Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຍອດຜູ້ຕິດເຊື້ອແຂວງບໍ່ແກ້ວ ແຊ່ງແຂວງຈຳປາສັກແລ້ວ !!!!

Posted on 06/05/202106/05/2021 By ປະກາດ Pakaad No Comments on ຍອດຜູ້ຕິດເຊື້ອແຂວງບໍ່ແກ້ວ ແຊ່ງແຂວງຈຳປາສັກແລ້ວ !!!!

ມາຮອດວັນທີ່ 6 ພຶດສະພາ ແຂວບໍ່ແກ້ວມີຈຳນວນຜູ້ຕິດເຊື້ອ ເພີ່ມຂຶ້ນ 72 ຄົນ ແລະ ວັນທີ 5 ພຶດສະພາ 2021 ນີ້, ແຂວງບໍ່ແກ້ວເປັນແຂວງທີ່ພົບຜູ້ຕິດເຊື້ອ ພະຍາດໂຄວິດ-19 ເປັນອັນດັບ 2 ຂອງປະເທດລາວ ໂດຍມີຜູ້ຕິດເຊື້ອພະຍາດດັ່ງກ່າວ  191 ຄົນ, ອັນດັບ 1 ແມ່ນນະຄອນຫລວງວຽງຈັນ ໂດຍພົບຜູ້ຕິດເຊື້ອແລ້ວທັງໝົດ 649 ຄົນ ແລະ ອັນດັບ 3 ແມ່ນແຂວງຈໍາປາສັກ ໂດຍມີຜູ້ຕິດເຊື້ອຈໍານວນ 161 ຄົນ

ຊຶ່ງພາຍໃນແຂວງບໍ່ແກ້ວສ່ວນ ຫຼາຍແມ່ນພົບຢູ່ເມືອງຕົ້ນເຜິ້ງຍ້ອນວ່າເມືອງດັ່ງກ່າວເປັນທີ່ຕັ້ງຂອງເຂດເສດຖະກິດສະເພາະສາມຫຼ່ຽມຄໍາ ແລະ ເປັນເມືອງຊາຍແດນລະຫວ່າງ 4 ປະເທດ: ລາວ, ໄທ, ຈີນ, ມຽນມາ.ພາຍຫຼັງທີ່ພົບຜູ້ຕິດເຊື້ອເພີ່ມຂຶ້ນໃນແຕ່ລະວັນຢູ່ແຂວງບໍ່ແກ້ວ ໂດຍສະເພາະວັນທີ 4 ພຶດສະພາ 2021 ທີ່ຜ່ານມາພົບຜູ້ຕິດເຊື້ອວັນດຽວເຖິງ 20 ຄົນນັ້ນ, ອໍານາດການປົກຄອງເມືອງ ຕົ້ນເຜິ້ງ ໄດ້ເພິ້ມທະວີມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ກຽມພ້ອມຮອບດ້ານເພື່ອຕ້ານ ພະຍາດໂຄວິດ – 19 ໂດຍໄດ້ປິດຕະຫຼາດເທດສະບານເມືອງ ແລະ ຕະຫຼາດແລງບ້ານໃຫຍ່ ຕົ້ນເຜິ້ງ ເປັນການຊົ່ວຄາວ

ເປັນແບບນີ້ແລ້ວ ແຂວງບໍ່ແກ້ວເປັນແຂວງທີ່ຫນ້າເປັນຫວ່ງຫລາຍທີ່ສຸດ ເພາະຖ້າບໍ່ຄວບຄຸມການເຂົ້າອອກຂອງພົນລະເມືອງໃຫ້ດີ ອາດຈະເຮັດໃຫ້ມີຜົນກະທົບຕໍ່ເມືອງຫລືແຂວງໃກ້ຄຽງໄດ້ຖ້າຈຳນວນຜູ້ຕິດເຊື້ອຈະເພິ່ມຂຶ້ນເລື້ອຍໆ ແລະ ມີຈຳນວນຫລາຍຂຶ້ນແບບນີ້ແລ້ວ ກໍ່ເຖິງເວລາຕ້ອງມີການຄວບຄຸມ ແລະ ປ້ອງກັນຢ່າງເຄັງຄັດເພື່ອບໍ່ໃຫ້ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ໄປເມືອງອື່ນ ຫລື ແຂວງອື່ນໄດ້.

ຂ່າວສານບ້ານເມືອງ

Post navigation

Previous Post: ວັນທີ່ 3 ພຶດສະພາ ໄດ້ມີພິທີມອບ-ຮັບ ແລະ ເປີດນໍາໃຊ້ ໂຮງໝໍພາກສະໜາມລ້ານຊ້າງ
Next Post: ແຈ້ງການ ຊີ້ແຈ້ງ ເລື້ອງຄົນໂດດຕຶກຕາຍ ຢູ່ແຂວງບໍ່ແກ້ວເປັນຂ່າວປອມ!!!!

Related Posts

ສາວອ້ອຍ ໄຊຍະ ເຕົ້າໂຮມນໍ້າໃຈ ໄປຊ່ວຍ ປະຊາຊົນບ້ານຖໍ້າລອດ ການກຸສົນ
ແຜນການລົງທະບຽນແລະສັກຢາ J&J ທີ່ ນະຄອນ ຫລວງພຣະບາງ Featured
ແຈ້ງການປິດບ້ານປິດເມືອງຫຼວງນໍ້າທາຮອດ 1 ພະຈິກ 2021 Featured
ກຸ່ມບ້ານຊຽງດາວ ເມືອງເມິງ ແຂວງບໍ່ແກ້ວ ເຂັ້ມງວດຕ້ານວຽກງານປ້ອງກັນໂຄວິດ-19 Uncategorized
ຫາລືການບໍລິຫານຈັດການອ່າງນ້ຳ ຂອງເຂື່ອນໄຟຟ້ານ້ຳຕົກ ແລະ ແຜນຮັບມືສຸກເສີນ ໃນລະດູຝົນ Featured
ຂ່າວດ່ວນ! ເສຍຊິວິດ ກໍລະນີທໍາອິດ ທີ່ ສະຫວັນນະເຂດ (ກໍລະນີທີ 5 ທົ່ວປະເທດ) Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme