Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສິ້ນສຸດທຸກການລໍຄອຍ.. ຕຣີເພຊອີຊູຊຸສົ່ງ ລົດກະບະລຸ້ນໃໝ່! “All-New Isuzu D-Max… ຜູ້ນຳແຫ່ງໂລກກະບະໂຕຈິງ” ສູ່ ສປປ ລາວ

Posted on 28/09/202028/09/2020 By ປະກາດ Pakaad No Comments on ສິ້ນສຸດທຸກການລໍຄອຍ.. ຕຣີເພຊອີຊູຊຸສົ່ງ ລົດກະບະລຸ້ນໃໝ່! “All-New Isuzu D-Max… ຜູ້ນຳແຫ່ງໂລກກະບະໂຕຈິງ” ສູ່ ສປປ ລາວ

ກຸ່ມ​ຕຣີເພຊ ໂດຍ ມິ​ດ​ສ໌ເຕີ ​ໂທ​ຊິ​ອາ​ກິ ມາ​ເອ​ຄາ​ວະ (Toshiaki Maekawa) ປະ​ທານ ບໍ​ລິ​ສັດ ຕຣີເພຊອີ​ຊູ​ຊຸ​ເຊ​ວຊ໌ ຈຳ​ກັດ ຜູ້​ຈັດ​ຈຳ​ໜ່າຍ​ລົດ​ ອີຊູຊຸດີແມັກ ແລະ​ ລົດ​ອີ​ຊູ​ຊຸມິວ-ເອັກ​ ໃນ      ສ​ປ​ປ ລາວ ກ່າ​ວວ່າ “ອີ​ຊູ​ຊຸ​ໄດ້​ແນະ​ນຳ​ລົດ​ກະ​ບະ​ລຸ້ນ​ໃໝ່! “All-New Isuzu D-Max…ຜູ້​ນຳ​ແຫ່ງ​ໂລກ​ກະ​ບະ​ໂຕ​ຈິງ” ເຊິ່ງ​ເປັນ​ລົດ​ທີ່​ລູກ​ຄ້າ​ສອບ​ຖາມ​ເຂົ້າ​ມາ​ ຢ່າງຫຼວງຫຼາຍ​ມາ​ໂດຍ​ຕະຫຼອດ ໂດຍ​ສະ​ເພາະ​ຊ່ອງ​ທາງ​ສື່​ອອນ​ໄລ​ນ໌ ສຳ​ລັບ​ລົດ​ກະ​ບະ “All-New Isuzu D-Max” ລຸ້ນ​ໃໝ່​ນີ້​ ໄດ້​ຮັບ​ການ​ພັດ​ທະ​ນາ​ໃໝ່​ໝົດ​ທັງ​ຄັນ ພາຍ​ໃຕ້​ແນວ​ຄິດ “ເໜືອກວ່າ​ຄຳ​ວ່າ​ກະ​ບະ” ດ້ວຍການອອກແບບໃໝ່​ໝົດ​ໃນ​ທຸກ​ມິ​ຕິ​ຈາກ​ພາຍນອກແລະ​ພາຍ​ໃນ ເຄື່ອງຈັກ​ໃໝ່ ແພ​ຼດ​ຟອມ​ໃໝ່ ຄວາມ​ປອດ​ໄພ​ໃໝ່ ພ້ອມ​ນະ​ວັດ​ຕະ​ກຳ​ເຕັກໂນໂລຊີໃໝ່ ຄວາມ​ສົມ​ບູນ​ແບບ​ ໃນ​ທຸກ​ຟັງຊັ່ນ ທີ່ລໍ້າສະໄໝ​ໄປ​ອີກ​ຂັ້ນ ສ້າງ​ມາດ​ຕະ​ຖານ​ໃໝ່​ຂອງ​ລົດ​ກະ​ບະ​ທີ່​ເໜືອກວ່າ ແລະ ​ຍັງ​ເປັນ​ລົດ​ທີ່​ສະ​ທ້ອນ​ພາບ​ລັກ​ຜູ້​ນຳ​ຂອງ​ຜູ້​ທີ່​ໄດ້​ຄອບ​ຄອງ​ຢ່າງ​ແທ້​ຈິງ ສົມ​ກັບ​ເປັນ “ຜູ້​ນຳ​ແຫ່ງ​ໂລກ​ກະ​ບະ​​ໂຕຈິງ” ເຊິ່ງ​ມາ​ພ້ອມ​ກັບ​ຄວາມ​ຄຸ້ມ​ຄ່າ​ ໃນ​ລາ​ຄາ​ຈຳ​ໜ່າຍ​ເ​ລີ່ມ​ຕົ້ນ​ພຽງ 24.900 USD ອີ​ຊູ​ຊຸ​ເຊື່ອ​ໝັ້ນ​ວ່າ​ລົດ​ລຸ້ນ​ໃໝ່​ນີ້ ຈະ​ໄດ້​ຮັບ​ການ​ຕອບ​ຮັບ​ເປັນຢ່າງ​ດີຈາກ​ຜູ້​ໃຊ້​ລົດ​ໃນ​ ສປ​ປ ລາວ”

ສຳ​ລັບ​ລູກ​ຄ້າ​ທີ່​ສົນ​ໃຈ​ສາ​ມາດ​ລົງທະບຽນທົດ​ລອງ​ຂັບ ລຸ້ນ​ໃໝ່! “All-New Isuzu D-Max…ຜູ້​ນຳ​ແຫ່ງ​ໂລກ​ກະ​ບະໂຕ​ຈິງ” ໄດ້ທີ່ http://www.myisuzulaos.com/test-drive/  ພ້ອມ​ເປັນ​ເຈົ້າ​ຂອງ​ກ່ອນ​ດ້ວຍ​ຂໍ້​ສະ​ເໜີສຸດ​ພິ​ເສດ ໄດ້​ທີ່​ຫ້ອງ​ສະ​ແດງສິນ​ຄ້າອີ​ຊູ​ຊຸ​ທົ່ວ​ປະ​ເທດ ​ຕັ້ງ​ແຕ່ມື້ນີ້​ເປັນ​ຕົ້ນ​ໄປ 

ຜູ້ນຳແຫ່ງການອອກແບບໂຕຈິງ

 “All-New Isuzu D-Max” ພາຍນອກ​ອອກ​ແບບ​ໃໝ່​ໝົດ​ທຸ​ກມຸມມອງ ດ້ວຍ​ແນວ​ຄິດ “Bold but Emotional” ໂຕ​ລົດ​ມີ​ມິ​ຕິ​ທີ່​ໃຫຍ່ ແລະ ​ບຶກ​ບຶນ​ຍິ່ງ​ຂຶ້ນ ໃຫ້​ຄວາມ​ຮູ້​ສຶກ​ຊົງ​ພະ​ລັງ ແລະ​ ແຂງ​ແກ່ນ​ຍິ່ງ​ຂຶ້ນກວ່າເກົ່າ ແຕ່​ຍັງ​ມີ​ເສັ້ນ​ສາຍ​ອ່ອນຊ້ອຍ ຊ່ວຍ​ໃຫ້​ໂຕ​ລົດ​ເບິ່ງ​ມີ​ຄວາມຫ້າວ​ຫັນ ແລະ​ ສະ​ປອດ ຈຶ່ງ​ເປັນ​ລົດ​ທີ່​ປະຢັດ​ນ້ຳ​ມັນ​ທີ່ສຸດ ແລະ ​ມີ​ຫ້ອງ​ໂດ​ຍ​ສານ​ທີ່​ງຽບ​ຂຶ້ນ ພ້ອມ​ຟັງຊັ່ນ​ໃໝ່ເຊັ່ນ: ໄຟ​ໜ້າ Isuzu Vision Bi-LED ພ້ອມ​ລະ​​ບົບ​ເປີດ–ປິດ​ອັດ​ຕະ​ໂນ​ມັດ ໄຟ Multifunctional Daylight ແບບ Built-in ແລະ​ ໄຟ​ຕັດ​ໝອກ LED ​ເບິ່ງ​ມີ​ຄວາມ​ສະ​ປອດ ລ້ຳ​ສະ​ໄໝ ໄຟ​ທ້າຍ Dual-Sonic LED ກັນ​ຊົນ​ທ້າຍ Integrated Bumper ເປັນ​ໜຶ່ງ​ດຽວ​ກັບ​ໂຕ​ລົດ ແລະ​ ອອກແບບ​ລໍ້ ຫຼາກຫຼາຍ​ຮູບແບບ ລົງ​ໂຕ​ກັບ​ການອອກແບບລົດທີ່​ສຸດ

 “All-New Isuzu D-Max” ຜູ້​ນຳ​ແຫ່ງ​ການອອກແບບໂຕ​ຈິງ ເຕີມ​ເຕັມ​ທຸກ​ສຳ​ຜັດ​ ແລະ​ ສຸ​ນທະ​ລີ​ຍະ​ພາບ​ການ​ເດີນ​ທາງ ສູ່​ການ​ພິກ​ໂສມ​ຫ້ອງ​ໂດຍ​ສານ​ໃໝ່​ ທີ່ກວ້າງ​ຂວາງ​ຍິ່ງ​ຂຶ້ນ        ທັນ​ສະ​ໄໝ​ດ້ວຍ​ເບາະ​ນັ່ງ​ຄູ່​ໜ້າ​ເຕັກໂນໂລຊີ AVEC (Anti Vibration Elastic Comfort) ລົດ​ແຮງ​ສັ່ນ​ສະ​ເທືອນ ພ້ອມ​ລະ​ບົບ​ປັບ​ໄຟ​ຟ້າ 8 ທິດ​ທາງ​ໃນ​ຕຳ​ແໜ່ງ​ທີ່​ນັ່ງ​ຄົນ​ຂັບ ພ້ອມ​ລະ​ບົບ​ຄວາມ​ບັນ​ເທີງ ​ສົມ​ບູນ​ແບບ Isuzu Ultimate Entertainment ໜ້າ​ຈໍ​ລະ​ບົບ​ສຳ​ຜັດ​ຂະ​ໜາດ​ໃຫຍ່ 9 ນິ້ວ ຄົມ​ຊັດ​ລະ​ດັບ HD ຮອງ​ຮັບ​ລະ​ບົບ Apple Car Play ແລະ Android Auto ລະ​ບົບ​ສຽງ​ຮອບ​ທິດ​ທາງ Dynamic Surround Sound 8 ລຳ​ໂພງ

ຜູ້ນຳແຫ່ງເຄື່ອງຈັກກາຊວນໂຕຈິິງ

ຜູ້​ນຳ​ແຫ່ງ​ເຄື່ອງ​ຈັກ​ກາ​ຊວນໂຕ​ຈິງ ຂຸມ​ພະ​ລັງ​ຂັບ​ເຄື່ອນ​ໃໝ່! ເຕັກໂນໂລຊີ ​ ຄອມມອ​ລ​ເຣ​ລ ​ທີ່​ສົມ​ບູນ​ແບບ ຂັ້ນ​ສຸດ ແຮງ​ຈັດ ປະ​ຢັດ​ນ້ຳ​ມັນ​ສູງ​ສຸດ “All-New Isuzu D-Max” ມາ​ພ້ອມ​ຂຸມ​ພະ​ລັງ​ໃໝ່! ແຕ່​ຍັງ​ຄົງ​ເອ​ກະ​ລັກ​ຄວາມ​ປະ​ຢັດ​ນ້ຳ​ມັນ​ຕາມ​ແບບ​ສະ​ບັບອີ​ຊູ​ຊຸ  

 ໃໝ່! ເຄື່ອງ​ຈັກ​ອີ​ຊູ​ຊຸ 3,0 ດີ​ດີ​ໄອ ບລູພາວເວີ ລຸ້ນ 4JJ3-TCX ເຕັກໂນໂລຊີ​ກາ​ຊວນຫຼ້າ​ສຸດ​ທີ່ ສົມ​ບູນ​ແບບ ມີ​ພະ​ລັງ ແລະ​ ສະ​ມັດ​ຖະ​ນະ​ສູງ​ສຸດ​ໃນ​ທຸກ​ດ້ານໃຫ້​ກຳ​ລັງ​ສູງ​ສຸດ 190 ແຮງ​ມ້າ ທີ່ 3.600 ຮອບ/ນາ​ທີ ແຮງ​ບິດ​ສູງ​ສຸດ 450 ນິວ​ຕັ້ນ-ແມັດ ທີ່ 1.600 – 2.600 ຮອບ/ນາ​ທີ ພ້ອມ E-VGS TURBO ເທີ​ໂບ​ແປ​ຜັນ​ປັບ​ໄຟ​ຟ້າ ແຮງ​ຈັດ​ຕັ້ງ​ແຕ່​ຮອບ​ຕ່ຳ ຕອບ​ສະ​ໜອງ​ໄດ້​ວ່ອງ​ໄວ ໃຫ້​ສະ​ມັດ​ຖະ​ນະ​ທີ່ຍອດ​ຢ້ຽມ ທັງ​ແຮງ​ມ້າ ແລະ​ ແຮງ​ບິດ​ສູງ​ສຸດ​ໃນ​ລົດ​ລະດັບ​ດຽວ​ກັນ  

 ພັດ​ທະ​ນາ​ໃໝ່! ເຄື່ອງຈັກອີ​ຊູ​ຊຸ 1,9 ດີ​ດີ​ໄອ ບລູພາວເວີ Gen 2 
ລຸ້ນ RZ4E-TC ທີ່​ໄດ້​ຮັບ​ການ​ພັດ​ທະ​ນາ​ໄປ​ອີກ​ຂັ້ນ ໃຫ້​ພະ​ລັງ​ແຮງ​ສູງ​ສຸດ 150 ແຮງ​ມ້າ ທີ່ 3.600 ຮອບ/ນາ​ທີ ແຮງ​ບິດ​ສູງ​ສຸດ 350 ນິວ​ຕັ້ນ-ແມັດ ທີ່ 1.800 – 2.600 ຮອບ/ນາທີ  ຕອບ​ສະ​ໜອງ​​ໄວ​ວາຍິ່ງ​ຂຶ້ນ ອອກ​ໂຕ​ໄວ​ຂຶ້ນ ເລັ່ງ​ແຊງ​ໄວ​ຂຶ້ນພ້ອມ​ຕອບ​ສະ​ໜອງ​ການ​ໃຊ້​ງານ​ໄດ້​ທຸກ​ຮູບ​ແບບ   

ນອກ​ຈາກນີ້​ຍັງ​ໄດ້​ພັດ​ທະ​ນາ​ລະ​ບົບ​ສົ່ງ​ກຳ​ລັງ​ໃໝ່​ ເພື່ອ​ໃຫ້​ສາ​ມາດ​ຖ່າຍ​ທອດ​ ພະ​ລັງ​ແຮງ​ແລະ​ຄວາມ​ເລົ້າ​ໃຈ​ຂອງ​ເ​ຄື່ອງຈັກ​ໃໝ່​ໄດ້​ເຕັມ​ປະ​ສິດ​ທິ​ພາບ ຮ່ວມ​ກັບ​ເກຍ  ​ອັດ​ຕະ​ໂນ​ມັດ 6 ສະ​ປີດ​ໃໝ່ ຖ່າຍ​​ທອດ​ຈັງ​ຫວະ​ປ່ຽນ​ເກຍ​​ທີ່​ນຸ້ມນວນ ພ້ອມ​ໂໝດ​ຂັບ​ຂີ່​ແບບ​ສະປອດ Rev Tronic ແລະ​ ເກຍ​ທຳ​ມະ​ດາ 6 ສະ​ປີດ​ພັດ​ທະ​ນາ​ໃໝ່​ຮູບແບບ​ສະ​ປອດ ຂັບ​ສະບາຍ ແມ່ນ​ຍຳ​ຍິ່ງ​ຂຶ້ນ  

ຜູ້ນຳແຫ່ງເຕັກໂນໂລຊີໂຕຈິງ

ອີກ​ຂັ້ນ​ຂອງ​ນະ​ວັດ​ຕະ​ກຳ​ແຫ່ງລົດກະບະເໜືອ​ລະ​ດັບ​ໃນ “All-New  Isuzu D-Max” ພັດ​ທະ​ນາ​ສູ່ມາ​ດ​ຕະ​ຖານ​ໃ​ໝ່​ທີ່​ເໜືອກວ່າ ດ້ວຍ​ຄວາມ​ລ້ຳ​ສະ​ໄໝ ໃສ່​ໃຈ​ທຸກ​ລາຍ​ລະ​ອຽດ   

  •  ກະ​ແຈ​ແບບ Keyless Entry ພ້ອມ​ຟັງ​ຊັ່ນ Remote Engine Start ສະ​ຕາດ ​ເຄື່ອງ​ຈັກ​ ດ້ວຍ​ກະ​ແຈ​ລີໂໝດ​ໃນ​ໄລ​ຍະ 20 ແມັດ
  •  ໃໝ່! ຄັ້ງ​ທຳ​ອິດ​ໃນ​ວົງ​ການ​ລົດກະບະ ແວ່ນບັງ​ລົມ​ໜ້າ​ແບບ IR Cut ຊ່ວຍກອງ​​ ລັງ​ສີອິນ​ຟ​ຣາ​ເຣດ ປ້ອງ​ກັນ​ລັງ​ສີ UVA ແລະ UVB ຊ່ວຍ​ລົດ​ອຸນ​ຫະ​ພູມ​ໃນ​ຫ້ອງ​ໂດຍ​ສານ
  •  Welcome Light ໄຟສ່ອງສະຫວ່າງໃນຫ້ອງໂດຍສານເປີດອັດຕະໂນມັດ ເມື່ອເຂົ້າໃກ້ລົດໃນໄລ​ຍ​ະ 2 ແມັດ
  •  Walk Away Auto Lock ລະບົບລ໋ອກປະຕູອັດຕະໂນມັດ ເມື່ອຍ່າງອອກ​ ຫ່າງ​ຈາກ​ໂຕ​ລົດ ໄລ​ຍະ 3 ແມັດ
  •  Follow Me Home ສາມາດເປີດໄຟສ່ອງ​ສະ​ຫວ່າງໄດ້ນານ 30 ວິນາທີ ຫຼັງຈາກມອດ​ເຄື່ອງຈັກ
  •  Auto Light Off ລະ​ບົບ​ປິດ​ໄຟ​ໜ້າ​ອັດ​ຕະ​ໂນ​ມັດ​ ແລະໄຟ​ໃນ​ຫ້ອງ​ໂດຍ​ສານ ເມື່ອມອດ​ເຄື່ອງຈັກ ​ແລະເປີດ​ປະ​ຕູ​ລົດ
  •  ລະບົບຄວບຄຸມໄຟ​ລ້ຽວ​ແບບ Smart Touch ສະດວກສະບາຍ ພຽງ​ປາຍນິ້ວ​ສຳ​ຜັດ

ຜູ້ນຳແຫ່ງການຂັບຂີ່ໂຕຈິງ

“All-New Isuzu D-Max” ກ້າວ​ສູ່​ອີກ​ລະ​ດັບ​ຂອງ​ມາດ​ຕະ​ຖານ ດ້ວຍ​ການ​ອອກ​ແບບ​ໂຄງ​ສ້າງ​ໂຕ​ຖັງ ແລະ​ແພ​ຼດ​ຟອມ​ໃໝ່ຫຼ້າ​ສຸດ “ISUZU DYNAMIC DRIVE PLATFORM”                ນະ​ວັດ​ຕະ​ກຳລົດກະບະ​ເພື່ອ​ຄວາມສົມດຸນແຫ່ງ​ການ​ຂັບ​ຂີ່ ປະສົມປະສານການ​ທຳ​ງານ​ຂອງ​ໂຄງ​ສ້າງ​ໂຕ​ຖັງ ຄັນຊີ ເ​ຄື່ອງ​ຈັກ ແລະຊ່ວງ​ລ່າງ​ໃຫ້​ທຳ​ງານ​ຮ່ວມ​ກັນ​ເປັນ​ໜຶ່ງ ເພື່ອ​ຄວາມສົມດຸນຂອງການ​ຂັບ​ຂີ່​ທີ່​ສົມ​ບູນ​ແບບ ໂດຍ​ວາງ​ຕຳ​ແໜ່ງ​ເຄື່ອງ​ຈັກ ຫ້ອງ​ໂດຍ​ສານ ກັບ​ຄັນຊີ  ລະ​ບົບ​ການ​ບັງ​ຄັບ​ຄວບ​ຄຸມ​ຂອງ​ພວງ​ມະ​ໄລ​ໃໝ່ ພ້ອມ​ລະ​ບົບ​ກັນ​ສະ​ເທືອນ​ທີ່​ພັດ​ທະ​ນາ​ຂຶ້ນ​ດ້ວຍ​ເຕັກໂນໂລຊີ ​ໃໝ່ ເຮັດໃຫ້​ມີ​ສະ​ມັດ​ຖະນະ​ທີ່ຍອດ​ຢ້ຽມ ເຂົ້າ​ໂຄ້ງ​ໄດ້​ໝັ້ນ​ໃຈ​ຍິ່ງກວ່າ​ເດີມ ນຸ້ມນວນ ນັ່ງ​ສະ​ບາຍ ແຕ່​ແຂງແກ່ນ ທົນ​ທານ ພ້ອມ​ຂັບ​ເຄື່ອນ​ຊີ​ວິດ​ໄປ​ຂ້າງ​ໜ້າ ພະລະກຳລັງ​ທີ່​ໄຮ້​ຂີດ​ຈຳ​ກັດ

  •  ໂຄງ​ສ້າງ​ຫ້ອງ​ໂດຍ​ສານ​ເສີມ​ເຫຼັກ ULTRA – HIGH TENSILE  ແຂງແກ່ນ ແລະ​ທົນ​ທານກວ່າ​ເຫຼັກ​ທຳ​ມະ​ດາ        
  •  ຄັນຊີ​ໃໝ່ ຂະ​ໜາດ​ໃຫຍ່ ຮັບ​ແຮງ​ບິດ​ສູງ​ຂຶ້ນ 23% 
  •  ຊ່ວງ​ລ່າງ​ໜ້າ​ໃໝ່​ແບບ​ອິດ​ສະຫຼະ​ປີກ​ນົກ 2 ຊັ້ນ DOUBLE WISHBONE ກັບ             COIL SPRING
  •  ຊ່ວງ​ລ່າງຫຼັງ​ແໜບ​ຍາວ​ແບບ LONG SPAN ເຕັກໂນໂລຊີ ​ໃໝ່  WSSP 

ຜູ້ນຳແຫ່ງຄວາມແຂງແກ່ນ ທົນທານໂຕຈິງ

ສຳ​ລັບ All-New Isuzu V-Cross 4X4”  ທີ່​ສຸດ​ແຫ່ງ​ລົດ​ຂັບ​ເຄື່ອນ 4 ລໍ້​ ລະ​ດັບ​ໂລກ ມາ​ພ້ອມ​ຂີດ​ສຸດ​ແຫ່ງ​ສະ​ມັດ​ຖະ​ນະ 4×4 ໃໝ່​ໝົດ​ທຸກ​ຟັງ​ຊັ່ນ ໝັ້ນ​ໃຈ ບຸກ​ໄດ້​ທຸກ​ບ່ອນ ກ້າວ​ຂ້າມ​ທຸກ​ຂີດ​ຈຳ​ກັດ ດ້ວຍ​ທີ່​ສຸດ​ແຫ່ງ​ສະ​ມັດ​ຖະ​ນະ​ເຄື່ອງ​ຈັກໃໝ່ ຫຼ້າ​ສຸດ…ແຮງ​ສຸດ “ອີ​ຊູ​ຊຸ 3.0           ດີ​ດີ​ໄອ ບລູພາວເວີ ໃໝ່!” ເອີ້ນ​ພະ​ລັງ​ບຸກ​ໄດ້​ຕັ້ງ​ແຕ່​ຮອບ​ຕ່ຳ ໃຫ້​ກຳ​ລັງ​ປີນ​ໄຕ່​ສູງ ມາ​ພ້ອມ​ຊ່ວງ​ລ່າງ​ທີ່​             ພັດ​ທະ​ນາ​ໃໝ່ ເພື່ອ​ໃຫ້​ເປັນ​ລົດກະບະອອ​ຟ​ໂຣດ​ທີ່​ສົມ​ບູນ​ແບບ​ຢ່າງ​ແທ້​ຈິງ ລະ​ບົບ Terrain Command ພັດ​ທະ​ນາ​ໃໝ່! ທຳ​ງານ​ໄວວາ ແມ່ນ​ຍຳ​ຍິ່ງ​ຂຶ້ນ ແລະ Electronic Diff-Lock ລະ​ບົບ​ລ໋ອກ​ເຟືອງ​ທ້າຍ​ຄວບ​ຄຸມ​ດ້ວຍ​ໄຟ​ຟ້າ​ເພີ່ມ​ຄວາມ​ໝັ້ນ​ໃຈ​ໃນ​ການ​ພິ​ຊິດທຸກ​ອຸ​ປະ​ສັກ ພ້ອມ​                   ສະ​ມັດ​ຖະ​ນະ ​ບຸກນ້ຳ​ສູງ​ສຸດ 800 ມິນ​ລີ​ແມັດ

ຜູ້ນຳແຫ່ງຄວາມປອດໄພໂຕຈິງ

ຜູ້​ນຳ​ແຫ່ງ​ຄວາມ​ປອດ​ໄພ​ໂຕ​ຈິງ ໝັ້ນ​ໃຈ​ໃນ​ທຸກ​ການ​ເດີນ​ທາງ “All-New Isuzu D-Max” ຈຶ່ງ​ມາ​ພ້ອມ​ມາດ​ຕະ​ຖານ​ໃໝ່​ໃນ​ວົງ​ການລົດກະບະ ດ້ວຍເຕັກໂນໂລຊີ ACTIVE SAFETY ລະ​​ບົບ​ຄວາມ​ປອດ​ໄພ​ປ້ອງ​ກັນ​ກ່ອນ​ເກີດ​ອຸ​ບັດຕິ​ເຫດ ແລະ​ເຕັກໂນໂລຊີ PASSIVE SAFETY ລະ​ບົບ​ຄວາມ​ປອດ​ໄພ​​ປົກ​ປ້ອງ​ຂະ​ນະ​ເກີດ​ອຸ​ບັດ​ຕິ​ເຫດ ຢ່າງ​ຄົບ​ຖ້ວນ

ໝັ້ນ​ໃຈ​​ອີກ​ຂັ້ນ ກັບ​ລະ​ບົບ​ເຕືອ​ນຈຸດ​ອັບ​ສາຍ​ຕາ Blind Spot Monitoring ໃນ​ກໍ​ລະ​ນີ ​ຕ້ອງ​ການ​ປ່ຽນ​ເລນ ໂດຍ​ສົ່ງ​ສັນ​ຍານ​ເຕືອນ​ທີ່​ມຸມ​ແວ່ນທາງຂ້າງ ປອດ​ໄພ​ຍິ່ງ​ຂຶ້ນ​​ກັບ​ລະ​ບົບ Parking Aid System ພ້ອມ​ເຊັນ​ເຊີ້​ກະ​ໄລ​ຍະ  8  ຈຸດ​ອ້ອມ​ຄັນ​ລົດ ພ້ອມທັງ Rear Cross Traffic Alert ລະ​ບົບ​ແຈ້ງ​ເ​ຕືອນ​​ໃນຈຸດ​ອັບ​ສາຍ​ຕາ​ຂະ​ນະ​ຖອຍຫຼັງ

ໃໝ່! ລະ​ບົບ​ປັດ​ນ້ຳ​ຝົນ​ອັດ​ຕະ​ໂນ​ມັດ Rain Sensing Wiper ເພີ່ມ​ຄວາມ​ສະ​ດວກ​ສະ​ບາຍ ພ້ອມ​ທັງ Integrated Wiper Blade ລະ​ບົບ​ສີດ​ນ້ຳ​ເທິງ​ກ້ານ​ປັດ​ແບບ Blade Type ຄັ້ງ​ທຳ​ອິດ​ໃນ​ວົງ​ການ​ລົດກະບະ ສະ​ອາດ​ໝົດ​ຈົດ ງຽບ​ຍິ່ງ​ຂຶ້ນ ແລະ​ ບໍ່​ບົດ​ບັງ​ທັດ​ສະ​ນະ​ວິ​ໄສ​ໃນ​ການ​ຂັບ​ຂີ່

ຜູ້​ນຳ​ແຫ່ງ​ໂລກ​ກະ​ບະ Lifestyle ໂຕ​ຈິງ

ທາງ​ເລືອກອັນຫຼາກຫຼາຍ​ທີ່​ສະ​ທ້ອນ​ໂຕ​ຕົນ ແລະ ລົດ​ສະ​ນິ​ຍົມ​ຄວາມ​ເປັນ​ຜູ້​ນຳ​ຂອງ​ຜູ້​ຄອບ​ຄອງ​ ຂອງລຸ້ນ​ໃໝ່! “All-New Isuzu D-Max” ຜູ້​ນຳ​ແຫ່ງ​ໂລກ​ກະ​ບະ Lifestyle ໂຕ​ຈິງ ມີ​ໃຫ້​ເລືອກ 6 ສີ ໄດ້​ແກ່ ສີ​ຂາວ​ມຸກ Everest Pearl White, ສີ​ດຳ Bavarian Black Mica, ສີ​ເງິນ Bohemian Silver Metallic, ສີ​ນ້ຳ​ເງິນ Polynesian Blue Metallic, ສີ​ສົ້ມ Valencia Topaz Metallic ແລະ ສີ​ຂາວ Siberian White ພ້ອມ​ຕອບ​ໂຈດ​ການ​ໃຊ້ງານຫຼາກຫຼາຍ​ລຸ້ນ​ດັ່ງ​ນີ້

  • All-New Isuzu V-Cross 4×4 ລຸ້ນ 2 ປະ​ຕູ ແລະ 4 ປະ​ຕູ 
  • All-New Isuzu D-Max Hi-Lander ລຸ້ນ 4 ປະ​ຕູ 
  • All-New Isuzu D-Max Cab 4
  • All-New Isuzu D-Max Spark 4X2 ແລະ 4X4

*****************************************************

ບໍລິສັດ ​ອີ​ຊູ​ຊຸ ລາວ ບໍລິການ ຈຳກັດຜູ້ດຽວ (ISUZU LAO SERVICES SOLE CO., LTD.)

  • ສຳນັກງານໃຫຍ່ນະຄອນຫຼວງວຽງຈັນ

ຫຼັກ 8 ຖະໜົນຫຼວງພະບາງ (13 ເໜືອ) ບ້ານນາເລົ່າ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ

ໂທ: (021) 613 141-3

  • ສາຂາ ແຂວງຈຳປາສັກ

ຖະໜົນ 13 ໃຕ້, ບ້ານແກ້ວສໍາພັນ, ນະຄອນປາກເຊ, ແຂວງຈໍາປາສັກ

ໂທ: (031) 212 667

ບໍລິສັດ ​ອີ​ຊູ​ຊຸ ລາວ ວີເອັສເອ ຈຳກັດ (ISUZU LAO VSA CO., LTD.)

  • ສຳນັກງານໃຫຍ່ນະຄອນຫຼວງວຽງຈັນ

307 ຖະໜົນອາຊຽນ (T2), ບ້ານໜອງດ້ວງເໜືອ, ເມືອງ ສີໂຄດຕະບອງ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ.

ໂທສາຍດ່ວນ: 1402 ໂທ: (021) 213 705 – 6

  • ສາຂາ ແຂວງຈຳປາສັກ

ຫລັກ 3 ຖະໜົນ 13 ໃຕ້, ບ້ານ ໂຊກອຳນວຍ, ເມືອງ ປາກເຊ, ແຂວງ ຈຳປາສັກ

ໂທ: (031) 215 157- 8

Featured, ທຸລະກິດ

Post navigation

Previous Post: ສະໝັກດ່ວນ ! ແລ່ນເພື່ອນ້ອງ 2020 Run for School 2020
Next Post: 35 ຄອບຄົວຂອງບ້ານຫີນແຮ່ ເມືອງໂພນທອງ ໄດ້ຮັບເຄືອງຊວ່ຍເຫຼືອບັນເທົາທຸກ

Related Posts

ມອບເງິນ 300 ລ້ານກີບຊ່ວຍວັດຜາໂອສູ້ໄພວິກິດໂຄວິດ Featured
ສະຖານທີ່ແຫ່ງໃໝ່ ຮັບໄດ້ອີກ 10.000 ຄົນ ເພື່ອຮອງຮັບແຮງງານກັບມາ ທີ່ສະຫວັນນະເຂດ Featured
ປະເທດຊາດຈາລຶກບຸນຄຸນ 73 ປີ ວັນກອງທັບ Featured
ທະນາຄານແຫ່ງ ສປປລາວ ອອກແຈ້ງການ ເລື່ອງເງິນຄຣິບໂຕ Featured
ນາຍົກລັດຖະມົນຕີ ຮ່ວມປູກຕົ້ນໄມ້ ສະຫລອງ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ Featured
10 ຂໍ້ຫ້າມ ແລະ 11 ຂໍ້ຜ່ອນຜັນ ຮອດ 2 ກັນຍາ 2021 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme