Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃຫມ່ຢູ່ລາວ ຈໍານວນ 2 ຄົນ

Posted on 14/08/202014/08/2020 By ປະກາດ Pakaad No Comments on ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃຫມ່ຢູ່ລາວ ຈໍານວນ 2 ຄົນ

ຄະນະສະເພາະກິດ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ19ເພີ່ມອີກ 2 ຄົນທັງໝົດເປັນຄົນລາວ ແຕ່ເປັນກໍລະນີນໍາເຂົ້າໃນນີ້ເປັນເພດຊາຍ ແລະຍິງ, ຜູ້ຊາຍຄົນລາວໄດ້ສຳເລັດການຝຶກອົບຮົມຢູ່ໄຕ້ຫວັນຂອງຈີນ, ສ່ວນແມ່ຍິງ ເປັນນັກສຶກສາລາວທີ່ໄປສຶກສາຢູ່ສະຫະລັດອາເມລິກາ ທັງສອງຄົນເດີນທາງຜ່ານສະໜາມບິນອິນຊອນຂອງສາທາລະນະລັດເກົາຫລີ ແລ້ວກັບມາລາວດ້ວຍຍົນສາຍການບິນລາວຖ້ຽວບິນQv 922 A ລໍາດຽວກັນໃນວັນທີ 12 ສິງຫານີ້ ໂດຍມີຜູ້ໂດຍສານທັງໝົດ 115 ຄົນ ເຮັດໃຫ້ມາຮອດປະຈຸບັນລາວມີຜູ້ຕິດເຊື້ອໂຄວິດ19 ທັງໝົດ 22 ຄົນ ປີ່ນປົວດີແລ້ວ 19 ຄົນ ແລະສືບຕໍ່ຕິດຕາມອາການຢູ່ໂຮງໝໍລວມເປັນ 3 ຄົນ.

ໃນໂອກາດຖະແຫລງຂ່າວກ່ຽວກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ປະຈຳວັນທີ 14 ສິງຫານີ້, ທີ່ກະຊວງສາທາລະນະສຸກ ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ວ່າ: ຜູ້ໂດຍສານທັງໝົດທີ່ເດີນທາງມາດ້ວຍເຮືອບິນລໍາດຽວກັນຈໍານວນ 115 ຄົນໄດ້ເກັບຕົວຢ່າງໄປກວດແລ້ວເຫັນວ່າມີຜົນບວກ 2 ຄົນ ຄືກໍລະນີທີ 21 ແລະ 22 ປະຈຸບັນທັງ ສອງຄົນແມ່ນໄດ້ຖືກກັກຕົວຢູ່ຫ້ອງແຍກປ່ຽວເພື່ອຕິດ ຕາມອາການຢູ່ໂຮງໝໍມິດຕະພາບ 150 ຕຽງ ເນື່ອງຈາກທັງສອງບໍ່ມີອາການຜິດປົກກະຕິ ຫລືເປັນໄຂ້, ໄອ ແລະລະບົບຫາຍໃຈກໍ່ປົກກະຕິດີ ແຕ່ເຖິງຢ່າງໃດກໍ່ຕາມຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະ ບາດຂອງພະຍາດໂຄວິດ19 ຍັງສືບຕໍ່ເຝົ້າລະວັງ ແລະຕິດ ຕາມກໍລະນີສົງໃສ ລວມເຖິງຜູ້ຖືກຈໍາກັດບໍລິເວນຢູ່ສູນກັກກັນຕ່າງໆ ເພື່ອດຳເນີນມາດຕະການຢ່າງເຂັ້ມງວດ ແລະຮັດກຸມ.

ໂອກາດນີ້ທ່ານ ພູທອນ ເມືອງປາກຍັງຮຽກຮ້ອງເຖິງປະ ຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ບໍ່ໃຫ້ແຕກຕື່ນຈົນເກີນໄປ ແລະບໍ່ໃຫ້ຕີລາຄາວ່າການຕິດເຊື້ອຂອງ 3 ກໍລະນີໃໝ່ນີ້ບໍ່ແມ່ນການລະບາດຮອບໃໝ່ ຍ້ອນວ່າເປັນການຕິດເຊື້ອຂອງບຸກຄົນທີ່ເດີນທາງເຂົ້າມາລາວ ແລະສາມາດຄຸບຄຸມໃຫ້ຢູ່ສະເພາະບຸກຄົນນັ້ນບໍ່ໄດ້ແຜ່ຂະຫຍາຍອອກສູ່ວົງກ້ວາງ ພ້ອມນີ້ຍັງເນັ້ນໃຫ້ຜູ້ທີ່ໄປຮັບໄປຕ້ອນຍາດຕິພີ່ນ້ອງທີ່ເດີນທາງມາຈາກຕ່າງປະເທດຈົ່ງດຳເນີນມາດຕະການປ້ອງກັນຢ່າງເຂັ້ມງວດ ເປັນຕົ້ນໃຫ້ຫລີກລ່ຽງການສຳຜັດກັນ, ຕ້ອງໃສ່ຜ້າອັດປາກດັງ ຊື່ງນອກຈາກເປັນການປ້ອງກັນຕົນເອງຈາກເຊື້ອພະຍາດໂຄວິດ19ແລ້ວ ຍັງປ້ອງກັນຄົນທີ່ທ່ານຮັກຈາກເຊື້ອພະຍາດນີ້.

ໂດຍ: ຈັນທະສອນ ສີຫານາດ

ຂ່າວສານບ້ານເມືອງ

Post navigation

Previous Post: ການນຳພັກ-ລັດ ເຂົ້າຮ່ວມພິທີໂຮມຊຸມນຸມໃຫຍ່ ສະເຫລີມສະຫລອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ
Next Post: ອົງການພັດທະນາເດັກລາວ-ຍີ່ປຸ່ນ ໄດ້ຈັດກອງປະຊຸມໂຄງການ ການສອນຫ້ອງຄວບທີ່ເມືອງວັງວຽງ

Related Posts

ແຂວງຈໍາປາສັກ ອອກຄໍາສັງ ປະຕິບັດມາດຕະການ ເຄັ່ງຄັດຮອດ 17/9/2021 Featured
ປກສ ເມືອງຫາດຊາຍຟອງ ກວາດລ້າງກຸ່ມແກ້ງຢາເສບຕິດຢ່າງຕໍ່ເນື່ອງ ມື້ດຽວຢຶດຢາບ້າໄດ້ຫຼາຍ 10 ພັນເມັດ ຂ່າວສານບ້ານເມືອງ
ລາຍງານໂຄວິດມື້ນີ້ມີຄົນເສຍຊີວິດອີກນຶ່ງຄົນ Featured
ຄົນຕິດເຊື້ອໃໝ່ ທີ່ ນະຄອນຫຼວງວຽງຈັນ ສັກຢາຄົບ 2 ເຂັມແລ້ວ ຍັງຕິດ ໂຄວິດ-19 Featured
ໃຜມີລົດເຖື່ອນຮີບໄປແຈ້ງເສຍພາສີດ່ວນຖ້າກາຍກໍານົດຈະຖືກປັບໃໝໜັກ Featured
ກຽມພ້ອມເດີ! ທາງລົດໄຟລາວ-ຈີນຈະເປີດນໍາໃຊ້ຢ່າງເປັນທາງການໃນເດືອນທັນວານີ້ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme