ສຸນທອນພົດ ຂອງສະຫາຍ ບຸນຍັງ ວໍລະຈິດ
ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ,
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ກ່າວໃນພິທີໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ (ວັນທີ 13 ສິງຫາ 1950 – 13 ສິງຫາ 2020)
(ທີ່ນະຄອນຫຼວງວຽງຈັນ, ວັນທີ 13 ສິງຫາ 2020)
ມື້ນີ້, ສູນກາງພັກ, ລັດຖະບານ, ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍປະຊາຊົນບັນດາເຜົ່າ ໃນທົ່ວປະເທດ ມີຄວາມເບີກບານມ່ວນຊື່ນ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ພ້ອມກັນຈັດຕັ້ງພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ທີ່ໄດ້ໝູນວຽນມາບັນຈົບຄົບຮອບ 70 ປີ ພໍດີ. ປີນີ້ ຊຶ່ງເປັນປີມ້ວນທ້າຍຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII; ເປັນປີແຫ່ງການສືບຕໍ່ປຸກລະດົມຂະບວນການສ້າງຜົນງານ ເພື່ອຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງບັນດາວັນປະຫວັດສາດສຳຄັນຂອງຊາດຂອງພັກ, ສ້າງຂະບວນການວຽກງານຮອບດ້ານ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ທີ່ຈະມາເຖິງ ຢ່າງຟົດຟື້ນ.
ການຈັດຕັ້ງພິທີສະເຫຼີມສະຫຼອງ 70 ປີ ວັນສ້າງຕັ້ງແນວລາວສ້າງຊາດ ໃນມື້ນີ້ ແມ່ນການຫວນຄືນມູນເຊື້ອຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງປະຊາຊົນບັນດາເຜົ່າ ເຂົ້າໃນການປະຕິບັດພາລະກິດປະຕິວັດຊາດປະຊາທິປະໄຕ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ເປັນການລະນຶກເຖິງວິລະກຳລ້ຳເລີດ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງຂອງບັນດາຜູ້ນຳພັກ-ລັດ, ຜູ້ຮັກຊາດ, ນັກຮົບ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ເສຍສະລະເລືອດເນື້ອເພື່ອຊາດ, ເພື່ອພາລະກິດປະຕິວັດ ໃນໄລຍະຜ່ານມາ.
ໃນພິທີອັນມີຄວາມໝາຍສຳຄັນນີ້, ພວກເຮົາມີຄວາມອາໄລອາວອນຢ່າງສຸດຊຶ້ງ ແລະ ຈົດຈໍາລ້ຳລຶກຄຸນງາມຄວາມດີອັນໃຫຍ່ຫຼວງ ຂອງປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ, ບັນດາຜູ້ນຳແນວລາວອິດສະຫຼະ, ແນວລາວຮັກຊາດ ຜູ້ລິເລີ່ມ, ກໍ່ຕັ້ງ ແລະ ນຳພາວຽກງານແນວໂຮມຂອງປະເທດເຮົາ ທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ, ພ້ອມດ້ວຍບັນດາທ່ານຜູ້ນຳພັກ-ລັດ, ຜູ້ຊົງຄຸນວຸດທິ, ກຳມະການແນວລາວສ້າງຊາດທຸກຂັ້ນ ຕະຫຼອດຮອດພະນັກງານ, ນັກຮົບ ແລະ ປະຊາຊົນບັນດາເຜົ່າ ທີ່ໄດ້ເສຍສະລະເລືອດເນື້ອ ເພື່ອຄວາມເປັນເອກະລາດແຫ່ງຊາດ ແລະ ຄວາມຢູ່ເຢັນເປັນສຸກຂອງປະຊາຊົນບັນດາເຜົ່າ. ເພື່ອສະແດງຄວາມຮູ້ບຸນຄຸນ ແລະ ຈົດຈໍາລໍ້າລຶກຄຸນງາມຄວາມດີຂອງບັນດາທ່ານເຫຼົ່ານັ້ນ, ຂ້າພະເຈົ້າ ຂໍເຊີນບັນດາສະຫາຍລຸກຂຶ້ນ ກົ້ມຫົວໄວ້ອາໄລເຖິງດວງວິນຍານຂອງພວກເພິ່ນ 3 ວິນາທີ.
ຕາງໜ້າຄະນະບໍລິຫານງານສູນກາງພັກ ແລະ ລັດ ແຫ່ງ ສປປ ລາວ, ຂ້າພະເຈົ້າ ຂໍສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະ ພອນໄຊອັນປະເສີດ ໄປຍັງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນຕ່າງໆ ຕະຫຼອດຮອດບັນດານັກປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ພະນັກງານ ແລະ ປະຊາຊົນບັນດາເຜົ່າ, ທຸກຊັ້ນຄົນ, ເພດ-ໄວ ໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ຢູ່ຕ່າງປະເທດມານະໂອກາດນີ້ດ້ວຍ.
ບັນດາທ່ານ, ບັນດາສະຫາຍ ທີ່ຮັກແພງທັງຫຼາຍ!
ປະເທດຊາດຂອງພວກເຮົາ ນັບແຕ່ໄດ້ທ້ອນໂຮມເຂົ້າເປັນອານາຈັກລ້ານຊ້າງ(ປີ ຄ.ສ 1353) ເຈົ້າຟ້າງຸ່ມມະຫາລາດ ແລະ ບັນພະບຸລຸດອື່ນໆ ຂອງພວກເຮົາ ໄດ້ພາປະຊາຊົນເຮົາ ກໍ່ຕັ້ງ, ສ້າງສາພັດທະນາປະເທດຜ່ານຫຼາຍຍຸກ, ຫຼາຍສະໄໝ ຊຶ່ງມີທັງຍຸກທີ່ຮຸ່ງເຮືອງສີວິໄລ ແລະ ມີທັງໄລຍະສູນເສຍເອກະລາດ ຕົກເປັນເມືອງຂຶ້ນຂອງຕ່າງຊາດ ເປັນເວລາຮ້ອຍກວ່າປີ, ແຕ່ດ້ວຍມູນເຊື້ອຮັກເຊື້ອແພງຊາດອັນດູດດື່ມ, ຄວາມສາມັກຄີປອງດອງອັນໜັກແໜ້ນ, ປະຊາຊົນລາວບັນດາເຜົ່າ ໄດ້ຮ່ວມແຮງຮ່ວມໃຈກັນປົກປັກຮັກສາປະເທດຊາດອັນແສນຮັກຂອງຕົນ ແລະ ເດັດດ່ຽວລຸກຂຶ້ນຕໍ່ສູ້ ບໍ່ຍອມຈໍານົນ ຕ້ານການຮຸກຮານ, ການຢຶດຄອງຂອງສັກດິນາຕ່າງດ້າວ. ການລຸກຂຶ້ນຕໍ່ສູ້ຂອງປະຊາຊົນເດັ່ນກວ່າໝູ່ ແມ່ນຂະບວນການຕໍ່ສູ້ກູ້ຊາດ ທີ່ນຳໂດຍເຈົ້າອະນຸວົງ, ພໍ່ກະດວດ, ອົງແກ້ວ, ອົງກົມມະດຳ, ເຈົ້າຟ້າປັດໃຈ ແລະ ຂະບວນການຕໍ່ສູ້ອື່ນໆ ຕໍ່ສູ້ຕ້ານພວກຈັກກະພັດ, ພວກລ່າເມືອງຂຶ້ນແບບເກົ່າ ຢ່າງພິລາດອາດຫານ ແລະ ໄດ້ປະກາດເອກະລາດ ເມື່ອວັນທີ 12 ຕຸລາ ປີ 1945. ພໍແຕ່ໄດ້ຮັບເອກະລາດ ບໍ່ເທົ່າໃດເດືອນ ພວກລ່າເມືອງຂຶ້ນແບບເກົ່າ ກໍກັບຄືນມາຮຸກຮານລາວອີກ ຄັ້ງທີ 2.
ບັນດາທ່ານ, ບັນດາສະຫາຍ ທີ່ຮັກແພງ ທັງຫຼາຍ!
ກ່ອນໜ້ານີ້ 70 ປີ, ໂດຍຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພາລະກິດຕໍ່ສູ້ກູ້ຊາດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກຳລັງການປະຕິວັດລາວ ພາຍໃຕ້ການນຳພາ-ຊີ້ນຳຂອງພັກຄອມມູນິດອິນດູຈີນ ກໍຄືອົງຄະນະພັກແຄ້ວນລາວ, ກອງປະຊຸມໃຫຍ່ແນວໂຮມທົ່ວປະເທດ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 13 ສິງຫາ 1950, ຊຶ່ງໃສ່ຊື່ວ່າ: ແນວລາວອິດສະຫຼະ ແລະ ໄດ້ວາງໂຄງການ ການເມືອງ 12 ຂໍ້, ໄດ້ເລືອກຕັ້ງຄະນະກໍາມະການສູນກາງແນວລາວອິດສະຫຼະ, ແຕ່ງຕັ້ງລັດຖະບານລາວຕໍ່ຕ້ານ ໂດຍແມ່ນທ່ານ ສຸພານຸວົງ ເປັນປະທານສູນກາງແນວລາວອິດສະຫຼະ ແລະ ເປັນລັດຖະມະຫາເສນາ (ນາຍົກລັດຖະມົນຕີ) ລັດຖະບານລາວຕໍ່ຕ້ານ ຫຼື ລັດຖະບານຝ່າຍປະເທດລາວ. ນັ້ນແມ່ນເຫດການ ການເມືອງທີ່ມີຄວາມໝາຍສຳຄັນທີ່ສຸດໃນພາລະກິດຕໍ່ສູ້ປະຕິວັດຂອງຊາດເຮົາ, ເປັນເທື່ອທຳອິດໃນປະຫວັດສາດແຫ່ງການກຳເນີດເກີດຂຶ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງຂະບວນການຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າ ໄດ້ມີອົງການຈັດຕັ້ງນຳພາຂອງຕົນນັ້ນ ຄື ແນວລາວອິດສະຫຼະ.
ໃນສະພາບຈຸດພິເສດ ແລະ ເງື່ອນໄຂຕົວຈິງຂອງປະເທດເຮົາ ຊຶ່ງເປັນປະເທດໜ້ອຍ, ພົນລະເມືອງບໍ່ຫຼາຍ ແລະ ປະຊາຊົນຍັງທຸກຍາກຫຼາຍ ຍ້ອນການກົດຂີ່ຂູດຮີດຂອງພວກລ່າເມືອງຂຶ້ນ ແລະ ສັກດິນາ, ຂະບວນການຕໍ່ສູ້ ຂອງປະຊາຊົນອາດເວົ້າໄດ້ວ່າເລີ່ມຈາກຝາມືເປົ່າ, ອາວຸດຍຸດໂທປະກອນຍັງຫຼ້າຫຼັງ, ແຕ່ຊໍ້າພັດປະເຊີນໜ້າກັບການຮຸກຮານຈາກສັດຕູພາຍນອກ ທີ່ມີກຳລັງເໜືອກວ່າ ບໍ່ຈັກວ່າເທົ່າໃດ. ເພື່ອໃຫ້ສອດຄ່ອງກັບຈຸດພິເສດ ແລະ ເຮັດສຳເລັດພາລະກິດປະຕິວັດ ຕາມເປົ້າໝາຍທີ່ວາງໄວ້ນັ້ນ, ວັນທີ 22 ມີນາ ປີ 1955 ພັກປະຊາຊົນລາວ (ພັກປະຊາຊົນປະຕິວັດລາວໃນປັດຈຸບັນ) ໄດ້ຮັບການສ້າງຕັ້ງຂຶ້ນ ຊຶ່ງເປັນພັກການເມືອງຂອງຊົນຊັ້ນກຳມະກອນ ເພື່ອນຳພາພາລະກິດປະຕິວັດຊາດປະຊາທິປະໄຕ ຢູ່ປະເທດພວກເຮົາ. ພັກເຮົາໄດ້ຍຶດໝັ້ນໃນສັດຈະທຳ ທີ່ວ່າ: ມະຫາຊົນເປັນຜູ້ສ້າງປະຫວັດສາດ, ຂະບວນການປະຕິວັດ ແມ່ນຂະບວນການຂອງມະຫາຊົນ. ສະນັ້ນ, ໃນເງື່ອນໄຂທີ່ພັກເຮົາເຄື່ອນໄຫວ ແລະ ນຳພາແບບປິດລັບນັ້ນ, ພັກໄດ້ອີງໃສ່ແນວລາວອິດສະຫຼະ ເປັນຜູ້ຕາງໜ້າພັກອອກເຄື່ອນໄຫວເປີດເຜີຍ ໃນຖານະເປັນລັດຖະບານຝ່າຍປະເທດລາວ, ເປັນຄັນທຸງ, ເປັນຫຼັກແຫຼ່ງໃນການເຕົ້າໂຮມຄວາມສາມັກຄີບັນດາເຜົ່າ, ດຳເນີນການສຶກສາອົບຮົມ, ປຸກລະດົມຜູ້ຊົງຄຸນວຸດທິທຸກເຜົ່າ, ທຸກຊັ້ນຄົນ, ທຸກສາສະໜາ, ເພດ-ໄວ ທີ່ມີຈິດໃຈຮັກຊາດ ໃຫ້ສາມັກຄີກັນພາຍໃຕ້ຄັນທຸງຂອງແນວລາວອິດຫຼະ.
ໃນຕົ້ນປີ 1956 ພາຍໃຕ້ການນຳພາໂດຍກົງຂອງພັກປະຊາຊົນລາວ ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ໄດ້ໄຂຂຶ້ນ ຢູ່ໃນຖານທີ່ໝັ້ນແຂວງຫົວພັນ ແລະ ໄດ້ປ່ຽນຊື່ ແນວລາວອິດສະຫຼະ ເປັນ ແນວລາວຮັກຊາດ ແນໃສ່ເຕົ້າໂຮມທຸກກຳລັງ, ທຸກການຈັດຕັ້ງປະຊາຊົນບັນດາເຜົ່າ ໄດ້ສາມັກຄີກັນເປັນຈິດໜຶ່ງໃຈດຽວ ເຂົ້າໃນແນວໂຮມກູ້ຊາດອັນກວ້າງຂວາງ ເພື່ອຕໍ່ສູ້ຜາບແພ້ພວກສັດຕູຮຸກຮານ ແລະ ລູກແຫຼ່ງຕີນມື, ກໍ່ສ້າງປະເທດລາວ ສັນຕິພາບ ເປັນກາງ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນະຖາວອນ, ສືບຕໍ່ນຳພາການປະຕິວັດກ້າວຂຶ້ນ.
ຜ່ານຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ແລະ ກຳລັງປະກອບອາວຸດປະຕິວັດ ໄດ້ດຳເນີນໄປຢ່າງຍືດເຍື້ອຍາວນານ, ເຕັມໄປດ້ວຍຄວາມເສຍສະລະ ແລະ ຄວາມທໍລະຫົດອົດທົນ, ມີບາງໄລຍະການຕໍ່ສູ້ໄດ້ດຳເນີນໄປຢ່າງດຸເດືອດ, ຂ້ຽວຂາດ ແລະ ເອົາເປັນເອົາຕາຍ. ໃນເວລານັ້ນ ແມ່ນໄດ້ຕໍ່ສູ້ກັບພວກລ່າເມືອງຂຶ້ນຝຣັ່ງໃຫ້ປະຕິບັດສັນຍາເຊີແນວກ່ຽວກັບອິນດູຈີນ, ດຳເນີນການເຕົ້າໂຮມກຳລັງປະຕິວັດຢູ່ 2 ແຂວງຫົວພັນ ແລະ ຜົ້ງສາລີ, ໄດ້ທັບມ້າງຍຸດໂທບາຍຂອງພວກປະຕິການທີ່ວາງຄຳຂວັນ ຄື “ຫຼອກເສືອເຂົ້າຖໍ້າເພື່ອດັບສູນ”. ແຕ່ເຖິງວ່າສະພາບການຈະຫຍຸ້ງຍາກ, ກັນດານປານໃດກໍຕາມ, ພັກໄດ້ຊີ້ນຳການປະຕິວັດໂດຍກົງ ແລະ ໄດ້ສົມທົບກັບການຕໍ່ສູ້ດ້ານການເມືອງ, ດ້ານການທະຫານ, ດ້ານກົດໝາຍ ແລະ ການຕ່າງປະເທດໄປ ພ້ອມໆກັນ , ເຖິງແມ່ນວ່າຝ່າຍສັດຕູພະຍາຍາມຫາທຸກວິທີທາງເພື່ອທຳລາຍກຳລັງປະຕິວັດ, ແຕ່ດ້ວຍແນວທາງອັນຖືກຕ້ອງ ແລະ ປະດິດສ້າງ, ດ້ວຍວິທີດໍາເນີນການປະຕິວັດອັນອຸດົມຮັ່ງມີ ແລະ ມີວິທະຍາສາດ ກຳລັງປະຕິວັດຍິ່ງເຕີບໃຫຍ່ເຂັ້ມແຂງ, ມີມະຫາຊົນສະໜັບສະໜູນນັບມື້ກວ້າງຂວາງ, ມີຖັນແຖວຜູ້ຊົງຄຸນວຸດທິ ທີ່ຮັກຫອມສັນຕິພາບເປັນກາງ ໄດ້ອ່ຽງມາຫາການປະຕິວັດ, ສາມາດທັບມ້າງກົນອຸບາຍຂອງພວກລ່າເມືອງຂຶ້ນແບບໃໝ່ ອັນພາໄປເຖິງການເຊັນສັນຍາວຽງຈັນ ໃນປີ 1957 ນັ້ນແມ່ນຜົນສໍາເລັດອັນໃຫຍ່ຫຼວງຂອງພັກເຮົາ ແລະ ກໍແມ່ນປະລາໄຊຍຸດທະສາດ ຄັ້ງທີ I ຂອງພວກລ່າເມືອງຂຶ້ນແບບໃໝ່ ໃນການແຊກແຊງ ແລະ ຮຸກຮານລາວ.
ແຕ່ຮອດກາງປີ 1959 ຝ່າຍກົງກັນຂ້າມໄດ້ມ້າງເພລັດຖະບານປະສົມ ແລະ ຄວາມຖືກຕ້ອງປອງດອງຊາດ, ປິດລ້ອມກອງພັນທີສອງຢູ່ທົ່ງໄຫຫີນ, ຈັບກຸມຜູ້ນໍາການປະຕິວັດ ກໍຄືຜູ້ນຳແນວລາວຮັກຊາດຈໍານວນໜຶ່ງເຂົ້າຄຸກທີ່ໂພນເຄັງ ຊຶ່ງໄລຍະນີ້ ການປະຕິວັດພວກເຮົາພົບຄວາມຫຍຸ້ງຍາກ ແລະ ຄັບຂັນທີ່ສຸດ, ພັກເຮົາໄດ້ຕັດສິນໃຈຫັນທິດການຕໍ່ສູ້ຢ່າງທັນການ, ປຸກລະດົມທົ່ວປວງຊົນລຸກຮືຂຶ້ນ, ຊຸກຍູ້ການຕໍ່ສູ້ທາງດ້ານການທະຫານ ແລະ ການເມືອງຢ່າງແຂງແຮງໃນທົ່ວປະເທດ, ພາຍໃນໄລຍະເວລາອັນສັ້ນໆ ກໍາລັງປະກອບອາວຸດປະຕິວັດໄດ້ຂະຫຍາຍຕົວຢ່າງແຂງແຮງ, ກອງພັນທີສອງ ຈຶ່ງສາມາດຜ່າວົງປິດລ້ອມໄດ້ຢ່າງອົງອາດກ້າແກ່ນ, ບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ ໄດ້ໂຕນອອກຈາກຄຸກໂພນເຄັງ ຢ່າງມະຫັດສະຈັນ ໄປສູ່ເຂດທີ່ໝັ້ນປະຕິວັດ ດ້ວຍຄວາມປອດໄພ ອັນພາໄປເຖິງປົດປ່ອຍດິນແດນໄດ້ 2/3 ແລະ ½ ຂອງພົນລະເມືອງທົ່ວປະເທດ, ເຮັດໃຫ້ເຂດປົດປ່ອຍ ຊຶ່ງປະກອບດ້ວຍຫຼາຍບໍລິເວນຍຸດທະສາດທີ່ສໍາຄັນ ຕິດລຽນກັນແຕ່ ເໜືອຮອດໃຕ້, ອັນໄດ້ເປັນການບັງຄັບໃຫ້ພວກລ່າເມືອງຂຶ້ນແບບໃໝ່ ຕ້ອງຍອມນັ່ງໂຕະເຈລະຈາ ແລະ ເຊັນສັນຍາເຊີແນວກ່ຽວກັບລາວ, ສ້າງຕັ້ງລັດຖະບານປະສົມແຫ່ງຊາດ ຄັ້ງທີ II ໃນວັນທີ 22 ເດືອນ 6 ປີ 1962 ຊຶ່ງແນວລາວຮັກຊາດ ໄດ້ມີຖານະສູງຂຶ້ນກວ່າເກົ່າ.
ເຫດການທີ່ພົ້ນເດັ່ນ ແລະ ລືຊື່ນັ້ນ ເປັນການປະລາໄຊຍຸດທະສາດ ຄັ້ງທີ II ຂອງຈັກກະພັດລ່າເມືອງຂຶ້ນແບບໃໝ່ຢູ່ລາວ.
ຈາກໄຊຊະນະດັ່ງກ່າວ, ການປະຕິວັດປະເທດເຮົາ ຍິ່ງໄດ້ເຕີບໃຫຍ່ຂະຫຍາຍຕົວ ທັງຈຳນວນ ແລະ ຄຸນນະພາບໃຫມ່, ແຕ່ໃນຂະນະດຽວກັນ ພວກປະຕິການ ໄດ້ໂຄ່ນລົ້ມລັດຖະບານປະສົມສາມຝ່າຍ, ຈັກກະພັດລ່າເມືອງຂຶ້ນແບບ ໃໝ່ ໄດ້ເພີ່ມທະວີສົງຄາມຮຸກຮານປະເທດເຮົາ ຂຶ້ນສູ່ລະດັບສູງ ໂດຍໃຊ້ເຮືອບິນຖິ້ມລະເບີດທໍາລາຍເຂດປົດປ່ອຍ ສົມທົບກັບການເປີດບັ້ນຮົບຍຸດທະສາດຫຼາຍແຫ່ງ ເຊັ່ນ: “ສາມສອນ”; “ສອນໄຊ”; “ກູ້ກຽດ ”; “ລາມເຊີນ 719” ແລະ ອື່ນໆ ຊຶ່ງໄດ້ກາຍເປັນສົງຄາມພິເສດ ແລະ ສົງຄາມພິເສດເພີ່ມທະວີຂອງຈັກກະພັດ ເຂົ້າເຂດປົດປ່ອຍ ຫວັງດັບມອດກຳລັງປະຕິວັດ, ດັບມອບອະລິຍະທໍາຂອງຄົນລາວ. ແຕ່ຄຳຂວັນ: “ທຸກສິ່ງທຸກຢ່າງເພື່ອແນວໜ້າ, ທຸກສິ່ງທຸກຢ່າງເພື່ອເອົາໄຊຊະນະກັບສັດຕູ” ໄດ້ດັງກ້ອງກັງວານໄປທຸກຫົນແຫ່ງໃນເຂດປົດປ່ອຍ ແລະ ທົ່ວປະເທດ.
ໃນພາລະກິດຕໍ່ສູ້ຢູ່ສະໜາມຮົບພາຍໃນ, ແນວລາວຮັກຊາດ ໄດ້ປະຕິບັດວຽກງານໂຄສະນາ, ອະທິບາຍ, ຍາດແຍ່ງການສະໜັບສະໜູນຊ່ວຍເຫຼືອຈາກຕ່າງປະເທດຢ່າງກວ້າງຂວາງ, ຈາກນັ້ນ ເຮັດໃຫ້ການເປັນໃຈສະໜັບສະໜູນຊ່ວຍເຫຼືອອັນໃຫຍ່ຫຼວງຂອງບັນດາປະເທດເພື່ອນມິດສັງຄົມນິຍົມອ້າຍນ້ອງ, ປະຊາຊົນຜູ້ຮັກຫອມສັນຕິພາບໃນໂລກ, ນັບທັງຄົນເຊື້ອຊາດລາວທີ່ດໍາລົງຊີວິດຢູ່ຕ່າງປະເທດ ໄດ້ອວ່າຍໜ້າມາຫາປະເທດຊາດ, ທັງເປັນກະບອກສຽງໂຄສະນາສະໜັບສະໜູນການຕໍ່ສູ້ອັນເປັນທຳຂອງປະຊາຊົນລາວບັນດາເຜົ່າພາຍໃນປະເທດ ຢ່າງເປັນກະແສຟອງອັນກວ້າງໃຫຍ່, ພິເສດ, ຄວາມສຳພັນສູ້ຮົບ ແລະ ຄວາມສາມັກຄີລາວ-ຫວຽດນາມ, ກຳປູເຈຍ ທີ່ຕ້ານສັດຕູຕົວດຽວກັນ ນັບມື້ນັບປະສານສົມທົບກັນ, ຖືເປັນສະໜາມຮົບອັນດຽວກັນຢ່າງກົມກຽວ ແລະ ໜັກແໜ້ນ ເພື່ອຕໍ່ສູ້ສັດຕູຢ່າງພິລະອາດຫານ.
ວິລະກຳອັນພົ້ນເດັ່ນອີກອັນໜຶ່ງ ຂອງແນວລາວຮັກຊາດ ແມ່ນໄດ້ຕັ້ງໜ້າປະຕິບັດ 3 ບາດຄ້ອນຍຸດທະສາດຂອງພັກ ໃນການຍຶດອຳນາດ, ຍາດແຍ່ງກາລະໂອກາດພັນປີມີເທື່ອໜຶ່ງ, ປະຕິບັດຍຸດທະສາດ, ຍຸດທະວິທີ ໂດຍເອົາການປຸກລຸກຂົນຂວາຍປະຊາຊົນບັນດາເຜົ່າ, ຊັ້ນຄົນ, ເພດໄວ ພ້ອມກັນລຸກຮືຂຶ້ນຕໍ່ສູ້ກັບສົງຄາມພິເສດ ແລະ ສົງຄາມພິເສດເພີ່ມທະວີຂອງຈັກກະພັດ, ບັງຄັບໃຫ້ພວກເຂົາຕ້ອງຍອມເຊັນສັນຍາວຽງຈັນ ວ່າດ້ວຍການຟື້ນຟູສັນຕິພາບ ແລະ ປະຕິບັດຄວາມຖືກຕ້ອງປອງດອງຊາດຢູ່ລາວໃນວັນທີ 21 ກຸມພາ ປີ 1973 ຊຶ່ງພາໄປເຖິງການສ້າງຕັ້ງລັດຖະບານປະສົມຊົ່ວຄາວແຫ່ງຊາດ ຄັ້ງທີ III ແລະ ຄະນະມົນຕີປະສົມການເມືອງແຫ່ງຊາດ, ເຮັດໃຫ້ສອງນະຄອນວຽງຈັນ ແລະ ຫຼວງພະບາງເປັນກາງຕາມລະບຽບການພິເສດ, ສ້າງເງື່ອນໄຂພື້ນຖານໃຫ້ການປະຕິວັດຊາດ ປະຊາທິປະໄຕ ຢູ່ປະເທດເຮົາ ກ້າວຂຶ້ນຍາດເອົາໄຊຊະນະສົມບູນ, ພ້ອມກັນນັ້ນ ກໍເປັນຂີດໝາຍແຫ່ງການປະລາໄຊຍຸດທະສາດ ຄັ້ງທີ III ຂອງພວກລ່າເມືອງຂຶ້ນແບບໃໝ່ຢູ່ລາວ, ກ້າວໄປເຖິງການຍຶດອຳນາດ ວັນທີ 23 ສິງຫາ 1975 ຢູ່ນະຄອນຫຼວງວຽງຈັນ ແລະ ຍຶດອຳນາດທົ່ວປະເທດ ຍາດເອົາອໍານາດການປົກຄອງ ມາສູ່ກໍາມືປະຊາຊົນຢ່າງໄວວາແບບ “ບົວບໍ່ຊໍ້ານໍ້າບໍ່ຂຸ່ນແຕ່ຫາກຈັບປາໄດ້ທັງໝົດ”, ລົບລ້າງລະບອບລາຊາທິປະໄຕຢ່າງສິ້ນເຊິງ, ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງແມ່ນລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນໃນວັນທີ 2 ທັນວາ 1975. ໄຊຊະນະປະຫວັດຍິ່ງໃຫຍ່ດັ່ງກ່າວ ເປັນຂີດໝາຍແຫ່ງການສໍາເລັດການປະຕິວັດປົດປ່ອຍຊາດຢ່າງສົມບູນ ແລະ ເປີດສາກໃຫ້ແກ່ໄລຍະໃໝ່ຂອງການປະຕິວັດ, ໄລຍະທີ່ປະຊາຊົນເຮົາເປັນເຈົ້າປະເທດຊາດ, ເປັນເຈົ້າຊາຕະກໍາຂອງຕົນຢ່າງແທ້ຈິງ ແລະ ກ້າວຂຶ້ນຕາມເສັ້ນທາງສັງຄົມນິຍົມຢ່າງສະຫງ່າລາສີ, ນັ້ນເປັນການປະລາໄຊ ຄັ້ງສຸດທ້າຍ ແລະ ເປັນການປະລາໄຊຢ່າງສິ້ນເຊິງ ຂອງພວກລ່າເມືອງຂຶ້ນແບບໃໝ່ ຢູ່ປະເທດເຮົາ.
ບັນດາທ່ານ ແລະ ບັນດາສະຫາຍທີ່ຮັກແພງທັງຫຼາຍ!
ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍ ແນວລາວຮັກຊາດ ສືບຕໍ່ເສີມຂະຫຍາຍມູນເຊື້ອຈາກສະໄໝສົງຄາມ ມາສູ່ສະໄໝສັນຕິພາບ, ເພື່ອໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ຈຶ່ງໄດ້ປ່ຽນຊື່ ແນວລາວຮັກຊາດ ມາເປັນ ແນວລາວສ້າງຊາດ ເຖິງປັດຈຸບັນ ແລະ ໄດ້ປະຕິບັດພາລະບົດບາດໃນການປຸກລະດົມ, ເຕົ້າໂຮມຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ ແລະ ປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການປົວແປງດີຂຶ້ນ ຢ່າງຈະແຈ້ງ.
ແນວລາວສ້າງຊາດ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນຂະບວນການຫັນລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ, ປະກອບສ່ວນໃນການສຶກສາອົບຮົມປະຊາຊົນລາວບັນດາເຜົ່າ, ຊັ້ນຄົນຕ່າງໆ, ສາສະໜາ ແລະ ເພດ-ໄວໃຫ້ມີຄວາມຮັບຮູ້ເຂົ້າໃຈ ແລະ ຕື່ນຕົວເຂົ້າຮ່ວມໃນຂະບວນການແກ້ໄຂຄວາມ ທຸກຍາກໂດຍຕິດພັນກັບຂະບວນການຜະລິດເປັນສິນຄ້າ ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າດີຂຶ້ນເປັນກ້າວໆ; ແນວລາວສ້າງຊາດໄດ້ປະກອບສ່ວນປຸກລະດົມລູກຫຼານປະຊາຊົນລາວບັນດາເຜົ່າບຸກບືນ ຮໍ່າຮຽນ, ອະນຸລັກຮັກສາເອກະລັກວັດທະນະທຳຮີດຄອງປະເພນີອັນດີງາມຂອງເຜົ່າ ກໍຄືຂອງຊາດລາວ, ເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບຂະບວນການ 3 ສ້າງ, ຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ, ສ້າງບ້ານວັດທະນະທຳ, ສ້າງບ້ານປອດຄະດີ ແລະ ຂະບວນການອື່ນໆ, ເຂົ້າຮ່ວມກັບອຳນາດການປົກຄອງຂັ້ນຕ່າງໆໃນການໄກ່ເກ່ຍແກ້ໄຂຄະດີຢູ່ຮາກຖານ, ກຳແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນລາວບັນດາເຜົ່າ, ປຶກສາຫາລື, ແນະນຳປະຊາຊົນໃຫ້ດຳລົງຊີວິດ ແລະ ທຳມາຫາກິນໄປໃນທາງທີ່ຖືກຕ້ອງ, ແກ້ໄຂຄວາມຂັດຂ້ອງ-ສົນໃຈ, ອະທິບາຍຊີ້ແຈງໃຫ້ປະຊາຊົນ ບໍ່ຫຼົງເຊື່ອກົນອຸບາຍໂຄສະນາບິດເບືອນ, ແບ່ງແຍກຄວາມສາມັກຄີຂອງພວກຄົນບໍ່ຫວັງດີ; ອົງການແນວລາວສ້າງຊາດຂັ້ນຕ່າງໆ ໄດ້ຮັບການປັບປຸງທາງດ້ານເນື້ອໃນ, ຮູບການ ແລະ ວິທີການເຄື່ອນໄຫວນັບມື້ນັບດີຂຶ້ນ, ໄດ້ຮ່ວມກັບຄະນະພັກ, ອຳນາດການປົກຄອງ ແລະ ບັນດາອົງການຈັດຕັ້ງມະຫາຊົນ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕາມພາລະບົດບາດ ແລະ ໜ້າທີ່ຂອງຕົນ, ພ້ອມດຽວກັນນັ້ນ, ອົງການແນວລາວສ້າງຊາດ ໄດ້ພົວພັນ ແລະ ປະຕິບັດແນວທາງການທູດປະຊາຊົນ ກໍຄືສາມັກຄີສາກົນຂອງພັກ ໂດຍສະເພາະແມ່ນສາມັກຄີກັບແນວໂຮມປະເທດເພື່ອນມິດຍຸດທະສາດ ທັງຍາດແຍ່ງເອົາການຊ່ວຍເຫຼືອຮ່ວມມື ກັບບັນດາປະເທດ ແລະ ອົງການຈັດຕັ້ງສາກົນ ເພື່ອມາພັດທະນາຕົນເອງ ແລະ ປະເທດຊາດຫຼາຍຂຶ້ນ. ພ້ອມກັນນັ້ນ, ອົງການແນວລາວສ້າງຊາດ ຍັງໄດ້ມີການພົວພັນອັນກວ້າງຂວາງກັບພີ່ນ້ອງຄົນເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ຕ່າງປະເທດ ທັງໄດ້ເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ, ເຕົ້າໂຮມຄວາມສາມັກຄີ, ສ້າງຈິດສຳນຶກແຫ່ງຄວາມຮັກເຊື້ອແພງຊາດ, ຫັນໜ້າມາສູ່ປະເທດຊາດບ້ານເກີດເມືອງນອນຂອງຕົນ.
ບັນດາທ່ານ, ບັນດາສະຫາຍ ທີ່ຮັກແພງທັງຫຼາຍ!
ສູນກາງພັກ ແລະ ລັດ ແຫ່ງ ສປປ ລາວ ມີຄວາມປິຕິຊົມຊື່ນຍິນດີ ແລະ ຕີລາຄາສູງ ທີ່ເຫັນວ່າໃນຕະຫຼອດໄລຍະ 70 ປີ ທີ່ຜ່ານມາ ອົງການແນວລາວສ້າງຊາດຂັ້ນຕ່າງໆໃນທົ່ວປະເທດໄດ້ຮັບການປັບປຸງບູລະນະ ແລະ ເຕີບໃຫຍ່ເຂັ້ມແຂງ ນັບທັງດ້ານປະລິມານ ແລະ ຄຸນນະພາບ; ໄດ້ປະກອບສ່ວນຢ່າງສຳຄັນ, ໃຫຍ່ຫຼວງເຂົ້າໃນພາລະກິດ ແຫ່ງການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືໃນພາລະກິດແຫ່ງການປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ ໃນໄລຍະໃໝ່.
ເນື່ອງໃນໂອກາດວັນບຸນໃຫຍ່ປະຫວັດສາດ ອັນມີຄວາມໝາຍສຳຄັນຂອງຊາດນີ້, ໃນນາມຄະນະບໍລິຫານງານສູນກາງພັກ ແລະ ລັດ ແຫ່ງ ສປປ ລາວ, ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍສັນລະເສີນ ຕໍ່ອົງການແນວລາວສ້າງຊາດຂັ້ນຕ່າງໆ, ພີ່ນ້ອງຮ່ວມຊາດທຸກຊົນເຜົ່າ, ທຸກຊັ້ນຄົນ, ເພດ-ໄວ ໃນທົ່ວປະເທດ ທີ່ໄດ້ເຊີດຊູນ້ຳໃຈຮັກຊາດ, ຮັກລະບອບໃຫມ່, ສາມັກຄີເປັນອັນໜຶ່ງອັນດຽວກັນ ຢູ່ອ້ອມຂ້າງສູນກາງພັກ ແລະ ລັດ, ຜ່ານຜ່າຄວາມຫຍຸ້ງຍາກລຳບາກ, ອຸທິດສະຕິປັນຍາ, ກຳລັງວັງຊາ ແລະ ເສຍສະລະທຸກສິ່ງທຸກຢ່າງ ເພື່ອຜົນປະໂຫຍດລວມຂອງປະເທດຊາດອັນແສນຮັກຂອງພວກເຮົາ ຕະຫຼອດໄລຍະທີ່ຜ່ານມາ ຂໍສະແດງຄວາມຊົມເຊີຍ ຢ່າງສຸດອົກສຸກໃຈ! (ຊົມເຊີຍ)
ພ້ອມດຽວກັນນັ້ນ, ຂໍສະແດງຄວາມຊົມເຊີຍພີ່ນ້ອງຊາວລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ທີ່ໄດ້ມີຈິດໃຈຮັກຊາດແພງເຊື້ອ ແລະ ອວ່າຍໜ້າມາຫາປະເທດຊາດ, ປະກອບສ່ວນຕາມຄວາມສາມາດຂອງຕົນ ຮ່ວມກັບພີ່ນ້ອງຮ່ວມຊາດ ໃນການພັດທະນາປະເທດຊາດ; ຂໍຊົມເຊີຍຊາວຕ່າງດ້າວ ທີ່ດຳລົງຊີວິດ ແລະ ທຳມາຫາກິນ ຢູ່ ສປປ ລາວ ທີ່ຖືກຕ້ອງຕາມລະບຽບກົດໝາຍບ້ານເມືອງ, ທັງໄດ້ປະກອບສ່ວນ ເຂົ້າໃນພາລະກິດສ້າງສາ ແລະ ເພີ່ມທະວີມິດຕະພາບກັບປະຊາຊົນລາວບັນດາເຜົ່າ.
ຂໍສະແດງຄວາມຮູ້ບຸນຄຸນ ອັນເລິກເຊິ່ງ ແລະ ຂອບໃຈ ຢ່າງຈິງໃຈຕໍ່ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອອັນໃຫຍ່ຫຼວງ ແລະ ລໍ້າຄ່າແກ່ປະຊາຊົນລາວ ກໍຄືຕໍ່ແນວລາວສ້າງຊາດ ຕະຫຼອດມາ.
ບັນດາທ່ານ, ບັນດາສະຫາຍ ທີ່ຮັກແພງທັງຫຼາຍ!
ພວກເຮົາ ມີຄວາມເອກອ້າງທະນົງໃຈຕໍ່ຜົນສຳເລັດອັນໃຫຍ່ຫຼວງ ແລະ ຫຼາຍດ້ານທີ່ຍາດມາໄດ້ ໃນພາລະກິດ ແຫ່ງການປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ ໃນຕະຫຼອດໄລຍະ 45 ປີທີ່ຜ່ານມາ. ແຕ່ພ້ອມດຽວກັນນັ້ນ ກໍຕ້ອງເຫັນແຈ້ງວ່າ ປະເທດຊາດຂອງພວກເຮົາຍັງບໍ່ທັນຫຼຸດພົ້ນອອກຈາກສະພາວະປະເທດດ້ອຍພັດທະນາ, ສະພາບແວດລ້ອມສາກົນມີການຫັນປ່ຽນຢ່າງສະຫຼັບສັບຊ້ອນ, ມີທັງກາລະໂອກາດເງື່ອນໄຂທີ່ເອື້ອອຳນວຍຄວາມສະດວກ ແລະ ມີທັງການທົດສອບທ້າທາຍຕ່າງໆ, ຜ່ານການຈັດຕັ້ງປະຕິບັດບັນດາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ມານັ້ນ ໄດ້ມີຈຸດອ່ອນ, ຂໍ້ຄົງຄ້າງຈຳນວນໜຶ່ງທີ່ຕ້ອງສືບຕໍ່ແກ້ໄຂ ເປັນຕົ້ນ ການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ການພັດທະນາຊົນນະບົດ, ບັນຫາການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ແລະ ບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມ.
ດ້ວຍເຫດນັ້ນ ໃນຊຸມປີຕໍ່ໜ້ານີ້, ທົ່ວພັກ, ທົ່ວລັດ ແລະທົ່ວປວງຊົນລາວທັງຊາດ ພວກເຮົາ ຕ້ອງໄດ້ສືບຕໍ່ເພີ່ມທະວີການນຳພາຊີ້ນຳ ແລະ ຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນ, ກໍຄືເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ຄັ້ງທີ 8 ທ້າຍສະໄໝ ໃຫ້ປະກົດຜົນເປັນຈິງ. ໃນນີ້, ບັນຫາກົກແມ່ນພວກເຮົາຕ້ອງບຸກບືນສຸດຂີດ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ຖືວ່ານັ້ນ ແມ່ນຄວາມຮັບຜິດຊອບການເມືອງ, ເປັນພາລະກິດຂອງພັກ ແລະ ເປັນໜ້າທີ່ບູລິມະສິດຂອງລັດ ແລະ ທົ່ວປວງຊົນ, ຕ້ອງເຂົ້າໃຈວ່າ ຖ້າຄວາມທຸກຍາກ ຂອງປະຊາຊົນ ບໍ່ໄດ້ຮັບການແກ້ໄຂ ປະເທດເຮົາກໍຈະບໍ່ສາມາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາໄດ້.
ໃນຊຸມປີຕໍ່ໜ້ານີ້, ແນວລາວສ້າງຊາດຂັ້ນຕ່າງໆ ໃນທົ່ວປະເທດ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າງາມໃນຕະຫຼອດໄລຍະ 70 ປີທີ່ຜ່ານມາ, ອອກແຮງເຄື່ອນໄຫວຢ່າງຫ້າວຫັນ ຕາມພາລະບົດບາດ ແລະ ໜ້າທີ່ການເມືອງ ທີ່ພັກມອບໝາຍໃຫ້. ໃນນັ້ນ, ຕ້ອງເອົາໃຈໃສ່ຍົກສູງຄັນທຸງເຕົ້າໂຮມຄວາມສາມັກຄີທົ່ວປວງຊົນ ບົນພື້ນຖານພັນຕະພາບ, ກຳມະກອນ-ຊາວກະສິກອນ ແລະ ນັກຮຽນຮູ້ປັນຍາຊົນປະຕິວັດທີ່ເປັນຫຼັກແຫຼ່ງ ພາຍໃຕ້ການນຳພາຂອງພັກ, ພ້ອມທັງສຶກສາອົບຮົມເຂົາເຈົ້າໃຫ້ມີຄວາມຮັບຮູ້ເຂົ້າໃຈ ຢ່າງຖືກຕ້ອງບັນດາແນວທາງນະໂຍບາຍ ແລະ ລະບຽບກົດໝາຍຂອງລັດ, ສືບຕໍ່ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຄັ່ງຄັດ ຕາມມາດຕະການທີ່ລັດຖະບານວາງອອກ ໃນແຕ່ລະໄລຍະ.
ແນວລາວສ້າງຊາດ ຕ້ອງຕັ້ງໜ້າປະຕິບັດສິດສະເໝີພາບ ແລະ ສ້າງຄວາມປອງດອງລະຫວ່າງເຜົ່າ ແລະ ຊັ້ນຄົນຕ່າງໆ, ກຳຈັດແກ້ໄຂທຸກປະກົດການ ແລະ ການກະທຳທີ່ຈະກໍ່ໃຫ້ເກີດຄວາມຂັດແຍ່ງ, ຄວາມອາຄາດບາດໝາງກັນລະຫວ່າງເຜົ່າ, ສາສະໜາ ຫຼື ລະຫວ່າງຊັ້ນຄົນຕ່າງໆດ້ວຍການເພີ່ມທະວີຫັນລົງສູ່ຮາກຖານ ເພື່ອໂຄສະນາ, ສຶກສາອົບຮົມປວງຊົນໃຫ້ຮັບຮູ້ຢ່າງເລິກເຊິ່ງ ກ່ຽວກັບມູນເຊື້ອຄວາມສາມັກຄີຮັກແພງ, ຊ່ວຍເຫຼືອເພື່ອແຜ່ກັນ, ຢູ່ຮ່ວມກັນດ້ວຍຄວາມປອງດອງ ແລະ ພ້ອມພຽງກັນສ້າງສາພັດທະນາບ້ານຊ່ອງ ແລະ ປະເທດຊາດ. ພ້ອມດຽວກັນນັ້ນ ກໍຕ້ອງມີສະຕິລະວັງຕົວ ແລະ ສະດຸ້ງໄວຕໍ່ການເຄື່ອນ ໄຫວຂອງອິດທິກຳລັງປໍລະປັກ ທີ່ຫວັງມ້າງເພທຳລາຍຄວາມສາມັກຄີປອງດອງລະຫວ່າງເຜົ່າ ແລະ ລະຫວ່າງຊັ້ນຄົນຕ່າງໆ, ສະກັດກັ້ນການສວຍໃຊ້ບັນຫາຊົນເຜົ່າ, ສາສະໜາ ເພື່ອແບ່ງແຍກຄວາມສາມັກຄີ, ກໍ່ຄວາມວຸ່ນວາຍ ແລະ ຄວາມຫຍຸ້ງຍາກໃນການທຳມາຫາກິນ ຂອງປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ.
ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ແລະ ຂະແໜງການຕ່າງໆ ຕ້ອງເພີ່ມທະວີການນຳພາຂອງຕົນ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກຕໍ່ການເຄື່ອນໄຫວຂອງອົງການແນວລາວສ້າງຊາດ ກໍຄືບັນດາອົງການຈັດຕັ້ງໃນລະບົບການເມືອງ ແລະ ອົງການຈັດຕັ້ງສັງຄົມອື່ນໆ ແນໃສ່ເຮັດໃຫ້ບັນດາອົງການຈັດຕັ້ງເຫຼົ່ານັ້ນ ປະຕິບັດບົດບາດຂອງຕົນໃຫ້ດີ, ໂດຍສະເພາະແມ່ນການສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກຂອງຕົນ, ກໍຄືປະຊາຊົນບັນດາ ເຜົ່າ, ບັນດາຊັ້ນຄົນ, ເພດ-ໄວ, ອາຊີບ ແລະ ສາສະນິກະຊົນຂອງສາສະໜາ ຕ່າງໆ ໃຫ້ເຊີດຊູຈິດໃຈຮັກຊາດ, ຕື່ນຕົວເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ, ເສີມຂະຫຍາຍມູນເຊື້ອສາມັກຄີເປັນປຶກແຜ່ນ, ຊ່ວຍເຫຼືອກັນໃນການທຳມາຫາກິນ ແລະ ດຳລົງຊີວິດດ້ວຍຄວາມເອື້ອເຟື້ອເພື່ອແຜ່ເຊິ່ງກັນແລະກັນ.
ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ ຕໍ່ການປຸກຈິດສຳນຶກດ້ານຄວາມສາມັກຄີປອງດອງລະຫວ່າງເຜົ່າ ໃຫ້ຮຸ່ນສືບທອດ ດ້ວຍການເອົາເຂົ້າໃນຫຼັກສູດການຮຽນການສອນ ແລະ ດ້ວຍການດຳເນີນກິດຈະກຳຕ່າງໆ ເພື່ອແລກປ່ຽນຮຽນຮູ້ກ່ຽວກັບເອກະລັກທາງດ້ານວັດທະນະທຳ, ສິລະປະວັນນະກຳ ແລະ ແບບແຜນການດຳລົງຊີວິດທີ່ກ້າວໜ້າສີວິໄລ, ສືບຕໍ່ປະຕິບັດນະໂຍບາຍຊຸກຍູ້ສົ່ງເສີມຕໍ່ພະນັກງານຊົນເຜົ່າ ທີ່ມີພົນລະເມືອງໜ້ອຍຢູ່ເຂດຊົນນະບົດຫ່າງໄກສອກຫຼີກ, ສ້າງໂອກາດ ແລະ ເງື່ອນໄຂໃຫ້ລູກຫຼານຂອງຊົນເຜົ່າຕ່າງໆ ໄດ້ຮັບການສຶກສາ, ມີລະດັບວິຊາສະເພາະທີ່ແນ່ນອນ ແລະ ເຂົ້າເຖິງການບໍລິການດ້ານສຸຂະພາບ. ພ້ອມກັນນັ້ນ, ກໍປົກປ້ອງສິດໃນການເຊື່ອຖື ຫຼື ບໍ່ເຊື່ອຖື ຂອງພົນລະເມືອງ ຕາມລັດຖະທຳມະນູນ ແລະ ກົດໝາຍກຳນົດໄວ້.
ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່, ອົງການແນວລາວສ້າງຊາດຂັ້ນຕ່າງໆ ຕ້ອງເອົາໃຈໃສ່ປັບປຸງການຈັດຕັ້ງຂອງຕົນໃຫ້ມີຄຸນນະພາບດີກວ່າເກົ່າ, ປັບປຸງເນື້ອໃນ, ຮູບການ ແລະ ວິທີການເຄື່ອນໄຫວໃຫ້ມີລັກສະນະຫຼາຍຮູບຫຼາຍສີ ແລະ ທັນກັບຍຸກສະໄໝ ແນໃສ່ເຮັດໃຫ້ວຽກງານຂອງແນວລາວສ້າງຊາດມີຄຸນນະພາບ ແລະ ມີປັດໄຈໃໝ່ທີ່ສູງເດັ່ນຂຶ້ນ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.
ສືບຕໍ່ເພີ່ມທະວີການພົວພັນຮ່ວມມື ກັບບັນດາປະເທດເພື່ອນມິດ ໂດຍສະເພາະແນວໂຮມຂອງບັນດາປະເທດເພື່ອນມິດຍຸດທະສາດ ແລະ ບັນດາການຈັດຕັ້ງສາກົນ ເພື່ອປັບປຸງພັດທະນາອົງການຂອງຕົນ ຕາມແນວທາງນະໂຍບາຍການຕ່າງປະເທດຂອງພັກ-ລັດ ວາງອອກ.
ພັກ ແລະ ລັດ ແຫ່ງ ສປປ ລາວ ຍາມໃດກໍປະຕິບັດນະໂຍບາຍ ອັນສະເໝີຕົ້ນສະເໝີປາຍ ຕໍ່ພີ່ນ້ອງເຊື້ອຊາດລາວ ຢູ່ຕ່າງປະເທດທີ່ຍັງມີຈິດໃຈຮັກເຊື້ອແພງຊາດ ແລະ ພ້ອມແລ້ວໃນການສ້າງເງື່ອນໄຂໃຫ້ເຂົາເຈົ້າໄດ້ປະກອບສ່ວນສະຕິປັນຍາ, ຄວາມຮູ້ຄວາມສາມາດ ແລະ ທຶນຮອນ ເຂົ້າໃນການສ້າງສາປະເທດຊາດ ກໍຄືປິຕຸພູມ ອັນແສນຮັກຂອງຕົນ.
ດ້ວຍແນວທາງປ່ຽນແປງໃໝ່ອັນຖືກຕ້ອງ ແລະ ການນຳພາ-ຊີ້ນຳອັນສອດຄ່ອງຂອງພັກປະຊາຊົນປະຕິວັດລາວ; ດ້ວຍຜົນງານ ແລະ ມູນເຊື້ອອັນສະຫງ່າອົງອາດຂອງແນວລາວສ້າງຊາດ ຕະຫຼອດໄລຍະ 70 ປີ ທີ່ຜ່ານມາ; ຂ້າພະເຈົ້າ ມີຄວາມເຊື່ອໝັ້ນວ່າ ແນວລາວສ້າງຊາດ ຈະສືບຕໍ່ບຸກບືນກ້າວຂຶ້ນ, ກ້າວຂຶ້ນ ແລະ ກ້າວຂຶ້ນ ເພື່ອຍາດເອົາຜົນງານໃໝ່, ໄຊຊະນະໃໝ່ ໃຫຍ່ຫຼວງກວ່າເກົ່າ.