Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ປກສ ສະຫວັນນະເຂດ ແຈ້ງການ ເພີ່ມມາດຕະການ ປ້ອງກັນ ໂຄວິດ-19 ໃຜລະເມີດຈະຖືກລົງໂທດ

Posted on 11/08/202011/08/2020 By ປະກາດ Pakaad No Comments on ປກສ ສະຫວັນນະເຂດ ແຈ້ງການ ເພີ່ມມາດຕະການ ປ້ອງກັນ ໂຄວິດ-19 ໃຜລະເມີດຈະຖືກລົງໂທດ

ປກສ ແຂວງ ສະຫວັນນະເຂດແຈ້ງການ ເລື່ອງ: ເພີ່ມທະວີການຈັດຕັ້ງປະຕິບັດ ມາດຕະການຜ່ອນຜັນ ເພື່ອປ້ອງກັນ, ຄວບຄຸມ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ 19

ແຈ້ງການ: ເຖິງ: ຫ້ອງຕໍາຫຼວດ, ຫ້ອງສັນຕິບານ, ກອງພັນເຄື່ອນທີ່, ປກສ ເມືອງ 14 ເມືອງ 1 ນະຄອນ. ເລື່ອງ: ເພີ່ມທະວີການຈັດຕັ້ງປະຕິບັດ ມາດຕະການຜ່ອນຜັນ ເພື່ອປ້ອງກັນ, ຄວບຄຸມ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ 19.


-ອີງຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ ລົງວັນທີ 29 ມີນາ 2020.
-ອີງຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 838/ຫສນຍ ລົງວັນທີ 7 ສິງຫາ 2020 ເລື່ອງ: ທິດຊີ້ນໍເພີ້ມເຕີມ ໃນການສືບຕໍ່ປະຕິບັດມາດຕະການຜ່ອນຜັນ, ປ້ອງກັນ, ຄວບ ຄຸມ, ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ 19. ອີງຕາມການຄົ້ນຄວ້າ ແລະ ຕົກລົງເຫັນດີ ເປັນເອກະພາບ ຂອງຄະນະພັກ-ຄະນະບັນຊາ ປກສ ແຂວງ.

1. ຫ້ອງສັນຕິບານ ປກສ ແຂວງ ເປັນເຈົ້າການ ເພີ່ມທະວີການຊີ້ນໍາ-ນໍາພາກໍາລັງວິຊາສະເພາະ ເຂັ້ມງວດ
ຕິດຕາມກວດກາ ຄົນເຂົ້າ-ອອກເມືອງ ຕາມປະຕູດ່ານ, ພ້ອມກັນນັ້ນ ກໍ່ໄດ້ມີການປະສານສົມທົບ ຢ່າງກົມກຽວ ກັບກໍາລັງ ປກຊ ເພື່ອພ້ອມກັນເຄື່ອນໄຫວ ກວດກາລາດຕະເວນຕາມຂອບເຂດຊາຍ ແດນ, ເພື່ອສະກັດກັ້ນ ການລັກລອບ ເຂົ້າ-ອອກເມືອງ ແບບບໍ່ຖືກຕ້ອງ, ກໍລະນີພົບເຫັນການລະເມີດ ແມ່ນໃຫ້ສົມທົບກັບ ຄະນະສະເພາະກິດ ໂຄວິດ-19 ຂັ້ນແຂວງ ແລ້ວນໍາຕົວໄປກວດຫາເຊື້ອ ພ້ອມທັງດໍາເນີນມາດຕະການຕາມຂັ້ນຕອນຂອງກົດຫມາຍ.

ກອງບັນຊາການ ປກສ ແຂວງສະຫວັນນະເຂດ ຖືເປັນກຽດແຈ້ງມາຍັງທ່ານຊາບວ່າ : ໃນສະພາບປະຈຸບັນ ບັນດາປະເທດເພື່ອນມິດສາກົນ ພວມປະເຊີນຫນ້າກັບການແຜ່ລະບາດຂອງພະຍາດ ໂຄວິດ-19 ອີກຄັ້ງໃຫມ່, ໂດຍສະ ເພາະ ບັນດາປະເທດໃກ້ຄຽງ ເຊັ່ນ: ໄທ ແລະ ສສ ຫວຽດນາມ ກໍ່ມີໂຕເລກຜູ້ຕິດເຊື້ອພະຍາດ ເພີ້ມຂຶ້ນ ເພື່ອເປັນ ເຈົ້າການ ປະກອບສ່ວນໃນການຕ້ານ ການແຜ່ລະບາດຂອງພະຍາດ ໂຄວິດ-19, ກໍາລັງປ້ອງກັນຄວາມສະຫງົບແຂວງ ສະຫວັນນະເຂດ ຕ້ອງໄດ້ເອົາໃຈໃສ່ ໃນການຈັດຕັ້ງປະຕິບັດ ດັ່ງນີ້:

2. ຫ້ອງຕໍາຫຼວດ, ປກສ ເມືອງ 14 ຕົວເມືອງ 1 ນະຄອນ ຕ້ອງໄດ້ເພີ້ມທະວີ ປະສານສົມທົບຢ່າງ
ກົມກຽວ ກັບຄະນະສະເພາະກິດ ໂຄວິດ-19 ຂັ້ນແຂວງ-ເມືອງ ແລະ ພາກສ່ວນກ່ຽວຂ້ອງ, ຕິດຕາມ ແລະ ກວດກາຮ້ານບັນເທີງ, ຮ້ານຄາລາໂອເກະ, ຮ້ານຂາຍເຫຼົ້າເບຍ ທີ່ທາງການໄດ້ສັ່ງໃຫ້ປິດຊົ່ວຄາວ ແລ້ວນັ້ນ, ຖ້າຫາກພົບເຫັນວ່າ: ຮ້ານໃດຍັງລະເມີດ ແລະ ບໍ່ປະຕິບັດຕາມຄໍາສັ່ງຂອງລັດຖະບານແມ່ນໃຫ້ດໍາເນີນການຕັກເຕືອນ, ປັບໃຫມ. ຫາກຍັງມີການຝ່າຝືນຢູ່ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ດໍາເນີນການລົບລ້າງ ໃບອະນຸຍາດດໍາເນີນທຸລະກິດ ແລະ ປະຕິບັດຕາມຂັ້ນຕອນຂອງກົດຫມາຍ.

3. ຄ້າຍຄຸມຂັງ-ດິດສ້າງ, ສູນປິ່ນປົວຜູ້ຕິດຢາເສບຕິດ ແລະ ຄ້າຍກັກຂັງຊົ່ວຄາວ ໃນທົ່ວແຂວງ, ຕ້ອງໄດ້
ສືບຕໍ່ປະຕິບັດຢ່າງເຂັ້ມງວດ ຕາມຄໍາແນະນໍາຂອງຄະນະສະເພາະກິດ ໂຄວິດ-19, ກ່ອນຈະຮັບເອົານັກ ໂທດ, ຜູ້ຕ້ອງຫາ-ດັດສ້າງ, ຜູ້ຖືກປິ່ນປົວ ຕ້ອງໄດ້ມີການກວດກາຢັ້ງຢືນພະຍາດຈາກແພດກ່ອນ, ຈາກ ນັ້ນ ໃຫ້ດໍາເນີນການແຍກປ່ຽວ 14 ວັນ ເພື່ອຕິດຕາມອາການ ແລະ ມີການກວດກາຢັ້ງຢືນຄືນອີກ ຈຶ່ງສາມາດນໍາຕົວເຂົ້າໄປກັກຂັງ ລວມກັບບຸກຄົນອື່ນໄດ້.

4. ກໍາລັງຕໍາຫຼວດຈະລາຈອນ, ກອງພັນເຄື່ອນທີ່ ຕ້ອງໄດ້ສືບຕໍ່ເຄື່ອນໄຫວໂຄສະນາຜົນຮ້າຍ ແລະ ວິທີການປ້ອງກັນພະຍາດ ໂຄວິດ-19 ຢ່າງຕໍ່ເນື່ອງ ເປັນແຕ່ລະໄລຍະ, ເພື່ອໃຫ້ທົ່ວສັງຄົມຮັບຮູ້ ແລະ ມີ ສະຕິລະວັງຕົວ, ເປັນເຈົ້າການປະກອບສ່ວນ ໃນການຕ້ານ ສະກັດກັ້ນ ການແຜ່ລະບາດຂອງພະຍາດ ໂຄວິດ-19.

5. ໃນແຕ່ລະວັນ ຕ້ອງໄດ້ມີການສ່ອງແສງລາຍງານ ສະພາບການເຄື່ອນໄຫວຈັດຕັ້ງປະຕິບັດຂອງຕົນ ໃຫ້ກອງເລຂາ ຄະນະຮັບຜິດຊອບສະກັດກັ້ນຕ້ານພະຍາດໂຄວິດ-19 ຂອງ ປກສ ແຂວງ ຮັບຊາບ ເພື່ອສັງ ລວມບັນດາຂໍ້ມູນ ລາຍງານຂັ້ນເທິງຮັບຊາບ ແລະ ມີວິທີການແກ້ໄຂ ຢ່າງທັນເວລາ.

ດັ່ງນັ້ນ ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ພ້ອມກັນປະຕິບັດໃຫ້ໄດ້ຮັບຜົນດີ.

ກອງເລຂາ ໂຄວິດ-19 ປກສ ແຂວງ
ພັທ ໄຊພອນ ພວງດວງບຸດດີ 020 9177 2222
ພັຕ ວົງປັນຍາ ພູມສະຫວັນ 020 9990 8383
ພັຕ ພູຮັກ ນິຣາວັນ 020 2230 1515

.

ຂ່າວສານບ້ານເມືອງ

Post navigation

Previous Post: ຫາລືການບໍລິຫານຈັດການອ່າງນ້ຳ ຂອງເຂື່ອນໄຟຟ້ານ້ຳຕົກ ແລະ ແຜນຮັບມືສຸກເສີນ ໃນລະດູຝົນ
Next Post: ກອງປະຊຸມປະກາດແຕ່ງຕັ້ງຄະນະຊີ້ນຳ ແລະ ອະນຸກຳມະການກະກຽມປ້ອງກັນ ແລະ ຮັບມືໄພພິບັດ

Related Posts

ຈັບໄວລຸ້ນ 2 ຄົນ ພ້ອມຂອງກາງເຮໂລອິນ 20 ແທ່ງ ຂ່າວສານບ້ານເມືອງ
ແຂວງຜົ້ງສາລີ ແຈ້ງການມາດຕະການຮັບມືໂຄວິດ-19 ສະບັບໃໝ່ Featured
ຂ່າວດີ! ແຜນການບໍລິການນ້ຳມັນປະຈຳວັນທີ 21-22 ມິຖຸນາ 2022 ຂອງປໍ້າ ລນລ Featured
ກອງປະຊຸມໃຫຍ່ຄັ້ງທີ X ຂອງສະຫະພັນແມ່ຍິງແຂວງສະຫວັນນະເຂດ ຂ່າວສານບ້ານເມືອງ
ຂອບໃຈເປັນຢ່າງສູງ! ອາເມລິກາ ບໍລິຈາກ ວັກຊິນ ໃຫ້ ສປປລ ລາວ 1.008.000 ໂດສ Featured
35 ຄອບຄົວຂອງບ້ານຫີນແຮ່ ເມືອງໂພນທອງ ໄດ້ຮັບເຄືອງຊວ່ຍເຫຼືອບັນເທົາທຸກ ຂ່າວສານບ້ານເມືອງ

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme