Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຕິດເຊື້ອໃໝ່ສູງເຖິງ 1341 ຄົນ ເສຍຊີວິດໃໝ່ 4 ຄົນ

Posted on 22/12/202122/12/2021 By ປະກາດ Pakaad No Comments on ຕິດເຊື້ອໃໝ່ສູງເຖິງ 1341 ຄົນ ເສຍຊີວິດໃໝ່ 4 ຄົນ

ວັນທີ 21 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 4844ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1341 ຄົນ (ຕິດເຊື້ອພາຍໃນ ມີ 1340 ຄົນ ແລະ ຕິດເຊື້ອນໍາເຂົ້າ 01 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 1340 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:

  • ນະຄອນຫຼວງວຽງຈັນ 640 ຄົນ
  • ແຂວງບໍ່ແກ້ວ 201ຄົນ
  • ແຂວງອຸດົມໄຊ 111 ຄົນ
  • ແຂວງຫຼວງພະບາງ 74 ຄົນ
  • ແຂວງຫຼວງນໍ້າທາ 71 ຄົນ
  • ແຂວງຜົ້ງສາລີ 60 ຄົນ

.

  • ແຂວງສະຫັວນນະເຂດ 28 ຄົນ
  • ແຂວງວຽງຈັນ 26 ຄົນ
  • ແຂວງບໍລິຄໍາໄຊ 22 ຄົນ
  • ແຂວງຈໍາປາສັກ 20 ຄົນ
  • ແຂວງຊຽງຂວາງ 19 ຄົນ
  • ແຂວງຄໍາມ່ວນ 15 ຄົນ

.

  • ແຂວງສາລະວັນ 15 ຄົນ
  • ແຂວງໄຊສົມບູນ 15 ຄົນ
  • ແຂວງໄຊຍະບູລີ 14 ຄົນ
  • ແຂວງອັດຕະປື 6 ຄົນ
  • ແຂວງເຊກອງ 2 ຄົນ
  • ແຂວງຫົວພັນ 1 ຄົນ.

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 1 ຄົນ ຈາກ ແຂວງສາລະວັນ.

ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 101.865 ກໍລະນີ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ 520 ຄົນ, ກໍາລັງປິ່ນປົວ 11,833 ຄົນ ແລະ ເສຍຊີວິດສະສົມທັງໝົດ 288 ຄົນ (ໃໝ່ 04 ຄົນ).

ຂໍ້ມູນເບື້ອງຕົ້ນ ຜູ້ເສຍຊີວິດໃໝ່ 04 ຄົນ, ລາຍລະອຽດດ່ັງນີ້:

1.  ເພດຍີງ; ອາຍຸ: 68 ປີ; ອາຊີບ: ຜູ້ເຖົ້າ;   ບ້ານຢູ່ປະຈຸບັນ: ໃໝ່, ເມືອງ: ຫຼວງນໍ້າທາ, ແຂວງ:  ຫຼວງນໍ້າທາ

  • – ເຂົ້າໂຮງໝໍ: 19/12/2021   , ເທັດ RDT COVID-19 (+)
  • – ປະຫວັດພະຍາດປະຈໍາຕົວ: ໄຂ່ຫຼັງຊຸດໂຊມຂັ້ນ ແລະ ຄວາມດັນເລືອດສູງ 
  • – ບໍ່ໄດ້ຮັບການສັກ vaccine 
  • – ອາການສະແດງ: ຄົນເຈັບມີປະຫວັດ ຫົວໃຈ ແລະ ໄຂ່ຫຼັງຊູດໂຊມຊໍ້າເຮືອ ບໍ່ໄດ້ຮັບການຟອກເລືອດ ມີອາການຈືດມ້ານໄດ້ໃສ່ເລືອດປະຈໍາ ກ່ອນມາໂຮງໝໍ ມີອາການ ອິດເມື່ອຍແຮງ, ຈືດມ້ານ, ສະຕິງ້ວງຊືມ 
  • – ໄດ້ຕິດຕາມປີ່ນປົວ 2 ວັນ ຕິດຕາມມາຮອດເວລາ 24:30 ໂມງ ຂອງວັນທີ່ 21/12/2021 ຄົນເຈັບໄດ້ເສຍຊິວິດ.

2.  ເພດຊາຍ; ອາຍຸ: 48 ປີ; ອາຊີບ: ຊາວນາ; ບ້ານຢູ່: ດອນສໍາພັນ, ເມືອງ: ຫຼວງນໍ້າທາ, ແຂວງ:  ຫຼວງນໍ້າທາ

  • – ເຂົ້າໂຮງໝໍ: 18/12/2021  .  ກວດໂຄວິດ Positive
  • – ປະຫວັດພະຍາດປະຈໍາຕົວ: ໄຂ່ຫຼັງຊຸກໂຊມ, ຄວາມດັນ, ເກົາ ແລະ ເບົາຫວານ
  • – ບໍ່ໄດ້ຮັບການສັກ vaccine 
  • – ອາການສະແດງ: ໄອ, ຫາຍໃຈຍາກ, ແໜ້ນໜ້າເອິກ 
  • – ໄດ້ຕິດຕາມປີ່ນປົວ 2 ວັນ ຕິດຕາມມາຮອດເວລາ 10:30 ໂມງ ຂອງວັນທີ່ 21/12/2021 ຄົນເຈັບໄດ້ເສຍຊິວິດ

3. ເພດຍິງ ອາຍຸ 90 ປີ, ບ້ານຊ້າງຄູ້, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

  • ບໍ່ໄດ້ສັກຢາກັນພະຍາດ
  • ເຂົ້າໂຮງໝໍວັນທີ 19/12/2021 ດວ້ຍອາການເມື່ອຍແຮງ, ຫາຍໃຈຝຶດ ໄດ້ກວດໂຄວິດແມ່ນພົບເຊື້ອ
  • ໄດ້ຕິດຕາມອາການປິ່ນປົວ 3 ວັນມາຮອດວັນທີ 21/12/2021 ແມ່ນໄດ້ເສຍຊິວິດ

4. ເພດຍິງ ບ. ເເກ້ວຄູນ  ມ. ວັງວຽງ  ແຂວງ ວຽງຈັນ

  • ພະຍາດປະຈຳໂຕ: ໄຂ່ຫຼັງຊຸດໂຊມ, ເບົາຫວານ, ຄວາມດັນ, ແລະ ເລືອດຈາງ, ເປັນມາຫລາຍກວ່າ 10 ປີ ໄດ້ຕິດຕາມປະຈຳ , ບວມທົ່ວຮ່າງກາຍມາໄດ້ 1 ເດຶອນ.
  • ບໍ່ໄດ້ສັກຢາວັກຊີນ
  • ວັນທີ  16/12/2021: ຄົນເຈັບມີອາການໄອ,ອີດເມື້ອຍ ,ຫາຍໃຈຫອບ ,ຫາຍໃຈຝືດ ,ມາໄດ້ 5 ມື້ ,ຂາບວມທັງສອງເບື່ອງ ,ເເຫນ້ນຫນ້າເອີກເປັນມາໄດ້ຫລາຍເດືອນ,ມີອາການຫນັກມາໄດ້ຫນື່ງ ອາທີດ ຈື່ງມາກວດຢູ່ໂຮງຫມໍ ເມືອງ ວັງວຽງ , ພົບວ່າມີເຊື້ອໂຄວິດ ຈຶ່ງຖືກນຳສົ່ງມາສູນປີ່ນປົວໂຄວິດສູນບຳບັດຢາເສບຕິດໂພນໂຮງ ເວລາ 15 : 30  ໂມງ.
  • BP :142/86, P: 76 bpm , RR: 23 bpm , So2 : 91 % , T: 36.5
  • ວັນທີ 20/12: ຄົນເຈັບມີອາການອິດເມື່ອຍ ແລະ ມີອາການຊຸດໂຊມທາງລະບົບຫາຍໃຈ, ເວລາ 18h00 ຄົນເຈັບໄດ້ເສຍຊີວິດ
Featured, ຂ່າວສານບ້ານເມືອງ, ໂຄວິດ-19

Post navigation

Previous Post: ບໍ່ແກ້ວ ອອກແຈ້ງການສະບັບໃໝ່ຮັບມືໂຄວິດ
Next Post: ໝາກຜົນຂອງການເປັນຄຸ່ຮ່ວມມືແບບກວມລວມ ສະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ

Related Posts

ນະຄອນຫຼວງວຽງຈັນຍັງຄົງຕິດເພີ່ມຕໍ່ເນື່ອງຫຼາຍ Featured
ຍອດຜູ້ຕິດເຊື້ອແຂວງບໍ່ແກ້ວ ແຊ່ງແຂວງຈຳປາສັກແລ້ວ !!!! ຂ່າວສານບ້ານເມືອງ
ສຄອຊ ສະເໜີຂໍເປີດໂຮງງານອຸດສາຫະກຳໃນນະຄອນຫຼວງວຽງຈັນ Featured
ລົມໜາວມາຮອດແລ້ວເດີພີ່ນ້ອງ Featured
ການອະນຸຍາດ ເຂົ້າ-ອອກ ນະຄອນຫຼວງວຽງຈັນ ໄລຍະລັອກດາວ Featured
ຕົວເລກຕິດເຊື້ອໃໝ່ຫຼຸດລົງ +756 ( ນະຄອນຫຼວງວຽງຈັນ +444) Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme