Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຈໍາປາສັກ ສັບຊ້ອນພະນັກງານ ບໍລິຫານ

Posted on 04/09/202004/09/2020 By ປະກາດ Pakaad No Comments on ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຈໍາປາສັກ ສັບຊ້ອນພະນັກງານ ບໍລິຫານ

ແຂວງຈໍາປາສັກປະກາດແຕ່ງຕັ້ງ, ສັບຊ້ອນ ແລະຍົກຍ້າຍພະນັກງານຕໍາແໜ່ງບໍລິຫານ ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.


ຕອນເຊົ້າວັນທີ 4 ກັນຍາ 2020 ນີ້, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຈຳປາສັກໄດ້ຈັດພິທີປະກາດແຕ່ງຕັ້ງ, ສັບຊ້ອນ ແລະຍົກຍ້າຍພະນັກງານລັດຖະກອນຕໍາແໜ່ງບໍລິຫານຈໍານວນໜຶ່ງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ໂສມ ບຸດຕະກຸນ ກໍາມະການພັກແຂວງ, ຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ,ມີຄະນະພະແນກ, ພະນັກງານນໍາພາ, ຄຸ້ມຄອງ ແລະ ວິຊາການເຂົ້າຮ່ວມ.

ໃນພິທີຕາງໜ້າຄະນະຈັດຕັ້ງແຂວງຈໍາປາສັກໄດ້ຜ່ານຂໍ້ຕົກລົງຂອງເຈົ້າແຂວງຈຳປາສັກ ວ່າດ້ວຍການຕົກລົງເຫັນດີແຕ່ງຕັ້ງ ແລະ ສັບຊ້ອນ ພະນັກງານ-ລັດຖະກອນ ຕໍາແຫນ່ງບໍລິຫານ ພາຍໃນພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຈຳປາສັກໂດຍໄດ້

  • ສັບຊ້ອນ ທ່ານ ສົມພະໄທ ເກດມາລາ ຫົວໜ້າຂະແໜງຫ້ອງການບໍລິຫານ ເປັນ ຜູ້ອຳນວຍການສະຖານີໂທລະພາບແຂວງ, ແຕ່ງຕັ້ງ ທ່ານ ໄພມະນີ ບຸບຜາພັນ ຮອງຫົວໜ້າຂະແໜງຫ້ອງການບໍລິຫານ ເປັນ ຫົວໜ້າກອງສວນວັດທະນະທຳບັນດາເຜົ່າຫຼັກ 7 .
  • ແຕ່ງຕັ້ງ ທ່ານ ສາຄອນ ເສດຖະກຸນ ຮັກສາການຫົວໜ້າຂະແໜງກວດກາ ເປັນ ຫົວໜ້າຂະແໜງຫ້ອງການບໍລິຫານ.
  • ສັບຊ້ອນ ທ່ານ ໄຮທອງ ທຳມະວົງ ອຳນວຍການວິທະຍຸກະຈາຍສຽງ ເປັນຫົວໜ້າຂະແໜງກວດກາ ຂອງພະແນກ,
  • ແຕ່ງຕັ້ງ ທ່ານ ຄຳເປ່ມ ຈັນທິຈັກ ຫົວໜ້າໜ່ວຍງານບໍລິຫານການເງິນວິທະຍຸກະຈາຍສຽງແຂວງ ເປັນຮອງຫົວໜ້າຂະແໜງຫ້ອງການບໍລິຫານພະແນກ.
  • ແຕ່ງຕັ້ງ ທ່ານ ທະນົງໄຊ ຄັນທະວະດີ ຫົວໜ້າໜ່ວຍງານສະຖານີໂທລະພາບ ເປັນຮອງອຳນວຍການສະຖານີໂທລະພາບແຂວງ,
  • ສັບຊ້ອນທ່ານ ດວງຈັນ ຂຸນພັກດີ ຫົວໜ້າຫ້ອງການສິລະປະກອນ ເປັນອຳນວຍການສະຖານີວິທະຍຸກະຈາຍສຽງແຂວງ,
  • ສັບຊ້ອນ ທ່ານ ນາງ ບົວທອງ ບຸບຜາພັນ ຫົວໜ້າກອງສວນວັດທະນະທຳບັນດາເຜົ່າຫຼັກ 7 ເປັນຫົວໜ້າ ກອງສິລະປະກອນ ພະແນກຖະແຫລງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຈຳປາສັກ.
  • ອີງຕາມຂໍ້ຕົກລົງຂອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງໄດ້ຍົກຍ້າຍ ທ່ານ ອຸດອນ ແກ້ວນະຄອນ ຮອງຫົວໜ້າກອງສວນວັດທະນະທຳບັນດາເຜົ່າຫຼັກ 7 ເປັນ ຮອງຫົວໜ້າ ສູນຝຶກອົບຮົມ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຈຳປາສັກ

ພະແນກຖະແຫຼງຂ່າວ ແຂວງຈໍາປາສັກ

ຂ່າວສານບ້ານເມືອງ

Post navigation

Previous Post: Thai Select ມາດຕະຖານອາຫານໄທແທ້ ຈາກຄົວໄທສູ່ຄົວໂລກ
Next Post: ການນໍາກະຊວງ ພະລັງງານແລະບໍ່ແຮ່ ລົງກວດກາໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຮາວ

Related Posts

ການນໍາແຂວງຈໍາປາສັກລົງຕິດຕາມສະພາບນໍ້ານອງທີ່ເມືອງບາຈຽງ Featured
ນາຍົກລັດຖະມົນຕີ ອອກຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ Uncategorized
ຫຼວງພະບາງໜັກຂຶ້ນຂະນະທີ່ທົ່ວປະເທດຕົວເລກເພີ່ມ 414ກໍລະນີ Featured
ຊົມເຊີຍ! ປັບລາຄານໍ້າມັນລົງແລ້ວ Featured
ເປີດທີ່ພັກຫລົບໄພແຫ່ງໃໝ່ ໃຫ້ແມ່ຍິງ ທີ່ຖືກເຄາະຮ້າຍຈາກຄວາມຮຸນແຮງ Featured
ນະຄອນຫຼວງວຽງຈັນ ມີ 38 ປໍ້າ ເປີດມື້ນີ້ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme