Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ມີອາຫານມາຈາກທຸກພາກຂອງປະເທດ ທີ່ງານ ເທດສະການອາຫານລາວ 2021

Posted on 24/02/202124/02/2021 By ປະກາດ Pakaad No Comments on ມີອາຫານມາຈາກທຸກພາກຂອງປະເທດ ທີ່ງານ ເທດສະການອາຫານລາວ 2021

ງານເທດສະການອາຫານລາວ ປະຈໍາປີ 2021 ເລີ່ມຂຶ້ນໃນວັນທີ 23 ກຸມພານີ້ ທີ່ສວນເຈົ້າອານຸວົງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ມີຫລາຍກວ່າ 100 ຮ້ານວາງສະແດງຂາຍສິນຄ້າ ໂດຍຈະດຳເນີນໄປຮອດວັນທີ 27 ກຸມພາ 2021 ນີ້ຈິ່ງຈະສໍາເລັດ.

ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ, ປະທານຄະນະກໍາມະການຈັດງານເທດສະການອາຫານລາວປະຈໍາປີ 2021 ໃຫ້ຮູ້ວ່າ: ຈຸດປະສົງການຈັດງານຄັ້ງນີ້ ເພື່ອໃຫ້ຮູ້ເຖິງແນວຄວາມຄິດ ແລະ ບັນຍາກາດອັນໃໝ່ໃນການອະນຸລັກອາຫານ, ການກິນຢູ່, ດໍາລົງຊີວິດໃຫ້ເປັນແບບວັດທະນະທໍາ, ຮີດຄອງປະເພນີດັ່ງເດີມ ແລະ ປັບໃຫ້ເຂົ້າກັບຍຸກສະໄໝຂອງຄົນລາວ, ເສີມສ້າງໃຫ້ເປັນບັນຍາກາດແບບສັງຄົມພື້ນ ເມືອງລາວທີ່ເຄີຍມີມາ, ສືບຕໍ່ຊຸກຍູ້ສົ່ງເສີມແມ່ຍິງຜູ້ຜະລິດ, ຜູ້ປູກຝັງ-ລ້ຽງ ສັດທີ່ປຸງແຕ່ງໃນຮ້ານອາຫານ, ໂຮງແຮມ, ຮ້ານຂາຍຍ່ອຍຈາກທ້ອງ ຖິ່ນຕ່າງໆ

.

ລວມທັງປຸກລະດົມເຊີນຊວນຜູ້ປະກອບການແມ່ຍິງຜະລິດເປັນສິນ ຄ້າໃຫ້ສາມາດສ້າງເຄືອຂ່າຍການຄ້າຢ່າງກວ້າງຂວາງໃນຂອບເຂດທົ່ວປະເທດ ເພື່ອຊຸກຍູ້ນະໂຍບາຍລາວທ່ຽວລາວ ແລະ ສາມາດຕອບສະໜອງສິນຄ້າຢ່າງພຽງພໍໃຫ້ແກ່ຜູ້ມາທ່ຽວຊົມໄດ້ຈັບຈ່າຍຊື້-ຂາຍຢ່າງສະດວກສະ ບາຍ ພ້ອມນີ້ ຍັງເປັນການໂຄສະນາເຜີຍແຜ່ການຫລຸດຜ່ອນພາວະໃຊ້ຖົງຢາງພາສຕິກ, ຫັນມາຊົມໃຊ້ວັດຖຸທໍາມະຊາດ ແລະ ຫັນມາບໍລິໂພກອາຫານພື້ນເມືອງລາວທີ່ປອດສານເຄມີ.

.

.

ພາຍໃນງານຄັ້ງນີ້ ມີຫົວໜ່ວຍທຸລະກິດພາຍໃນປະເທດ ແລະ ຕາງ ໜ້າສະຖານທູດຈາກປະເທດສະມາຊິກອາຊຽນ ປະຈໍາລາວ ເຂົ້າຮ່ວມທັງ ໝົດ 120 ຮ້ານ. ໃນນີ້ ມີຮ້ານວາງສະແດງ ແລະ ຂາຍອາຫານຈໍານວນ 104 ຮ້ານ, ເຄື່ອງຫັດຖະກໍາ ແລະ ກະສິກໍາ 16 ຮ້ານ. ນອກຈາກນີ້ ພາຍໃນງານມີຫລາຍກິດຈະກໍາເປັນຕົ້ນ: ການຈັດຕັ້ງໂຄສະນາໃຫ້ຜູ້ມາຂາຍເຄື່ອງນຸ່ງຖືແບບລາວບູຮານ, ຂາຍອາຫານລາວ, ສາທິດປຸງແຕ່ງອາຫານພື້ນເມືອງລາວຈາກຮ້ານອາຫານຊື່ດັງ, ສາທິດການສານກະຕ່າໄມ້ ຫລື ຫວາຍໃສ່ອາ ຫານ ແລະ ເຄື່ອງຂອງໄດ້ຈາກຮ້ານ, ການປະກວດການຕົບແຕ່ງຮ້ານແບບລາວໆ ພ້ອມທັງກວດສຸຂະພາບ ລວມທັງຮັບຊົມເສບດົນຕີລາວເດີມ ແລະ ອື່ນໆ.%

.

.

.

Cr: ບຸນຍັງ ພຸດສະຫວັດ

ທ່ອງທ່ຽວ, ທຸລະກິດ

Post navigation

Previous Post: ຜູ້ລົງຮັບສະໝັກເລືອກຕັ້ງ ເປັນ ສສຊ ຊຸດທີ IX ເຂດເລືອກຕັ້ງທີ 18 ລົງເຄື່ອນໄຫວຫາສຽງ ຢູ່ເມືອງລ້ອງແຈ້ງ ແຂວງໄຊສົມບູນ
Next Post: ລັດຖະບານ ຊຸດທີ VIII ຈັດກອງປະຊຸມທ້າຍສະໄໝ

Related Posts

ປີນີ້ບຸນອອກພັນສາແລະໄຫຼເຮືອໄຟທີ່ຫຼວງພະບາງໂຈະກ່ອນເດີ Featured
ຟ້າວຈອງດ່ວນ! ເປີດຕົວສະມາດໂຟນ OPPO A93 ແລ້ວ ມັດຈໍາພຽງ 1 ແສນກີບເທົ່ານັ້ນ Featured
ບັດສະມາຊິກ ອິອອນ (AEON) ຊ່ວຍໃຫ້ລູກຄ້າໃຊ້ຈ່າຍປະຢັດກວ່າເກົ່າ ກັບຮ້ານຄ້າຄູ່ຮ່ວມທຸລະກິດ Featured
ບໍລິສັດຕັນຈົງມໍເຕີ (ລາວ) Nissan Laos ຈະເປີດໂຕລົດສອງລຸ້ນໃໝ່ໃນໄວໆນີ້ Featured
ເທວະດາຫລວງຈະອອກໄປຕັກນ້ຳຕາມຮີດຄອງ Featured
ຂະຫຍາຍການຕະຫຼາດອອນລາຍ ສ້າງ Smart Farmer ຈາກນະວັດຕະກໍາລະບົບນໍ້າຄົບວົງຈອນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme