Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ການນໍາກະຊວງ ພະລັງງານແລະບໍ່ແຮ່ ລົງກວດກາໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຮາວ

Posted on 07/09/202007/09/2020 By ປະກາດ Pakaad No Comments on ການນໍາກະຊວງ ພະລັງງານແລະບໍ່ແຮ່ ລົງກວດກາໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຮາວ

ແຂວງຫົວພັນ: ໃນວັນທີ 4 ກັນຍາ 2020, ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີ ປະຈໍາສໍານັກງານນາຍົກລັດຖະມົນຕີ ພ້ອມດ້ວຍການນໍາຈາກກະຊວງກ່ຽວຂ້ອງ ແລະ ການນໍາ ແຂວງຫົວພັນ ໄດ້ລົງຢ້ຽມຢາມ ຕິດຕາມຊຸກຍູ້ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຮາວ, ຕັ້ງຢູ່ເມືອງສົບບາວ ແຂວງຫົວພັນ; ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ຄໍາຜາຍ ສີລາຊາ ປະທານ ບໍລິສັດ ກຸ່ມດວງຈະເລີນພັດທະນາກໍ່ສ້າງຈໍາກັດຜູ້ດຽວ, ທັງເປັນປະທານ ບໍລິສັັດນໍ້າຮາວຈະເລີນພາວເວີ ຈໍາກັດ.


ໃນໂອກາດການລົງຢ້ຽມຢາມຄັ້ງນີ້, ທ່ານ ຄໍາຜາຍ ສີລາຊາ ໄດ້ລາຍງານຄວາມຄືບໜ້າ ແລະ ສໍາເລັດຂອງໂຄງການວ່າ: ໂຄງການເຂື່ອນໄຟຟ້ານໍ້າຮາວ ມີກໍາລັງການຜະລິດ ສູງສຸດແມ່ນໄດ້ 22 ເມກາວັດໃນລະດູຝົນ ແລະ ຕໍ່າສຸດແມ່ນ 9 ເມກາວັດ ໃນລະດູແລ້ງ, ມີມູນຄ່າການກໍ່ສ້າງທັງໜົດ 40 ກວ່າລ້ານ ໂດລາສະຫະລັດ ໂດຍການລົງທຶນຂອງບໍລິສັັດນໍ້າຮາວຈະເລີນພາວເວີ ຈໍາກັດຜູ້ດຽວ 100%. ດ້ານການອອກແບບເຂື່ອນແມ່ນ ບໍລິສັດເອນທູລາ.

ການກໍ່ສ້າງໂຄງການ ແມ່ນມີຂໍ້ສະດວກຫລາຍດ້ານ ເປັນຕົ້ນແມ່ນ ໄດ້ຮັບການຮ່ວມມືບ້ານ, ເມືອງ, ແຂວງຫົວພັນ ແລະ ກະຊວງ ທີ່ກ່ຽວຂ້ອງ, ຈຶ່ງເຮັດໃຫ້ໂຄງການສໍາເລັດເປັນກ້າວໆມາ ແລະ ຄາດວ່າຈະໃຫ້ສໍາເລັດສົມບູນ ຕາມສັນຍາຊື້-ຂາຍໄຟ ກັບໄຟຟ້າລາວ (COD) ໃນເດືອນ ສິງຫາ 2021 ທີ່ຈະມາເຖິງນີ້.

ພາຍຫລັງໄດ້ຮັບຟັງການລາຍງານ ຂອງບໍລິສັດ ແລ້ວ, ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດຂອງບໍລິສັັດ ທີ່ໄດ້ເອົາໃຈໃສ່ກໍ່ສ້າງ ແລະ ທຸ່ມເທທຶນຮອນ ເຂົ້າໃສ່ໂຄງການໃຫ້ມີຜົນສໍາເລັດ ແລະ ໃຫ້ໄດ້ຈໍາໜ່າຍກະແສໄຟຟ້າ ສະໜອງໃຫ້ແກ່ການຊົມໃຊ້ໃນບ້ານເຮືອນ, ການຜະລິດກະສິກໍາ, ອຸດສາຫະກໍາ ພາຍໃນບັນດາເມືອງ ຂອງແຂວງຫົວພັນ ແລະ ເປັນການປະກອບສ່ວນເຂົ້າໃນການພັດທະນາ ແລະ ສ້າງສາປະເທດຊາດ ຂອງບໍລິສັດ.


ແຫລ່ງຂ່າວ: ກະຊວງພະລັງງານ ແລະບໍ່ແຮ່

.

ຂ່າວສານບ້ານເມືອງ

Post navigation

Previous Post: ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຈໍາປາສັກ ສັບຊ້ອນພະນັກງານ ບໍລິຫານ
Next Post: ບັນຍາກາດ ໂຄງການສົ່ງເສີມການຂາຍແລະ ເຈລະຈາ ທຸລະກິດອອນໄລ ໄທ-ລາວ ຈັດຂຶ້ນລະຫວ່າງວັນທີ 1 ກໍລະກົດ – 31 ສິງຫາ 2020

Related Posts

ສ້າງຂົວເບຕົງເສີມເຫຼັກຂ້າມນໍ້າພະນາຍ ໂດຍໃຊ້ງົບປະມານ 5 ຕື້ກີບໃນການສ້າງຂົວໃຫມ່ ໃຫ້ໄດ້ມາດຕະຖານຂຶ້ນ Uncategorized
ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖິ່ນ Featured
ຄະນະນຳກະຊວງການຕ່າງປະເທດ ເຂົ້າອວຍພອນວັນຊາດ ສສ ຫວຽດນາມ ຄົບຮອບ 75 ປີ Featured
ແຈ້ງການດ່ວນຫຼ້າສຸດ! ສະຫວັນນະເຂດ ເພີ່ມການປັບໃໝ່ ຜູ້ລະເມີດຄໍາສັ່ງມາດຕະການປ້ອງກັນ ໂຄວິດ-19 Featured
ພິທີຊາປະນະກິດສົບ ແລະ ປະຫວັດຫຍໍ້ ສະຫາຍ ພົນຈັດຕະວາ ບຸນລ້ຽງ ແສງພະຈັນ Featured
ດ່ານສາກົນນາເພົ້າ ເກັບລາຍຮັບໄດ້ 14 ຕື້ກວ່າກີບໃນໄຕມາດທໍາອິດປີ 2022 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme