Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

5 ປີຜ່ານມາສະມາຄົມນັກທຸລະກິດໜຸ່ມ ໄດ້ເປັນສ່ວນໜຶ່ງໃນການສ້າງວຽກງານທຳໃຫ້ປະຊາຊົນ ໄດ້ຫຼາຍກວ່າ 1.000 ຄົນ

Posted on 05/11/202005/11/2020 By ປະກາດ Pakaad No Comments on 5 ປີຜ່ານມາສະມາຄົມນັກທຸລະກິດໜຸ່ມ ໄດ້ເປັນສ່ວນໜຶ່ງໃນການສ້າງວຽກງານທຳໃຫ້ປະຊາຊົນ ໄດ້ຫຼາຍກວ່າ 1.000 ຄົນ

ຕະຫຼອດໄລຍະ 5 ປີ ຜ່ານມາ ສະມາຄົມນັກທຸລະກິດໜຸ່ມແຂວງຫຼວງພະບາງ ໄດ້ສຸ່ມໃສ່ຢ່າງປະຕິບັດພາລະບົດບາດ, ສິດ ແລະໜ້າທີ່ ຂອງຕົນດ້ວຍຄວາມຜິດຊອບສູງ ເພື່ອສ້າງທຸກເງື່ອນໄຂໃນການພັດທະນາຫົວໜ່ວຍທຸລະກິດພາຍໃນແຂວງ ໃຫ້ມີຄວາມເຂັ້ມແຂງ ໂດຍເພາະແມ່ນການພັດທະນາດ້ານ ການລົງທືນ ແລະສ້າງວຽກເຮັດງານທຳ, ເຫັນໄດ້ຈາກບົດລາຍການເມືອງ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ 8 ອົງຄະນະພັກແຂວງຫຼວງພະບາງ ທີ່ສຳເລັດໃນຕົ້ນເດືອນຕຸລາຜ່ານມາ ໄດ້ຍົກໃຫ້ເຫັນສະພາບ ການລົງທືນພາກເອກະຊົນ ກວມອັດຕາສ່ວນສູງເຖິງ 69% ຂອງການລົງທືນທັງໝົດ.

ທ່ານ ຄັດຕະພອນ ພົມມະປັນຍາ ອາດິດປະທານສະມາຄົມນັກທຸລະກິດໜຸ່ມແຂວງຫຼວງພະບາງ ໄດ້ລາຍງານໂອກາດດຳເນີນກອງປະຊຸມໃຫຍ່ຂອງຂອງສະມາຄົມນັກທຸລະກິດໜຸ່ມ ເມື່ອບໍ່ດົນມານີ້ວ່າ: ປັດຈຸບັນທົ່ວແຂວງມີຫຼາຍກວ່າ 54 ຫົວໜ່ວຍທຸລະກິດ ທີ່ເປັນສະມາຊິກສະມາຄົມນັກທຸລະກິດໜຸ່ມ ມີຍອດການລົງທືນທັງໝົດ 80 ລ້ານໂດລາສະຫະລັດ ກຳລັງເຄື່ອນໄຫວຢ່າງຕັ້ງໜ້າ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຫຼວງພະບາງ ແລະກາຍເປັນກຳລັງແຮງອັນສຳຄັນ ໃນການປະກອບສ່ວນສ້າງວຽກເຮັດງານທຳ ທີໝັ້ນຄົງໃຫ້ກັບປະຊາຊົນບັນດາເຜົ່າ ແລະຊາວໜຸ່ມຍິງ-ຊາຍ ໃນແຂວງໄດ້ຫຼາຍກວ່າ 1.000 ຄົນ.

ທ່ານ ຄັດຕະພອນ ພົມມະປັນຍາ ໃຫ້ຮູ້ຕື່ມວ່າ: ແຜນການຕໍ່ໜ້າ ສະມາຄົມນັກທຸລະກິດ ໜຸ່ມແຂວງຫຼວງພະາງ ຈະສູ້ຊົນພັດທະນາວຽກງານທຸລະກິດໜຸ່ມໃຫ້ມີຄວາມເຂັ້ມແຂງ ເຕີບໂຕຢ່າງຕໍ່ເນື່ອງ ແລະກາຍເປັນກຳລັງແຮງ ໃນການສ້າງສາ ພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃໝ່, ສ້າງທຸກເງື່ອນໄຂໃນການປະກອບສ່ວນ ສ້າງວຽກເຮັດງານທຳໃຫ້ກັບປະຊາຊົນບັນດາເຜົ່າທີ່ວາງງານ ໃຫ້ອາຊີບທີ່ໝັ້ນຄົງ.

ຂ່າວ: ແຫຼ້ ສຸລີນພອນ

Featured, ທຸລະກິດ

Post navigation

Previous Post: ສະພາແຫ່ງຊາດ ຮັບຮອງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ
Next Post: ແຕ່ງຕັ້ງ ລັດຖະມົນຕີ ຫົວໜ້າ ຫສນຍ ແລະ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້

Related Posts

ນະຄອນຫຼວງວຽງຈັນໜັກສຸດມື້ນີ້ທົ່ວປະເທດກາຍພັນຄົນ Featured
ລະວັງເດີພີ່ນ້ອງຫຼາຍເຂດຈະມີຝົນຕົກໜັກລົມແຮງ Featured
ມີທັງລົມແລະໜາວຕອນຄືນຫາເຊົ້າໃນຫຼາຍເຂດ Featured
ເປີດທີ່ພັກຫລົບໄພແຫ່ງໃໝ່ ໃຫ້ແມ່ຍິງ ທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ Featured
ຂ່າວດ່ວນຂົວລາດບວກຫັກແລ້ວ Featured
ລົງນາມ ຮ່ວມມືກັນສ້າງອາຄານຫ້ອງທົດລອງຄົບຊຸດທີ່ຢັ້ງຢືນຄຸນນະພາບພືດທີ່ເປັນຢາຂອງລາວ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme