Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ກອງປະຊຸມສາມັນຄົບຄະນະຄັ້ງທີ II ສະໄໝທີ V ຂອງຄະນະພັກກະຊວງຖະແຫລງຂ່າວ, ວັດທະນາທຳ ແລະທ່ອງທ່ຽວ

Posted on 19/03/202119/03/2021 By ປະກາດ Pakaad No Comments on ກອງປະຊຸມສາມັນຄົບຄະນະຄັ້ງທີ II ສະໄໝທີ V ຂອງຄະນະພັກກະຊວງຖະແຫລງຂ່າວ, ວັດທະນາທຳ ແລະທ່ອງທ່ຽວ

ໃນວັນທີ 19 ມີນາ 2021 ພາຍໃຕ້ການເປັນປະທານຂອງສະຫາຍ ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນາທຳ ແລະທ່ອງທ່ຽວ ມີຄະນະບໍລິຫານງານພັກກະຊວງສະໄໝທີ V ເຂົ້າຮ່ວມທັງໝົດ 23 ສະຫາຍ.

ສະຫາຍ ກິແກ້ວ ໄຂຄຳພິທູນ ມີຄຳເຫັນວ່າ: ຈຸດປະສົງກອງປະຊຸມຄັ້ງນີ້ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ IX ຂອງພັກ ແລະມະຕິກອງປະຊຸມໃຫ່ຍຄັ້ງທີ V ຂອງອົງຄະນະພັກກະຊວງຖະແຫລງຂ່າວ, ວັດທະນາທຳ ແລະທ່ອງທ່ຽວໃຫ້ເປັນຮູບປະທຳ ແລະໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນເອກະພາບ, ຮັບຮອງເອົາແຜນດຳເນີນງານຂອງຄະນະບໍລິຫານງານພັກກະຊວງສະໄໝທີ V, ມະຕິວ່າດ້ວຍແບບແຜນວິທີເຮັດວຽກຂອງຄະນະປະຈໍາພັກກະຊວງ, ກຳມະການຄະນະບໍລິຫານງານພັກກະຊວງຖະແຫລງຂ່າວ, ວັດທະນາທຳ ແລະທ່ອງທ່ຽວ ແນໃສ່ສ້າງຄວາມເປັນເອກະພາບໃນການແບ່ງງານ, ແບ່ງຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານພັກກະຊວງຖະແຫລງຂ່າວ, ວັດທະນາທຳ ແລະທ່ອງທ່ຽວສະໄໝທີ V.


ກອງປະຊຸມສາມັນຄົບຄະນະຄັ້ງທີ II ສະໄໝທີ V ຂອງຄະນະພັກກະຊວງຖະແຫລງຂ່າວ, ວັດທະ ນາທຳ ແລະທ່ອງທ່ຽວຄັ້ງນີ້ບັນດາສະຫາຍຄະນະພັກກະຊວງຍັງໄດ້ປຶກສາຫາລືບາງບັນຫາສຳຄັນຮີບດ່ວນຈຳນວນໜື່ງ ເປັນຕົ້ນຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີຂອງກະຊວງນັບແຕ່ 2021 – 2025 ທີ່ຈະນໍາສະເໜີຕໍ່ລັດຖະບານ ແລະຜ່ານສະພາແຫ່ງຊາດ, ຮ່າງບົດສະຫລຸບຕີລາຄາຜົນສຳ ເລັດ ແລະແຜນການເຊື່ອມຊຶມຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ IX ຂອງພັກ ກໍ່ຄືມະຕິກອງປະຊຸມໃຫ່ຍຄັ້ງທີ V ຂອງອົງຄະນະພັກກະຊວງຖະແຫລງຂ່າວ, ວັດທະນາທຳ ແລະທ່ອງທ່ຽວໃຫ້ປະກົດຜົນເປັນຈິງ.

ຂ່າວ: ຈັນທະສອນ ສີຫານາດ
ພາບ: ຕາລີເຊ້ຍ ລໍມີໄຊ

Featured, ລັດຖະບານ

Post navigation

Previous Post: ລາວໂທລະຄົມຈັບມື ກະຊວງ ປທສ ຮ່ວມມືພັດທະນາລະບົບບໍລິຫານ ແລະ ບໍລິການລັດແບບ Digital , ແລະ ການແຂ່ງຂັນ Makerthon Lao
Next Post: ແຈ້ງທຶນການສຶກສາ ຂອງລັດຖະບານໄທ ສົກປີ 2021-22

Related Posts

ວັກຊິນໄຟເຊີ 799.110 ໂດສ໌ ໂດຍການຊ່ວຍເຫຼືອຂອງ ສະຫະລັດອາເມລິກາຮອດ ສປປລາວ ແລ້ວ Featured
ຕິດເຊື້ອເພີ່ມ 359 ເສຍຊີວິດໃໝ່ 4 Featured
ທ່ານ ນາຍົກລັດຖະມົນຕີ ອວຍພອນ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ (1 ມິຖຸນາ) Featured
ນາຍົກລັດຖະມົນຕີ ພົບປະສື່ມວນຊົນພາຍໃຕ້ຫົວຂໍ້ ການແກ້ໄຂພະຍາດໂຄວິດ-19 Featured
ພົບເຫັນໝົດແລ້ວຜູ້ສູນຫາຍຈາກເຫດການເຮືອຫຼົ້ມທີ່ອ່າງນ້ຳໄຜ່ Featured
ຍອດຜູ້ຕິດເຊື້ອເສຍຊີວິດກາຍ 300 ຄົນແລ້ວ ສປປ ລາວ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme