Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ການພັດທະນາວຽກງານສຶກສາຢູ່ແຂວງຫຼວງພະບາງ ມີຫລາຍຢ່າງຕ້ອງໄດ້ປັບປຸງໃຫ້ດີຂຶ້ນ

Posted on 10/10/202010/10/2020 By ປະກາດ Pakaad No Comments on ການພັດທະນາວຽກງານສຶກສາຢູ່ແຂວງຫຼວງພະບາງ ມີຫລາຍຢ່າງຕ້ອງໄດ້ປັບປຸງໃຫ້ດີຂຶ້ນ

ຫຼວງພະບາງ: ໄລຍະຜ່ານມາ ວຽກງານການສຶກສາ-ກິລາຢູ່ແຂວງຫຼວງພະບາງ ເຕີບໃຫຍ່ຂະຫຍາຍຕົວ ທາງດ້ານປະລິມານ ແລະຄຸນນະພາບ, ບັນດາປະກົດການຫຍໍ້ທໍ້ ແລະສີ່ງທີ່ທ່ວງດືງວຽກງານແຕ່ລະດ້ານ ໄດ້ຮັບການປັບປຸງ ແລະແກ້ໄຂໃຫ້ດີຂື້ນ ພົ້ນເດັ່ນ ແມ່ນການສ້າງຄູປະສົບການ, ຄູຊຳນານງານ, ສາມາດຍາດໄດ້ລາງວັນຢູ່ທັງພາຍໃນ ແລະຕ່າງປະເທດ ໃນແຕ່ລະປີ, ລວມທັງນັກຮຽນເກັ່ງແຕ່ລະຊັ້ນ ແຕ່ລະວິຊາ ໄດ້ຮັບການກໍ່ສ້າງ ແລະບຳລຸງຢ່າງຕໍ່ເນື່ອງ ສາມາດຍາດໄດ້ອັນ ດັບທີ່ດີໃນລະດັບປະເທດຢ່າງຕໍ່ເນື່ອງ, ຕາໜ່າງດ້ານການສຶກສາ ໄດ້ຮັບການປັບປຸງ ແລະຂະຫຍາຍໄປສູ່ເຂດຫ່າງໄກສອກຫຼີີກ, ສາມາດແກ້ໄຂໄດ້ ບັນຫາຫ້ອງຮຽນທີ່ປະຖົມປະຖານ ໃຫ້ເປັນຫ້ອງຮຽນລະດັບດີ, ອັດຕາການເຂົ້າຮຽນແຕ່ລະຊັ້ນ ໄດ້ບັນລຸຄາດໝາຍສູງຂື້ນ.

ທ່ານ ຊາຍສະຫວັນ ຈັນມານິດ ຮັກສາການຫົວໜ້າພະແນກສຶກສາ ແລະກິລາ ແຂວງຫຼວງພະບາງ ໃຫ້ສຳພາດວ່າ: ເຖີງວ່າການສຶກສາຂອງແຂວງຫຼວງພະບາງ ໄດ້ຮັບການພັດທະນາດີຂື້ນ ແຕ່ຍັງມີສີ່ງທ້າທາຍບາງດ້ານ ເປັນຕົ້ນ ອັດຕາການສອບເສັງຈົບຊັ້ນ ຍັງບໍ່ທັນບັນລຸ 100%, ລວມທັງການປະຕິບັດ ບັນດາຄາດໝາຍທີ່ສະພາປະຊາຊົນແຂວງຮັບຮອງ ຍັງບໍ່ທັນໄດ້ດີເທົ່າທີ່ຄວນ ເຮັດໃຫ້ໃນຕໍ່ຫນ້າ ພະແນກສຶກສາທິການ ແລະ ກິລາແຂວງ ຈະສຸມໃສ່ປະຕິບັດ ບັນດາຄາດໝາຍທີ່ສະພາປະຊາຊົນແຂວງຮັບຮອງ ແຕ່ບໍ່ທັນບັນລຸຜົນສຳເລັດ ເປັນຕົ້ນ ອັດຕາການປະລະການຮຽນແຕ່ລະຊັ້ນ-ຂັ້ນ, ການປັບປຸງຄຸນນະພາບການສຶຶກສາ ເຊັ່ນການບໍ່ແຕ່ງບົດສອນ-ການສອນບໍ່ເຕັມເວລາ ຂອງຄູ, ການແກ້ໄຂບັນຫາຢາເສບຕິດໃນໂຮງຮຽນ ແລະອື່ນໆ.

Cr: ອາພຸດເດດ ບຸບຜາ

ການສຶກສາ, ຂ່າວສານບ້ານເມືອງ

Post navigation

Previous Post: ເມືອງເຊໂປນ ນ້ຳຖ້ວມໜັກ ກວມຫຼາຍກວ່າ 30 ບ້ານ ເນື້ອທີ່ຜະລິດກະສິກຳຖ້ວມເກືອບ 2 ພັນເຮັກຕາ
Next Post: ແຂວງຫລວງພະບາງ ທຳລາຍຢາເສບຕິດແລະອຸປະກອນການເສບຢາຈໍານວນຫຼາຍ

Related Posts

ຕິດເພີ່ມ 76 ຄົນ (ຊຸມຊົນ 2 ນໍາເຂົ້າ 74) Featured
ນາຍົກ ສົ່ງສານສະແດງຄວາມເສົ້າໃຈ ກັບເຫດການ ນໍ້າຖ້ວມທີ່ຍີ່ປຸ່ນ ຂ່າວສານບ້ານເມືອງ
ໝາກຜົນຂອງການເປັນຄຸ່ຮ່ວມມືແບບກວມລວມ ສະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ Featured
ມາແນ່ນອນພາຍຸໄລອອນຣັອກ LIONROCK Featured
ແຈ້ງການດ່ວນ! ຫ້າມບຸກຄົນ ເຂົ້າ-ອອກ ເທດສະບານເມືອງທ່າແຂກເດັດຂາດ Featured
ສ້າງຂົວເບຕົງເສີມເຫຼັກຂ້າມນໍ້າພະນາຍ ໂດຍໃຊ້ງົບປະມານ 5 ຕື້ກີບໃນການສ້າງຂົວໃຫມ່ ໃຫ້ໄດ້ມາດຕະຖານຂຶ້ນ Uncategorized

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme