Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ສອບເສັງຄັດເລືອກເອົາລັດຖະກອນ ຮອບ II ຂອງກະຊວງການເງິນ ທີ່ຫຼວງພະບາງ

Posted on 29/08/202029/08/2020 By ປະກາດ Pakaad No Comments on ສອບເສັງຄັດເລືອກເອົາລັດຖະກອນ ຮອບ II ຂອງກະຊວງການເງິນ ທີ່ຫຼວງພະບາງ

ຕອນເຊົ້າຂອງວັນທີ່ 29 ສິງຫາ 2020 ເວລາ 7:00 ທີ່ຫ້ອງປະຊຸມວິທະຍາໄລການເງິນ ພາກເໜືອ ຄະນະຮັບຜິດຊອບການຈັດຕັ້ງສອບເສັງຄັດເລືອກເອົາລັດຖະກອນ ຮອບ II ຂອງກະຊວງການເງິນ ໄດ້ເປີດກອງປະຊຸມແນະນໍາລະບຽບການສອບເສັງ

ໂດຍເປັນປະທານຂອງ ທ່ານ ນາງ ດາວອນ ທອງຈັນ ຫົວໜ້າກົມບັນຊີ, ມີທ່ານ ແກ່ນຈັນ ບຸນເຕີມ ຜູ້ອໍານວຍການ ວິທະຍາໄລການເງິນພາກເໜືອ, ທ່ານ ຟອງສີສຸພັນ ພົມມະວົງ ຮອງຫົວໜ້າສະຖາບັນເສດຖະກິດການເງິນ, ທ່ານ ຄິນຄໍາ ເລັ່ງສະຫວັດ ຫົວໜ້າພະແນກການເງິນ ແລະ ຕາງໜ້າຫ້ອງການພາຍໃນ ພ້ອມດ້ວຍຄະນະທີມງານຈາກກະຊວງ ແລະ ຄູ-ອາຈານ ຈາກວິທິທະຍາໄລການເງິນພາກເໜືອເຂົ້າຮ່ວມເປັນກໍາມະການຍາມຫ້ອງສອບເສັງ.

ຫຼັງຈາກນັ້ນເວລາ 8:00 ກໍ່ໄດ້ຈັດຕັ້ງການສອບເສັງ ໂດຍມີນັກສອບເສັງທີ່ມາຈາກ 8 ແຂວງ ພາກເໜືອທັງໝົດ 100 ຄົນ, ໃນນັ້ນ ແຂວງ ຫຼວງພະບາງ 33 ຄົນ, ໄຊຍະບູລີ 13 ຄົນ, ອຸດົມໄຊ 7 ຄົນ, ຊຽງຂວາງ10 ຄົນ, ບໍ່ແກ້ວ 9 ຄົນ, ຫຼວງນໍ້າທາ 10 ຄົນ, ຫົວພັນ 12 ຄົນ ແລະ ຜົ້ງສາລີ 6 ຄົນ .

ຂ່າວສານບ້ານເມືອງ

Post navigation

Previous Post: ທຶນການສຶກສາ JDS 2020 ເປີດຮັບສະໝັກແລ້ວຕອນນີ້
Next Post: ເປີດໂຄງການຜະລິດກະສິກໍາແບບຍືນຍົງຂອງກຸ່ມຜະລິດບ້ານດອນເງິນ

Related Posts

ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຈໍາປາສັກ ສັບຊ້ອນພະນັກງານ ບໍລິຫານ ຂ່າວສານບ້ານເມືອງ
ຫົວແຕກ! ກະບະຕໍາກໍາແພງກາງເດິກ ທີ່ບ້ານທົ່ງຕູມ Featured
ວາງສີລາລຶກກໍ່ສ້າງອາຄານ ສໍານັກງານກອງບັນຊາການທະຫານອາກາດ Featured
ພົບຄົນຕິດເຊື້ອໃໝ່ 1 ຄົນ ລາຍງານ ວັນທີ 17 ມິຖຸນາ 2021 Featured
ຂໍຂອບໃຈລັດຖະບານແລະປະຊາຊົນກໍາປູເຈຍມອບວັກຊິນຊີໂນແວັກສອງແສນໂດສແກ່ ສປປລາວ Featured
ລັອກດາວ ນະຄອນຫຼວງວຽງຈັນ 14 ວັນ ເພື່ອຄວບຄຸມການລະບາດຂອງ ໂຄວິດ-19 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme