Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

8 ແຂວງພາກເໜືອ ສຳມະນາການຮ່ວມມືສາກົນໃນຂະແໜງ ຖວທ

Posted on 08/04/202108/04/2021 By ປະກາດ Pakaad No Comments on 8 ແຂວງພາກເໜືອ ສຳມະນາການຮ່ວມມືສາກົນໃນຂະແໜງ ຖວທ

ກົມແຜນການ ແລະ ການຮ່ວມມືສາກົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ (ຖວທ) ຮ່ວມກັບ ພະແນກ ຖວທ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສຳມະນາວຽກງານ ຮ່ວມມືສາກົນໃນຂະແໜງ ຖວທ 8 ແຂວງພາກເໜືອ ຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມພະແນກ ຖວທ ແຂວງຫຼວງະບາງ ໂດຍການເປັນປະທານຂອງທ່ານ ນາງ ແພງຈັນ ແພງເມືອງ ຫົວໜ້າ ກົມແຜນການ ແລະ ການຮ່ວມມືສາກົນ ກະຊວງ ຖວທ, ມີບັນດາທ່ານຫົວໜ້າພະແນກ, ຮອງພະ ແນກ ຖວທ ຈາກ 8 ແຂວງພາກເໜືອ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ແພງຈັນ ແພງເມືອງ ໄດ້ມີຄຳເຫັນກ່າວເປີດກອງປະຊຸມດັ່ງກ່າວວ່າ: ການຈັດກອງ ປະຊຸມຄັ້ງນີ້, ບັນດາທ່ານຜູ້ແທນເຂົ້າຮ່ວມຈະໄດ້ແລກປ່ຽນ ແລະ ຖອດຖອນບົດຮຽນໃນການຮ່ວມມືກັບ ຕ່າງປະເທດໃນໄລຍະຜ່ານມາ ແລະ ໃນຕໍ່ໜ້າ.

ພ້ອມນີ້ ກໍຈະໄດ້ຮັບເອົາການປະກອບຄໍາຄິດຄໍາເຫັນ ຈາກບັນດາທ່ານ ເພື່ອຮ່ວມກັນຊອກຫາວິທີການທີ່ເໝາະສົມ ຊຸກຍູ້ໃຫ້ການຈັດຕັ້ງປະຕິບັດຂອບການ ຮ່ວມມືສາກົນໃຫ້ເກີດດອກອອກຜົນ ແລະ ຜົນປະໂຫຍດສູງສຸດ ຕໍ່ຂະແໜງການຂອງພວກເຮົາໃຫ້ ນັບມື້ນັບກວ້າງຂວາງ ແລະ ມີປະສິດທິຜົນຍິ່ງຂຶ້ນ ເວົ້າສະເພາະໃນໄລຍະທີ່ພວມປະສົບກັບການ ລະບາດຂອງພະຍາດ COVID-19 ເພື່ອໃຫ້ເຂົ້າໃຈເຖິງການດໍາລົງຊີວິດ ແລະ ປັບຕົວໃຫ້ສອດຄ່ອງ ກັບເງື່ອນໄຂ “ວິຖີການດໍາລົງຊີວິດແບບໃໝ່ ຫຼື New Normal” ດ້ວຍຄວາມເອົາໃຈໃສ່ ແລະ ເຊື່ອໝັ້ນຢ່າງຍິ່ງວ່າ ຜ່ານການປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນໃນກອງປະຊຸມຄັ້ງນີ້ ບັນດາ ທ່ານຈະນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ ນຳໄປສືບຕໍ່ຜັນຂະຫຍາຍ, ເຜີຍແຜ່ໄປຍັງ ເພື່ອນຮ່ວມງານ ແລະ ບຸກຄົນອື່ນໆທີ່ກ່ຽວຂ້ອງຂອງທ່ານ ເພື່ອເຊື່ອມຊຶມຄວາມຮູ້-ຄວາມເຂົ້າໃຈກ່ຽວ ກັບການຈັດຕັ້ງປະຕິບັດກົນໄກການຮ່ວມມືສາກົນໃຫ້ເປັນລະບົບປະຕູດຽວ ຊຶ່ງເປັນນິຕິກຳອັນຈຳເປັນ ໃນການຄຸ້ມຄອງວຽກງານດັ່ງກ່າວ ໃຫ້ມີຄວາມຮັດກຸມ-ເປັນພື້ນຖານໃນການຮ່ວມມືກັບຕ່າງປະເທດ ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ສອດຄ່ອງກັບຄຳຂວັນຂອງກອງປະຊຸມອົງຄະນະພັກກະຊວງ ຖວທ ຄັ້ງທີ V ທີ່ໄດ້ລະບຸໄວ້ວ່າ: “ການນຳພາເຂັ້ມແຂງ, ການຄຸ້ມຄອງສັກສິດ, ຂ່າວສານທັນສະໄໝ, ວັດທະນະທຳສິວິໄລ, ທ່ອງທ່ຽວຍືນຍົງ”.

ຂ່າວ: ຈາກກະຊວງ ຖວທ

ລັດຖະບານ

Post navigation

Previous Post: ໄຂຂຶ້ນຢ່າງເປັນທາງການ ກອງປະຊຸມຄັ້ງປະຖົມມະລຶກ ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ II
Next Post: ໂຄງການເຈລະຈາທຸລະກິດອອນໄລນ໌ໄທ – ລາວ ເພື່ອສົ່ງເສີມແລະຮ່ວມມືດ້ານທຸລະກິດ

Related Posts

ດ່ວນ! ໃໝ່ຫຼ້າສູດ ຄໍາສັ່ງຂອງເຈົ້າ ນະຄອນ ຫລວງພຣະບາງ Featured
ພັດທະນາທ່າແຮງເດັກນ້ອຍລາວບັນດາເຜົ່າ ຮອດປີ 2030 ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ 1.2 ໃຫ້ປະກົດຜົນເປັນຈິງ Featured
ຄໍາແນະນໍາ ຂັ້ນຕອນລະອຽດ ໃນການປະກອບເອກະສານ ຂໍອະນຸຍາດ ເຂົ້າ-ອອກ ສປປ ລາວ ລັດຖະບານ
ຕໍາຫຼວດສາມຄົນຖືກໄລ່ອອກຈາກໜ້າທີ່ຍ້ອນເມີນເສີຍຕໍ່ຄຳສັງຂອງຂັ້ນເທິງ Featured
ຊົມເຊີຍ 73 ປີ ກອງທັບ ປະຊາຊົນລາວ Featured
ດ່ວນເດີ!ແຂວງຄໍາມ່ວນມີຄໍາສັງໃໝ່ລັອກດ່າວຮອດ11ຕຸລາ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme