Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

35 ຄອບຄົວຂອງບ້ານຫີນແຮ່ ເມືອງໂພນທອງ ໄດ້ຮັບເຄືອງຊວ່ຍເຫຼືອບັນເທົາທຸກ

Posted on 30/09/202030/09/2020 By ປະກາດ Pakaad No Comments on 35 ຄອບຄົວຂອງບ້ານຫີນແຮ່ ເມືອງໂພນທອງ ໄດ້ຮັບເຄືອງຊວ່ຍເຫຼືອບັນເທົາທຸກ

ປະຊາຊົນຄອບຄົວທຸກຍາກຈຳນວນ 35 ຄອບຄົວຂອງບ້ານຫີນແຮ່ ເມືອງໂພນທອງ ໄດ້ຮັບເຄືອງຊວ່ຍເຫຼືອບັນເທົາທຸກ

ໃນວັນທີ 28 ກັນຍາປີ 2020 ປະຊາຊົນຄອບຄົວທຸກຍາກຈຳນວນ 35 ຄອບຄົວ ຂອງບ້ານຫີນແຮ່ ເມືອງໂພນທອງ ໄດ້ຮັບເຄືອງຊວ່ຍເຫຼືອບັນເທົາທຸກຈາກໂຄງການກອງທືນ ຫຼຸດຜ່ອນຄວາມທຸກຍາກ (ທລຍ)ຂັ້ນສູນກາງ ຕ່າງຫນ້າໂດຍ ທ່ານ ຕຸ້ຍ ໂພລາວັນ ຫົວໜ້າ ໂຄງການ ທລຍ ປະຈຳແຂວງຫລວງພະບາງ ພ້ອມດ້ວຍທີມງານ ແລະ ທ່ານ ພູມີ ແກ້ວວັນດີ ຫົວຫນ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ,ຕ່າງຫນ້າຫ້ອງວ່າການເມືອງ, ພ້ອມດ້ວຍທິມງານໂຄງການ ທລຍ ປະຈຳເມືອງໂພນທອງ , ຕະຫຼອດຮອດຂະແໜງການທີ່ກ່ຽວຂ້ອງຂອງເມືອງເຂົ້າຮ່ວມເປັນສັກຂີພິຍານ,

ເຄື່ອງທີນຳມາມອບໃນຄັ້ງນີ້ ປະກອບມີ ເຄືອງນຸ່ງຮົມ 35 ຖົງ, ປື້ມຂຽນ 100 ຫົວ, ບິກ 50 ກ້ານ, ສໍດຳ 144 ກ້ານ ລວມມູນຄ່າປະມານ 3,500,000 ກີບ ໂດຍມອບໃຫ້ຄອບຄົວທຸກຍາກ ແລະນັກຮຽນໃນຮຽນປະຖົມສົມບູນພາຍໃນບ້ານ, ກ່າວມອບໂດຍແມ່ນ ທ່ານ ຕຸ້ຍ ໂພລາວັນ ຫົວໜ້າ ໂຄງການ ທລຍ ແຂວງ ຮັບໂດຍຕາງໜ້າອົງການປົກຄອງບ້ານຫີນແຮ່

ໂອກາດນີ້ ອົງການປົກຄອງບ້ານຫີນແຮ່ ໄດ້ສະແດງຄວາມຂອບໃຈ ຕໍ່ໂຄງການກອງທຶນຫລຸດຜ່ອນຄວາມທຸກຍາກຂັ້ນສູນກາງ ແລະ ທລຍ ປະຈຳແຂວງຫຼວງພະບາງ ທລຍເມືອງໂພນທອງ ທີໄດ້ນຳເອົາວັດຖຸ ອຸປະກອນ ແລະເຄື່ອງນຸ່ງຮົ່ມ ມາຊ່ວຍເຫລືອໃຫ້ແກ່ປະຊາຊົນຄອບຄົວທຸກຍາກ ຈຳນວນ 35 ຄອບຄົວ ເຊີ່ງເຄືອງທີໄດ້ຮັບຄັ້ງນີ້ ຈະນຳໄປແຈກຍາຍໃຫ້ປະຊາຊົນຜູ້ທຸກຍາກ ແລະນັກຮຽນຢ່າງທົ່ວເຖິງ.



ຂ່າວ: ຂ່າວ: ສົມເພັດ ໄຊມີກອນ ນັກຂ່າວເມືອງໂພນທອງ

ຂ່າວສານບ້ານເມືອງ

Post navigation

Previous Post: ສິ້ນສຸດທຸກການລໍຄອຍ.. ຕຣີເພຊອີຊູຊຸສົ່ງ ລົດກະບະລຸ້ນໃໝ່! “All-New Isuzu D-Max… ຜູ້ນຳແຫ່ງໂລກກະບະໂຕຈິງ” ສູ່ ສປປ ລາວ
Next Post: ດ່ວນທີ່ສຸດພີ່ນ້ອງ! ອອກມາແລ້ວ ມາດຕະການຜ່ອນຜັນໃຫມ່ ແຕ່ວັນທີ 01-31 ຕຸລາ 2020

Related Posts

ຂ່າວດີ! ລູກຄ້າທະນາຄານລາວກໍ່ສ້າງ ຈະໄດ້ຮັບເງິນຄືນ ພາຍໃນເດືອນສິງຫາ 2021 Featured
ພົບເຫັນໝົດແລ້ວຜູ້ສູນຫາຍຈາກເຫດການເຮືອຫຼົ້ມທີ່ອ່າງນ້ຳໄຜ່ Featured
ຝົນຈະຕົກກວມພື້ນທີ່ເຖິງ 70% ແຕ່ລະພາກເດີມື້ນີ້ 4 ກັນຍາ 2021 Featured
ປະກາດດ່ວນ! ທ່ານໃດໄປຕະຫຼາດ ຫຼັກ 2 ແລະ ຫຼັກ 3 ເມືອງທ່າແຂກ ຂໍໃຫ້ໄປກວດຫາເຊື້ອ ໂຄວິດ-19 Featured
ແຈ້ງເຕືອນເດີເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ຈະປ່ອຍນ້ຳອອກເຂື່ອນ 17-22/10/2021 Featured
ເສຍຫາຍໜັກ ນໍ້າຖ້ວມບ້ານປາກແຟນ ເມືອງຊຽງເງິນ ປະຊາຊົນຕ້ອງການຄວາມຊ່ວຍເຫຼືອ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme