Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເຟສບຸກສະໜັບສະໜູນຜູ້ປະກອບທຸລະກິດຈັດທ່ອງທ່ຽວທີ່ປອດໄພຈາກ ໂຄວິດ 19

Posted on 20/10/202024/10/2020 By ປະກາດ Pakaad No Comments on ເຟສບຸກສະໜັບສະໜູນຜູ້ປະກອບທຸລະກິດຈັດທ່ອງທ່ຽວທີ່ປອດໄພຈາກ ໂຄວິດ 19

ໃນຂະນະທີ່ ສປປ ລາວ ເຮົາ,ເປີດໃຫ້ໄປມາຫາສູ່ກັນໄດ້ພາຍໃນປະເທດ, ພວກເຮົາຈຶ່ງຕ້ອງລະມັດລະວັງເພີ່ມຂຶ້ນຕື່ມອີກ ເພື່ອປ້ອງກັນບໍ່່ໃຫ້ມີການລະບາດຂອງພະຍາດໂຄວິດ-19 ອີກຮອບ. ເຊິ່ງມັນກໍເປັນຄວາມຮັບຜິດຊອບຂອງທັງຜູ້ເດີນທາງ ແລະ ຜູ້ປະກອບການ ທີ່ຈະປະຕິບັດຕາມຄຳເເນະນຳ ເພື່ອຫຼຸດຜ່ອນຄວາມສ່ຽງໃນການເເຜ່ລະບາດຮອບໃໝ່.

ສຳລັບ ທຸລະກິດທຸກຮູບເເບບ, ການເປີດເສັ້ນທາງການສື່ສານກັບລູກຄ້ານັ້ນສຳຄັນຍິ່ງກວ່າ ໂດຍສະເພາະໃນໄລຍະທີ່ບໍ່ມີຄວາມເເນ່ນອນນີ້. Facebook ຢາກເປັນສ່ວນໜຶ່ງໃນການເຊື່ອມຕໍ່ລະຫວ່າງ ຜູ້ປະກອບການ ເເລະ ລູກຄ້າ ຈຶ່ງໄດ້ນຳສະເໜີຄູ່ມື່ການເດີນທາງ ເພື່ອຊ່ວຍໃຫ້ ຜູ້ປະກອບການ ສາມາດຕິດຕໍ່ກັບກຸ່ມລູກຄ້າໄດ້ໃນໄລຍະທີ່ພົບກັບວິກິດດັ່ງກ່າວນີ້. ນີ້ເເມ່ນ ເຄັດ(ບໍ່)ລັບ ທີ່ທຸລະກິດທຸກຂະໜາດ ເເລະ ຮູບເເບບ ສາມາດນຳມາໃຊ້ໃນ ຊ່ອງທາງສື່ສັງຄົມອອນລາຍເຊັ່ນ Facebook ເພື່ອເປັນການໂປຣໂມດ ກິດຈະການໃຫ້ ນັກທ່ອງທ່ຽວພາຍໃນປະເທດ.

ເຄັດລັບທີ 1: ຈັດແຄມເປນຄວາມປອດໄພຜ່ານສື່ອອນລາຍ ແລະ ຂອບເຂດຂອງສະຖານທີ່ທຸລະກິດ ເພື່ອເຮັດໃຫ້ລູກຄ້າມີຄວາມຮູ້ ແລະ ປອດໄພຈາກພະຍາດໂຄວິດ-19
ແນະນຳໃຫ້ຜູ້ປະກອບການທຸລະກິດ ຈັດແຄມເປນຄວາມປອດໄພ ສົ່ງເສີມການເດີນທາງ ແລະ ທ່ອງທ່ຽວຢ່າງປອດໄພ. ການນຳສະເໜີຄູ່ມື ແລະ ຄຳແນະນຳ ຊ່ວຍສ້າງພາບທີ່ດີໃຫ້ແກ່ ທຸລະກິດ ດັ່ງກ່າວ ເຮັດໃຫ້ລູກຄ້າ ມີການຄິດເຫັນ brand ດັ່ງກ່າວເປັນທີ 1ສະເໝີ. ເເຄມເປນດັ່ງກ່າວສາມາດມາໃນຮູບເເບບຂອງການ ໃຫ້ຄວາມຮູ້ ຂໍ້ມູນກ່ຽວກັບພະຍາດນີ້ ຈາກສູນຂໍ້ມູນຂ່າວສານທີ່ເປັນທາງການ ເຊັ່ນ: ສູນຂໍ້ມູນໂຄວິດ-19 ໃນ Facebook ຫຼື ພາກສ່ວນສາທາລະນະສຸກໃນຂົງເຂດ ເພື່ອໃຫ້ປະຊາຊົນໄດ້ຮັບຮູ້ເຖິງຂ່າວສານໃໝ່ໆທີ່ຖືກຕ້ອງ ແລະ ຄູ່ມືການປ້ອງກັນ ຜ່ານຊ່ອງທາງເພຈ Facebook ຫຼື ເວັບໄຊ ຂອງ ທຸລະກິດນັ້ນ.

ຕົວຢ່າງທີ່ດີ: ທາງເຂົ້າ ເເລະ ທາງຍ່າງເປັນຕົວຢ່າງທີ່ດີໃນການໃຫ້ມີປ້າຍ ຫຼື ຄຳເຕືອນກ່ຽວກັບການປ້ອງກັນ ໂຄວິດ-19. ໂພສເຕີ້ນຳສະເໜີສິ່ງທີ່ຄວນ ແລະ ບໍ່ຄວນເຮັດໃນຂະນະທີ່ເດີນທາງທ່ອງທ່ຽວນັ້ນ ເປັນການເຕືອນລູກຄ້າທີ່ດີ.

ເຄັດລັບທີ 2: ນໍາສະເໜີຂໍ້ມູນຂ່າວສານທີ່ສໍາຄັນ ຫຼື ຄໍາຖາມທີ່ພົບເລື້ອຍໆ ໃນ ເພຈ Facebook ຂອງທຸລະກິດ

ມີບາງຫົວໜ່ວຍທຸລະກິດທີ່ເລີ່ມໂພສ ຄູ່ມືການປ້ອງກັນ ໂຄວິດ-19 ໃນ ເພຈ Facebook ຂອງຕົນເເລ້ວ ແຕ່ກໍຍັງມີຫຼາຍ ທີ່ຍັງບໍ່ໃຊ້ ສື່ສັງຄົມອອນລາຍ ໃຫ້ເຖິງທີ່ສຸດ. ຖ້າຫາກເຮັດທຸລະກິດກ່ຽວກັບ ການທ່ອງທ່ຽວ ສາມາດນຳສະເໜີ ຄຳຖາມທີ່ຖືກຖາມເລື້ອຍໆເຊັ່ນ ຄຳຖາມກ່ຽວກັບການສົ່ງເງິນຄືນ ຫຼື ການປ່ຽນຂໍ້ມູນການຈອງ ພ້ອມກັບ ມາດຕະການຕ່າງໆທີ່ທາງ ຫົວໜ່ວຍທຸລະກິດ ໄດ້ຕິດຕາມເພື່ອສ້າງຄວາມໝັ້ນໃຈ ທີ່ໜ້າເຊື່ອຖື ໃຫ້ລູກຄ້າຜູ້ທີ່ກຳລັງວາງເເຜນທ່ອງທ່ຽວ ມາຢ້ຽມຢາມສະຖານທີ່ດັ່ງກ່າວໄດ້ຢ່າງອຸ່ນໃຈ.
ຕົວຢ່າງທີ່ດີ: ແນະນຳໃຫ້ມີການໂພສຂໍ້ມູນຕ່າງໆອອນລາຍຜ່ານເວັບໄຊ ຫຼື ສື່ສັງຄົມອອນລາຍເຊັ່ນ Facebook, Instagram ຫຼື ສະຖານະໃນ Whatsapp. ສາມາດປັກໝຸດເອົາຂໍ້ມູນທີ່ສຳຄັນນັ້ນ pin ໃຫ້ຂຶ້ນໄປຢູ່ເທິງສຸດເພື່ອໃຫ້ເປັນການເບິ່ງເຫັນທີ່ສະດວກ.

ເຄັດລັບທີ 3: ໃຊ້ສື່ສັງຄົມອອນລາຍໃນການສື່ສານກັບລູກຄ້າ

ສື່ສັງຄົມອອນລາຍ ໂດຍສະເພາະ Facebook ເປັນ Platform ທີ່ມີການນໍາໃຊ້ຫຼາຍທີ່ສຸດໃນລາວ. ມີຜູ້ສ້າງບັນຊີເກືອບເຖິງເຄິ່ງຂອງຈໍານວນປະຊາກອນທັງໝົດ ດັ່ງນັ້ນ, ຈຶ່ງເເນະນໍາໃຫ້ຫົວໜ່ວຍທຸລະກິດ ມີການສື່ສານຜ່ານທາງ platform ດັ່ງກ່າວ ຍ້ອນມີທ່າເເຮງທີ່ຈະເຮັດໃຫ້ຄົນລາວ ຫຼາຍກວ່າ 3 ລ້ານຄົນເຫັນ. ສະນັ້ນ ທຸລະກິດທຸກຮູບເເບບ,ທຸກຂະໜາດ ຄວນມີເພຈ Facebook ໃສ່ຂໍ້ມູນໃຫ້ຄົບຖ້ວນ ແລະໃຫ້ມີການເຄື່ອນໄຫວເລື້ອຍໆ ເພື່ອໃຫ້ລູກຄ້າສາມາດຄົ້ນຫາຂໍ້ມູນຈາກເພຈ ຫຼື ຕິດຕໍ່ຫາເມື່ອຕ້ອງການ.
ຕົວຢ່າງທີ່ດີ: ສຳລັບທຸລະກິດກ່ຽວກັບການທ່ອງທ່ຽວເເລ້ວ ເປັນປັດໃຈສຳຄັນໃນການຕິດຕໍ່ກັບລູກຄ້າ ສະນັ້ນຈຶ່ງເເນະນຳໃຫ້ມີລະບົບການຈອງ ທີ່ວ່ອງໄວ ທີ່ລູກຄ້າສາມາດເຂົ້າມາຕິດຕາມການຈອງຂອງເຂົາໄດ້ຢ່າງສະດວກ ເຊັ່ນ ການເປີດການຕອບຂໍ້ຄວາມໂດຍອັດຕະໂນມັດໃນ Messenger ເພື່ອໃຫ້ລູກຄ້າຮູ້ວ່າໄດ້ຮັບຂໍ້ຄວາມເເລ້ວ ແລະ ກໍຈະມີການຕອບເມື່ອພົບເຫັນ.

ເຄັດລັບທີ 4: ສຸມໃສ່ກຸ່ມນັກທ່ອງທ່ຽວພາຍໃນໃຫ້ຫຼາຍຂຶ້ນ

ໃນໄລຍະທີ່ລໍຖ້າສະຖານະການໃຫ້ດີຂຶ້ນ ເເນະນຳໃຫ້ມີການ ຫັນປ່ຽນຄົ້ນຫາຕະຫຼາດອື່ນໆ ເ ໂດຍສະເພາະກໍ່ແມ່ນຕະຫຼາດພາຍໃນ ຫຼື ກຸ່ມຄົນທີເຂົາອາດຈະກັບເມືອບ້ານ ຫຼື ກຸ່ມຄົນທີ່ຢູ່ໃນຂົງເຂດອ້ອມຂ້າງ.

ຕົວຢ່າງທີ່ດີ: ນຳໃຊ້ເທດສະການໃນຂົງເຂດໃຫ້ເປັນປະໂຫຍດ ໂດຍການໂປຣໂມດ ພື້ນທີ່ຮ້ານໃຫ້ເປັນສະຖານທີ່ຈັດງານ ຖ້າຫາກທຸລະກິດຂອງທ່ານເປັນຮູບເເບບທຸລະກິດກ່ຽວກັບການຕ້ອນຮັບ (hospitality) ຫຼື ນອນຢູ່ໃນຮູບເເບບທຸລະກິດການກິນດື່ມ. ນອກນັ້ນ ຍັງສາມາດນຳໃຊ້ ເຄື່ອງມືໃນ Facebook ເຊັ່ນ: Event, Facebook Live ຫຼື Meeting Rooms ເພື່ອສື່ສານການກັບລູກຄ້າ.

ເຖິງວ່າຄວາມບໍ່ເເນ່ນອນຈະເປັນອຸປະສັກໃຫ້ກັບທຸກຄົນໃນມື້ນີ້, ເເຕ່ຖ້າຫາກວ່າເຮົາຊ່ວຍເຫຫຼືອເຊິ່ງກັນ ເເລະ ກັນ, ເຮົາກໍຈະສາມາດກ້າວຂ້າມຈຸດນີ້ໄປໄດ້ ໂດຍການເອື້ອເຟື້ອເຜື່ອເເຜ່ໃຫ້ກັນໃນຍາມວິກິດແບບນີ້

Featured, ການສຶກສາ

Post navigation

Previous Post: ນໍ້າຖ້ວມຂົວເຊຈໍາພອນແລ້ວ ປະຊາຊົນລະວັງໄພນໍ້າຖ້ວມ
Next Post: ສະຫາຍ ອາຄົມ ພົມມະຫານ ໄດ້ຮັບການເລືອກຕັ້ງ ເປັນປະທານສະມາຄົມນັກທຸລະກິດໜຸ່ມ ແຂວງຫຼວງພະບາງ

Related Posts

ປະກົດການນ້ຳບາກມີສີຂຽວເຂັ້ມ ແລະເຮັດໃຫ້ປາຕາຍ ມາຮອດປະຈຸບັນໄດ້ເລີມຈາງແລະນ້ຳໃສເປັນປົກກະຕິແລ້ວ Featured
ບັດສະມາຊິກ ອິອອນ (AEON) ຊ່ວຍໃຫ້ລູກຄ້າໃຊ້ຈ່າຍປະຢັດກວ່າເກົ່າ ກັບຮ້ານຄ້າຄູ່ຮ່ວມທຸລະກິດ Featured
ລະວັງໄພພາຍຸດີເປຼ່ຊັນມາອີກແລ້ວ Featured
ແຂວງໄຊຍະບູລີຍົກລະດັບປ້ອງກັນໂຄວິດຮອດ 11 ພະຈິກ 2021 Featured
ສຳເລັດກອງປະຊຸມການເຊື່ອມໂຍງສື່ແບບເກົ່າ-ແບບໃໝ່ໃຫ້ສື່ມວນຊົນລາວທົ່ວປະເທດ Featured
ເຕືອນໄພນໍ້າຖ້ວມນໍ້ານອງ ພາກເໜືອ ແລະ ພາກໃຕ້ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme