Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ບຸນນະມັດສະການ ພຣະທາດຫຼວງວຽງຈັນ ປີ 2020 ຈັດ 3 ມື້ 3 ຄືນ

Posted on 21/10/202021/10/2020 By ປະກາດ Pakaad No Comments on ບຸນນະມັດສະການ ພຣະທາດຫຼວງວຽງຈັນ ປີ 2020 ຈັດ 3 ມື້ 3 ຄືນ

ອີງຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລື່ອງ ທິດຊີ້ນໍາກ່ຽວກັບການຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2020 ສະບັບເລກທີ 1132/ຫສນຍ; ລົງວັນທີ 15 ຕຸລາ 2020 ເຖິງເຈົ້າຄອງນະຄອນຫຼວງວຽງຈັນໃຫ້ຮູ້ວ່າ:

1 ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເຫັນດີໃຫ້ຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2020 ແຕ່ການຈັດງານບຸນປີນີ້ ແມ່ນໃຫ້ຖືເອົາປະເພນີເປັນຕົ້ນຕໍ. ສ່ວນການຈັດຕະຫຼາດນັດ ວາງສະແດງສິນຄ້າ ແລະ ການຂາຍເຄື່ອງດື່ມ(ທີ່ມີທາດເຫຼົ້າ) ແລະ ງານບັນເທີງຕ່າງໆ ແມ່ນໃຫ້ໂຈະກ່ອນ. ສໍາລັບຮ້ານຂາຍອາຫານ, ເຄື່ອງດື່ມ(ທີ່ບໍ່ມີທາດເຫຼົ້າ), ຮ້ານຂາຍດອກໄມ້, ທູບ-ທຽນ ເພື່ອບູຊາ ແມ່ນເຫັນດີໃຫ້ວາງຂາຍ ໂດຍໃຫ້ເວັ້ນໄລຍະຫ່າງ ແລະ ມີຫຼາຍຈຸດ.

2 ສໍາລັບວັນ ແລະ ເວລາ ແມ່ນເຫັນດີໃຫ້ຈັດໃນລະຫວ່າງວັນທີ 29-31 ຕຸລາ 2020 (ກໍານົດໃຫ້ 3ວັນ) ຕາມການສະເໜີ, ລາຍລະອຽດມີດັ່ງນີ້:

  • ມື້ຂຶ້ນ 13 ຄໍ່າ ເດືອນ 12 ລາວ ກົງກັບວັນທີ 29 ຕຸລາ 2020: ພິທີຄອບໄຄວ່ ແລະ ແຫ່ຜາສາດເຜິ້ງ.
  • ມື້ຂຶ້ນ 14ຄໍ່າ ເດືອນ 12ລາວ ກົງກັບວັນທີ 30 ຕຸລາ 2020 ພິທີແຫ່ລູກຄີ ແລະ ແຂ່ງຂັນປະເພນີຕີຄີ.
  • ມື້ຂຶ້ນ 15 ຄໍ່າ ເດືອນ 12 ລາວ ກົງກັບວັນທີ 31ຕຸລາ 2020 ພິທີຕັກບາດ ແລະ ວຽນທຽນ. ສ່ວນຮູບແບບການຕັກບາດໃນຕອນເຊົ້າ ແມ່ນໃຫ້ຈໍາກັດ ແລະ ຈັດຢູ່ສະເພາະແຕ່ເດີ່ນສະໜາມຫຼວງ ໂດຍກໍາກັບການວາງບາດຄູບາໃຫ້ມີໄລຍະຫ່າງທີ່ເໝາະສົມ.

3 ມອບໃຫ້ຄະນະສະເພາະກິດ ໂຄວິດ-19 ຂັ້ນນະຄອນຫຼວງວຽງຈັນ ເອົາໃຈໃສ່ກໍາກັບການປະຕິບັດຄາມມາດຕະການປ້ອງກັນການແຜ່ລະບາດຂອງພະຍາດ ທີ່ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ວາງອອກຢ່າງເຂັ້ມງວດ.

ພ້ອມທັງຖືເອົາໂອກາດນີ້ເປັນການໂຄສະນາປະຊາສໍາພັນໃຫ້ປະຊາຊົນ ແລະ ມວນຊົນ ທີ່ມາຮ່ວມງານ ຮັບຮູ້ ແລະ ເຂົ້າໃຈ ພ້ອມກັນຈັດຕັ້ງປະຕິບັດໃຫ້ມີບັນຍາກາດ ແລະ ຮັບປະກັນຄວາມສະຫງົບປອດໄພ.

Featured, ຂ່າວສານບ້ານເມືອງ, ວັດທະນະທໍາ

Post navigation

Previous Post: ຖະແຫຼງຂ່າວການກະກຽມຈັດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII
Next Post: ການນໍາເມືອງພີນພ້ອມຄະນະກໍາມະການຕ້ານໄພພິບັດຂັ້ນເມືອງສືບຕໍ່ລົງພື້ນທີ່ນໍ້າຖ້ວມພ້ອມມອບເຄື່ອງບັນເທົາທຸກ

Related Posts

ພະນັກງານ-ລັດຖະກອນທີ່ປະຕິບັດໜ້າທີ່ຢູ່ເຂດຫ່າງໄກສອກຫຼີກແລະທຸລະກັນດານ ຈະໄດ້ນະໂຍບາຍຫຍັງແດ່? Featured
ຜູ້ເສຍຊີວິດໃໝ່ສາມຄົນລາຍງານມື້ນີ້ມີນັກໂທດຄົນໜຶ່ງ Featured
ຮັບຮອງເອົາມື້ເປີດ-ປິດ “ຊຽງຂວາງ ເກມ” ແລະ ຕັດເຫຼືອ 25 ປະເພດກິລາ Featured
ໂຄວິດ-19 ທົ່ວປະເທດ ຕິດສະສົມກາຍ 2000 ຄົນແລ້ວ (ນະຄອນຫຼວງ +7) Featured
ຮອງເລຂາພັກແຂວງສາລະວັນ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບອັກຄີໄພທີ່ເມືອງລະຄອນເພັງ Featured
ໃຜມີລົດເຖື່ອນຮີບໄປແຈ້ງເສຍພາສີດ່ວນຖ້າກາຍກໍານົດຈະຖືກປັບໃໝໜັກ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme