ່າວ ໄດ້ຖືກຈໍາໜ່າຍໃນ 130 ປະເທດທົ່ວໂລກ.

ປີ 1985-1990 – ລຸ້ນທີ 6 ທີ່ຕາມມາ ແມ່ນລົດທີ່ຂັບເຄື່ອນດ້ວຍຄຸນະພາບ ແລະ ຮັກສາສົມດຸນໄດ້ເປັນຢ່າງດີ.

ປີ 1990-1994 – ວິວັດທະນາການລຸ້ນທີ 7 ແມ່ນໄດ້ຮັບການພັດທະນາພາຍໃຕ້ແນວຄວາມຄິດ “ລົດ super saloon sedan ລຸ້ນໃໝ່ ທີ່ມີຄວາມງາມທີ່ມີສະໄຕລ໌ ແລະ ຂັບຂີ່ມ່ວນ” ພ້ອມທັງມີດ້ານ sport, ມີພາບລັກຫຼູຫຼາ ແລະ ລາຄາຄຸ້ມຄ່າ.

ປີ 1994-1998 – ລຸ້ນທີ 8 ແມ່ນເປັນການປະຕິວັດດ້ານການອອກແບບ ແລະ ການປະຕິບັດງານ. ລຸ້ນນີ້ ປະກອບມີການປະສົມປະສານຄັ້ງທຳອິດໃນໂລກ ລະຫວ່າງ ລະບົບກັນສະເທືອນຫຼັງ ແບບ multi-link ແລະ torsion beam ທີ່ໄດ້ຮັບການພັດທະນາດ້ານການຂັບຂີ່ ແລະ ການຕອບສະໜອງຂອງລໍ້ລົດ. ການອອກແບບໂຄງຫຼັກຂອງລົດ ແມ່ນໄດ້ອອກແບບົນພື້ນຖານແຜນໂຄງສ້າງ ຫຼື platform Fairlady Z, Silvia, ແລະ Skyline.

ປີ 1998-2010 – ລຸ້ນທີ 9 ແມ່ນປະຕິບັດການໂດຍອີງໃສ່ platform ອັນໃໝ່ອ່ຽມ, 4 ເຄື່ອງຍົນລະບົບຫົວສີດເຊື້ອເພີງເຂົ້າສູ່ຫ້ອງເຜົາໄໝ້ໂດຍກົງ ໃໝ່, ລະບົບເກຍແປຜັນ (ເກຍ CVT) ທີ່ຄ່ອງແຄ້ວ, ພະນັກພິງຫົວ ແລະ ລະບົບເພີ່ມແຮງເບກອັດຕະໂນມັດ (ປະດິດໂດຍ Nissan). ລົດລຸ້ນນີ້ ຈະສຸມໃສ່ຄວາມຫຼູຫຼາ ແລະ ຄວາມຊັບຊ້ອນ.

ປີ 2010-2019 – ລຸ້ນທີ 10 ລຸ້ນ Almera ເປັນລົດ sedan ທີ່ ໄດ້ຮັບການຍອມຮັບ ແລະ ມີພາບລັກທີ່ໜ້າເຊື່ອຖື ທີ່ຮັກສາສາຍເລືອດຂອງການເປັນ “ລົດຄອບຄົວ sedan ທີ່ຫຼູຫຼາ ແລະ ມີສົມດຸນທີ່ດີ” ທີ່ໄດ້ຮັບການປະຕິວັດຈາກລຸ້ນຜ່ານມາ ເຮັດໃຫ້ກາຍເປັນລຸ້ນທີ່ປະສົບຄວາມສຳເລັດທົ່ວໂລກມາເປັນເວລາກວ່າ 50 ປີ. ລົດລຸ້ນນີ້ ມີຍອດຂາຍກວ່າ 2.7 ລ້ານຄັນຈາກໃນ 108 ປະເທດ.

ປີ 2021 – ລົດ Nissan ALMERA ໃໝ່ ກໍາລັງຈະໄດ້ຮັບການວາງຈໍາໜ່າຍໃນ ສປປ ລາວ ໃນໄວໆນີ້ ແລະ ຈະບໍ່ພຽງແຕ່ຮັກສາມາດຕະຖານໃນການປະຢັດນໍ້າມັນ, ການປະຕິບັດງານ, ຄວາມນິ້ມນວນ, ຄວາມສະດວກສະບາຍ, ເທັກໂນໂລຢີ AI, ຄວາມປອດໄພ, ຄວາມຫຼູຫຼາ ແລະ ຄວາມປະທັບໃຈໃນການຂັບຂີ່ ເທົ່ານັ້ນ, ແຕ່ຍັງມີລາຄາທີ່ເປັນມິດ ແລະ ມີການອອກແບບລາຍລະອຽດພາຍນອກ ແລະ ພາຍໃນທີ່ສະດຸດຕາອີກດ້ວຍ.

ລົດລຸ້ນ Nissan ALMERA ໃໝ່ ຈະໄດ້ຮັບການວາງຈໍາໜ່າຍພາຍໃນ 2-3 ອາທິດນີ້, ໂດຍລົດລຸ້ນດັ່ງກ່າວ ເປັນລຸ້ນທີ່ມີຮູບແບບທີ່ເງົາງາມ ແລະ ອອກແນວ sport ພ້ອມດ້ວຍອົງປະກອບພາຍໃນທີ່ມີຄຸນະພາບສູງ. ພ້ອມນີ້, ເທັກໂນໂລຍີຂັບເຄື່ອນອັດສະລິຍະລ່າສຸດຂອງ Nissan ກໍຖືກນໍາມາໃຊ້ໃນລົດ sedan ໃໝ່ລູ້ນນີ້. ສະນັ້ນ, ຈຶ່ງຮຽນມາຍັງບັນດາທ່ານຈົ່ງຕັ້ງໜ້າຕິດຕາມມື້ວາງຈໍາໜ່າຍຢ່າງເປັນທາງການດ້ວຍ.

Nissan Info brought to you by Tan Chong Motor Lao

ທ່ານສາມາດເຂົ້າຢ້ຽມຊົມໃນເວັບໄຊທ໌ www.nissan-lao.la/ ຫຼື ຕິດຕາມ Facebook Page ຂອງ Nissan Laos ທີ່ fb.com/NissanLaos/ ເພື່ອເບິ່ງຂໍ້ມູນເພີ່ມເຕີມກ່ຽວກັບລົດ Nissan ທຸກໆລຸ້ນ.

Featured, ທຸລະກິດ

Post navigation

Previous Post: ຄ້າຍຄຸມຂັງມີຕົວເລກຢູ່ສາມແຂວງເຖິງ 155ຄົນ
Next Post: ສປ.ຈີນ ມອບວັກຊິນໃຫ້ ສປປ.ລາວອີກ 1 ລ້ານໂດສ

Related Posts

ນາຍົກລັດຖະມົນຕີແຫ່ງ ສປປລາວ ກ່າວໃນກອງປະຊຸມທາງໄກ ສະຫຼອງ ສປຊ ຄົບຮອບ 75 ປີ Featured
ຄະນະສະເພາະກິດ ອອກຄໍາແນະນໍາ ການຈັດງານຊາປະນະກິດສົບ Featured
ສຸດເສົ້າ! ແມ່ຕິດໂຄວິດ-19ເກີດລູກ ແລ້ວເສຍຊີວິດ! ລູກປອດໄພ Featured
ຂ່າວດີ 63 ປໍ້າເປີດມື້ນີ້ ທີ່ ນະຄອນຫລວງວຽງຈັນ Featured
ນະຄອນຫຼວງວຽງຈັນມີບ້ານແດງ115ບ້ານ Featured
ດັ່ງແດນເທບນິຍາຍ ປ່າດົງດິບ ພູເບ້ຍ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme