Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ລາວໂທລະຄົມຈັບມື ກະຊວງ ປທສ ຮ່ວມມືພັດທະນາລະບົບບໍລິຫານ ແລະ ບໍລິການລັດແບບ Digital , ແລະ ການແຂ່ງຂັນ Makerthon Lao

Posted on 18/03/202118/03/2021 By ປະກາດ Pakaad No Comments on ລາວໂທລະຄົມຈັບມື ກະຊວງ ປທສ ຮ່ວມມືພັດທະນາລະບົບບໍລິຫານ ແລະ ບໍລິການລັດແບບ Digital , ແລະ ການແຂ່ງຂັນ Makerthon Lao

ພິທີເຊັນສັນຍາ MOU ລະຫວ່າງ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ແລະ ສູນບໍລິຫານລັດດ້ວຍເອເລັກໂຕຣນິກ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ

ໃນຕອນບ່າຍ ຂອງວັນທີ່ 18 ມີນາ 2021 ທີ່ສຳນັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ມີງານພິທີເຊັນບົດບັນທຶກຄວາມເຂົ້້າໃຈການຮ່ວມມືກັນລະຫວ່າງ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ແລະ ສູນບໍລິຫານລັດດ້ວຍເອເລັກໂຕຣນິກ (ສລອ) ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຂື້ນຢ່າງເປັນທາງການ.

ໂດຍເປັນກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ປອ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ແລະ ທ່ານ ປອ. ທະວີສັກ ມະໂນທັມ ຫົວໜ້າ ສລອ, ນອກຈາກນີ້ຍັງມີ ຄະນະກົມ, ຄະນະສູນ, ອົງການ ແລະ ຫ້ອງການ ອ້ອມຂ້າງກະຊວງ ປທສ ພ້ອມດ້ວຍ ຄະນະຜູ້ບໍລິຫານ ລາວ ໂທລະຄົມມະນາຄົມ ມະຫາຊົນ ແລະ ບໍລິສັດໃນເຄື່ອ ເຂົ້າຮ່ວມງານ.

ເປັນກຽດລົງນາມພິທີເຊັນສັນຍາ MOU ຄັ້ງນີ້ໂດຍ:
1) ທ່ານ ປອ. ທະວີສັກ ມະໂນທັມ ຫົວໜ້າ ສູນບໍລິຫານລັດດ້ວຍເອເລັກໂຕນິກ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ
2) ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ

ຈຸດປະສົງຂອງການຈັດງານການເຊັນບົດບັນທຶກ (MOU) ໃນຄັ້ງນີ້: ແມ່ນເພື່ອຕົກລົງຮ່ວມມື ຈັດງານແຂ່ງຂັນ Makerthon Lao ແລະ ຮ່ວມມືພັດທະນາລະບົບບໍລິຫານ ແລະ ບໍລິການລັດແບບ Digital ເຊິ່ງແມ່ນ ລາວ ໂທລະຄົມ ຈະເປັນແມ່ງານໃນການຈັດງານ, ທັງນີ້ ການຮ່ວມມືໃນການຈັດງານ Makerthone Lao ກໍ່ແມ່ນເພື່ອກ້າວໄປສູ່ການເຂົ້າຮ່ວມການແຂ່ງຂັນລະດັບ ASEAN ແລະ ຄໍາວ່າ Makerthon ເປັນການນຳເອົາ ຄຳສອງຄຳ ມາລວມກັນຄື Maker ແລະ Marathon,

ງານ Makerthon ຄືງານແຂ່ງຂັນ ທີ່ເປີດໂອກາດໃຫ້ນັກປະດິດ ສາຍໄອທີ ໃນປະເທດລາວໄດ້ມີພື້ນທີ່ສະແດງຄວາມຄິດສ້າງສັນໃນການຄິດຄົ້ນ ແລະ ພັດທະນານະວັດຕະກຳໃໝ່ໆອອກມາຮັບໃຊ້ສັງຄົມ ເປັນຕົ້ນການນຳໃຊ້ ເຕັກໂນໂລຊີ IoT ແລະ Big Data ເພື່ອພັດທະນານຳໃຊ້ ໃນວຽກງານການສຶກສາ, ການກະສິກຳ, ແລະ ອື່ນໆ ໂດຍທີ່ຫົວໃຈຫຼັກຂອງງານຄືການຮຽນຮູ້ ຫຼາຍກວ່າຜົນຂອງການແຂ່ງຂັນ.

Featured, ທຸລະກິດ

Post navigation

Previous Post: ຊົມເຊີຍເຈົ້າໜ້າທີ່ໃຊ້ເວລາພຽງ 1 ວັນ ຈັບຜູ້ກໍເຫດລັກລົດວີໂກ້
Next Post: ກອງປະຊຸມສາມັນຄົບຄະນະຄັ້ງທີ II ສະໄໝທີ V ຂອງຄະນະພັກກະຊວງຖະແຫລງຂ່າວ, ວັດທະນາທຳ ແລະທ່ອງທ່ຽວ

Related Posts

ນິສສັນ Nissan ຕໍານານເລື່ອງລາວຫຼາຍກວ່າ 80 ປີ ໃນການສ້າງລົດ Featured
ເສຍຊີວິດໃໝ່ 4 ຕິດເຊື້ອເພີ່ມ 312 Featured
ຂ່າວບຸນ ບຸນຜ້າປ່າສາມັກຄີເພື່ອສົມທົບທຶນສ້າງພັດທະສີມາ ທີ່ວັດບຸນເໜືອ ເມືອງບຸນເໜືອ ແຂວງຜົ້ງສາລີ Featured
ມີເສື້ອກັນໜາວແລ້ວບໍ່ ເພາະອາກາດສືບຕໍ່ເຢັນລົງທົ່ວທຸກພາກ Featured
ໄຟຟ້າລາວລົງໂທດພະນັກງານ ທີ່ຮ່ວມຫົວລັກໃຊ້ກະແສໄຟຟ້າແບບຜິດກົດໝາຍ Featured
ແມ່ຕູ້ອາຍຸ83ປີຕິດໂຄວິດຈາກໄປຢ່າງສະຫງົບ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme