Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ແຂວງຫົວພັນ ໄດ້ຮັບເຄື່ອຊ່ວຍເຫລືອ ໃຫ້ແກ່ປະຊາຊົນທີ່ປະສົບໄພພິບັດ ລວມມູນຄ່າ 1 ຕື້ກ່ວາກີບ

Posted on 12/08/202012/08/2020 By ປະກາດ Pakaad No Comments on ແຂວງຫົວພັນ ໄດ້ຮັບເຄື່ອຊ່ວຍເຫລືອ ໃຫ້ແກ່ປະຊາຊົນທີ່ປະສົບໄພພິບັດ ລວມມູນຄ່າ 1 ຕື້ກ່ວາກີບ

ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຫົວພັນ. ໃນວັນທີ 6 ສິງຫາ2020 ນີ້,. ເປັນກຽດເຂົ້າຮ່ວມ ກ່າວມອບໂດຍ ທ່ານປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ( ຮສສ) ແລະ ກ່າວຮັບໂດຍ ທ່ານ ຄໍາສອນ ເທບວົງຊໍາ ຄະນະປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງຫົວພັນ ມີແຂກຖຶກເຊີນຕະຫລອດຮອດພະນັກງານເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ກໍ່ໄດ້ລາຍງານສະພາບ ການຈັດຕັ້ງປະຕິບັດວຽກງານສັງຄົມສົງເຄາະ, ຄວບຄຸມ, ປ້ອງກັນ ແລະ ຕອບໂຕ້ໄພພິບັດໃນໄລຍະຜ່ານມາຂອງແຂວງຫົວພັນໃຫ້ຮັບຊາບ ໃນຕົ້ນປີ 2020 ທາງແຂວງແມ່ນ ໄດ້ຮັບຜົນກະທົບຈາກໄພພິບັດແຫ້ງແລ້ງ ໃນນີ້: 6 ເມືອງທີ່ປະສົບໄພພິບັດ ຄື: ເມືອງກວັນ, ຊໍາໃຕ້, ວຽງໄຊ, ເມືອງຮ້ຽມ, ສົບເບົາ ແລະ ເມືອງຫົວເມືອງ, ມີຜູ້ໄດ້ຮັບຜົນກະທົບ ຈໍານວນ 159 ບ້ານ, 2,219 ຄອບຄົວ, 14.773 ຄົນ, ຍິງ 6.744 ຄົນ, ພ້ອມນີ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຕົກລົງອະນຸມັດເຂົ້າກິນ ຈໍານວນ 118 ໂຕນ ມູນຄ່າ 1.113,920.000 ກີບ ໂດຍແມ່ນ ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອພາຍໃຕ້ກອງ ທຶນເພື່ອນຮ່ວມງານ KR1 ເເລະ ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ຄົວເຮືອນ, ເຕັ້ນ, ມູນຄ່າ 344,476,630 ກີບ ສໍາລັບການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນໃນຄັ້ງນີ້,

ໃນໂອກາດນີ້ ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະວັດດີການສັງຄົມ ກໍ່ໄດ້ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດວຽກງານເຝົ້າລະວັງ, ຄວບຄຸມ ແລະ ຕອບໂຕ້ໄພພິບັດທີ່ຈະເກີດຂຶ້ນໃນຕໍ່ໜ້າ ເປັນຕົ້ນແມ່ນຕ້ອງກຽມຄວາມພ້ອມຕະຫລອດເວລາ ແລະ ຕອບໂຕ້ໃຫ້ທັນກັບສະພາບການ, ເຫດການ. ໂດຍສະເພາະແມ່ນການຊ່ວຍເຫລືອປະຊາຊົນຜູ້ປະສົບເຄາະຮ້າຍຈາກໄພພິບັດຕ່າງໆ ທີ່ເກີດຂຶ້ນ.

ຂ່າວສານ ຮສສ: ເພັດສະໄໝ

ຂ່າວສານບ້ານເມືອງ

Post navigation

Previous Post: ກອງປະຊຸມປະກາດແຕ່ງຕັ້ງຄະນະຊີ້ນຳ ແລະ ອະນຸກຳມະການກະກຽມປ້ອງກັນ ແລະ ຮັບມືໄພພິບັດ
Next Post: ເມືອງວັງວຽງ ແຈ້ງການສືບຕໍ່ປີດບັນດາກິດຈະການຮ້ານບັນເທິງ ຮ້ານຄາຣາໂອເກະ ຮ້ານກິນດື່ມ ຫຼື ການເຕົ້າໂຮມຄົນຈຳນວນຫຼາຍ

Related Posts

ນາຍົກລັດຖະມົນຕີ ຮ່ວມປູກຕົ້ນໄມ້ ສະຫລອງ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ Featured
ປະທານປະເທດ ແຫ່ງ ສປປ ລາວ ສົ່ງສານອວຍພອນ ປີໃໝ່ສາກົນ ຕ້ອນຮັບ ຄ.ສ 2022 Featured
ແຂວງຫລວງພະບາງ ທຳລາຍຢາເສບຕິດແລະອຸປະກອນການເສບຢາຈໍານວນຫຼາຍ Featured
ນັກໂທດຕິດໂຄວິດ-19 ເສຍຊີວິດອີກ 1​ ຄົນ ລວມເປັນ 14 ຄົນແລ້ວ Featured
24 ມິຖຸນາ 2022 ປັບລາຄານໍ້າມັນທຸກຊະນິດຂຶ້ນອີກຄັ້ງ Featured
ນັກຮຽນເຈັບທ້ອງ ແລະ ອາການຜິດປົກກະຕິ ກະທັນຫັນ ຫຼາຍຄົນ ຫຼັງກິນຢາຂ້າແມ່ທ້ອງ ຂ່າວສານບ້ານເມືອງ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme