Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ເຄື່ອນໄຫວຊຸກຍູ້ໂຄງການກໍ່ສ້າງໂຮງຮຽນການທະຫານທ້ອງຖິ່ນ ແຂວງໄຊສົມບູນ

Posted on 22/07/202022/07/2020 By ປະກາດ Pakaad No Comments on ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ເຄື່ອນໄຫວຊຸກຍູ້ໂຄງການກໍ່ສ້າງໂຮງຮຽນການທະຫານທ້ອງຖິ່ນ ແຂວງໄຊສົມບູນ

ກອງທັບ: ໃນວັນທີ 18 ກໍລະກົດ 2020 ນີ້, ຄະນະນໍາແຂວງໄຊສົມບູນ ເຊິ່ງນໍາໂດຍ ທ່ານ ພົນຕີ ຄໍາລຽງ ອຸທະໄກສອນ ເລຂາພັກແຂວງ, ເຈົ້າແຂວງໆໄຊສົມບູນ ພ້ອມຄະ ນະ ໄດ້ລົງເຄື່ອນໄຫວຊຸກຍູ້ໂຄງ ການກໍ່ສ້າງໂຮງຮຽນການທະ ຫານທ້ອງຖິ່ນແຂວງໄຊສົມບູນ ຢູ່ບ້ານຖໍ້າໂລ້ ເຂດບ້ານເພຍຫຼວງ ເກົ່າ ເຊິ່ງໄດ້ລົງມືກໍ່ສ້າງມາໄດ້ໄລ ຍະໜຶ່ງແລ້ວ ໂດຍໃຫ້ການຕ້ອນ ຮັບຂອງ ທ່ານ ຫງວຽນເທວິງ ວິຊາການປະຈໍາພາກສະໜາມ, ທັງເປັນຜູ້ຕິດຕາມໂຄງການ ພ້ອມດ້ວຍຄະນະ .

ໂອກາດດັ່ງກ່າວ, ຄະນະນຳ ແຂວງໄຊສົມບູນ ໄດ້ຮັບຟັງການ ລາຍງານສະພາບການຈັດຕັ້ງ ປະຕິບັດໂຄງການໂດຍຫຍໍ້ ເປັນ ຕົ້ນແມ່ນການສ້າງເຮືອນນອນຄູ-ອາຈານ 1 ຫຼັງ ອາຄານ 2 ຊັ້ນ, ເຮືອນຄົວພະນັກງານ 1 ຫຼັງ ອາ ຄານຊັ້ນດຽວ, ສະໂມສອນ 1 ຫຼັງ ເປັນອາຄານຊັ້ນດຽວ, ຕຶກອໍາ ນວຍການ 1 ຫຼັງ ອາຄານ 3 ຊັ້ນ, ຕຶກຮຽນ 1 ຫຼັງ ອາຄານ 3 ຊັ້ນ, ເຮືອນຄົວລວມ 1 ຫຼັງ ອາຄານ ຊັ້ນດຽວ, ເຊິ່ງມີລະບົບໄຟຟ້າ ແລະ ນໍ້າບາດານນໍາໃຊ້ສະດວກດີ.

ມາ ຮອດປັດຈຸບັນນີ້, ໂຄງການກໍ່ສ້າງ ດັ່ງກ່າວໄດ້ສໍາເລັດ 31% ແລ້ວ, ໂອກາດນີ້, ທ່ານເຈົ້າແຂວງໄດ້ ຊີ້ນໍາຕໍ່ຜູ້ຮັບເໝົາກໍ່ສ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງພ້ອມ ກັນເອົາໃຈໃສ່ສືບຕໍ່ແຕ່ລະໜ້າ ວຽກການກໍ່ສ້າງໃຫ້ມີປະສິດ ທິພາບ, ຄຸນນະພາບສູງນໍາໃຊ້ໄດ້ ຍາວນານ ແລະ ສຳເລັດຕາມແຜນ ການ. ໂດຍ: ມະລິ ສຸພັນທອນ

ຂ່າວສານບ້ານເມືອງ

Post navigation

Previous Post: ສອງ ນາຍົກລັດຖະມົນຕີ ລາວ ແລະ ຈີນ ປະຊຸມທາງໄກ ຫາລືຫຼາຍປະເດັນສໍາຄັນ
Next Post: ຄົນຕິດເຊື້ອ ໂຄວິດ-19 ຜູ່ທີ່ 20 ສັນຊາດ ເກົາຫຼີ ກວດພົບໃນຂະນະທີ່ຢູ່ໃນໄລຍະກັກຕົວ ທີ່ໂຮງແຮມ

Related Posts

ຕິດເຊື້ອໃນ ຊຸມຊົນ ທີ່ ນະຄອນຫຼວງ +7 ແລະ ທ່ົວປະເທດ +13 Featured
ຊົມເຊີຍ 73 ປີ ກອງທັບ ປະຊາຊົນລາວ Featured
ເສຍຊີວິດໃໝ່ 11 ອຸດົມໄຊຕິດເພີ່ມຫຼາຍກວ່າໝູ່ Featured
ນໍາເຂົ້າ 20 ຊຸມຊຸນ 427 ຖະແຫຼງຂ່າວ 25 ກັນຍາ 2021 Featured
ການຜະລິດຜ້າປິດປາກອະນາໄມ ຕ້ອງເນັ້ນຄຸນນະພາບ ຂ່າວສານບ້ານເມືອງ
ເຕືອນໄພນໍ້າຖ້ວມນໍ້ານອງ ພາກເໜືອ ແລະ ພາກໃຕ້ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme