Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ກອງປະຊຸມປະກາດແຕ່ງຕັ້ງຄະນະຊີ້ນຳ ແລະ ອະນຸກຳມະການກະກຽມປ້ອງກັນ ແລະ ຮັບມືໄພພິບັດ

Posted on 11/08/202011/08/2020 By ປະກາດ Pakaad No Comments on ກອງປະຊຸມປະກາດແຕ່ງຕັ້ງຄະນະຊີ້ນຳ ແລະ ອະນຸກຳມະການກະກຽມປ້ອງກັນ ແລະ ຮັບມືໄພພິບັດ

ໃນວັນທີ 10 ສິງຫາ 2020 ນີ້, ກົມໃຫຍ່ການເມືອງກອງ ທັບ ໄດ້ຈັດກອງປະຊຸມປະກາດ ການແຕ່ງຕັ້ງຄະນະຊີ້ນໍາ ແລະ ບັນດາອະນຸກໍາມະການກະກຽມ ປ້ອງກັນ ແລະ ຮັບມືໄພພິບັດໃນ ລະດູຝົນປີ 2020 ຫາ ລະດູແລ້ງ ປີ 2021 ຢູ່ສະໂມສອນກົມໃຫຍ່ ການເມືອງກອງທັບ, ໂດຍການ ເຂົ້າຮ່ວມເປັນປະທານຂອງ ສະ ຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ ກໍາມະການຄະນະ ພັກກະຊວງ, ຮອງຫົວໜ້າກົມ ໃຫຍ່ການເມືອງກອງທັບ ມີບັນ ດາສະຫາຍຜູ້ຕາງໜ້າຫ້ອງການ, ກົມ, ກອງຕະຫຼອດຮອດພະນັກງານ-ນັກຮົບອ້ອມຂ້າງກົມໃຫຍ່ການເມືອງກອງທັບເຂົ້າຮ່ວມ.

ສະຫາຍ ພັນເອກ ຄໍາປານ ໂພສີຄໍາ ຮອງຫົວໜ້າຫ້ອງການກົມໃຫຍ່ການເມືອງກອງທັບໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການ ແຕ່ງຕັ້ງຄະນະຊີ້ນໍາ ແລະ ບັນດາ ອະນຸກໍາມະການກະກຽມປ້ອງ ກັນ ແລະ ຮັບມືໄພພິບັດ ໃນລະດູ ຝົນປີ 2020 ຫາລະດູແລ້ງປີ 2021 ໂດຍອີງຕາມຄໍາສັ່ງຂອງ ກົມໃຫຍ່ເສນາທິການກອງທັບ ສະບັບເລກທີ 993/ກສນ ລົງ ວັນທີ 29 ພຶດສະພາປີ 2020. ແລະ ອີງຕາມທິດຊີ້ນໍາຂອງກົມ ໃຫຍ່ການເມືອງກອງທັບມອບ ໃຫ້ຫ້ອງການບໍລິຫານກົມໃຫຍ່ ການເມືອງກອງທັບ ປະສານ ສົມທົບກັບພາກສ່ວນກ່ຽວຂ້ອງ ໃນການປະສານວຽກງານປ້ອງ ກັນ ແລະ ຄວບຄຸມໄພພິບັດ ທີ່ອາດຈະເກີດຂຶ້ນແນໃສ່ຮັບ ປະກັນຊ່ວຍເຫຼືອປະຊາຊົນໃຫ້ ທັນການ

ດັ່ງນັ້ນ, ຈຶ່ງໄດ້ສ້າງ ແຜນການກະກຽມກໍາລັງ ແລະ ພາຫະນະຮັບມືໄພພິບັດ ໂດຍ ໄດ້ແຕ່ງຕັ້ງຄະນະຊີ້ນຳລວມ ແລະ ບັນດາອະນຸກຳມະການ ຮັບຜິດຊອບດັ່ງນີ້: ຄະນະຮັບ ຜິດຊອບຊີ້ນຳລວມ, ອະນຸກຳ ມະການຊີ້ນຳ-ບັນຊາ, ອະນຸກຳ ມະການເນື້ອໃນ ແລະ ວຽກງານ ຮັບປະກັນ, ຄະນະຮັບຜິດຊອບ ກຳລັງກອງຮ້ອຍກອບກູ້ໄພພິ ບັດ ເພື່ອຮັບປະກັນວຽກງານຊ່ວຍເຫຼືອປະຊາຊົນ ແລະ ບັນ ເທົາທຸກໄພພິບັດ, ແນໃສ່ຍົກສູງ ລະດັບຄວາມຮູ້, ຄວາມສາມາດ ໃຫັພະນັກງານ-ນັກຮົບ ໃນ ການເຄື່ອນໄຫວຊອກຄົ້ນ-ກູ້ໄພ ແລະ ແກ້ໄຂຜົນກະທົບຈາກໄພພິບັດຢູ່ພາຍໃນປະເທດ, ເພື່ອສືບຕໍ່ເພີ່ມທະວີສະຕິການກະກຽມກໍາ ລັງ ແລະ ພາຫະນະຮັບມືໄພພິບັດ ໂດຍສະເພາະແມ່ນການຮ່ວມມື ກັບບັນດາກົມກອງ, ຫ້ອງການ, ກອງທີ່ຂຶ້ນກັບກົມໃຫຍ່ການ ເມືອງກອງທັບເຂົ້າໃນວຽກງານ ຊ່ວຍເຫຼືອປະຊາຊົນແລະບັນ ເທົາທຸກໄພພິບັດ. ໃນນີ້ໄດ້ແຕ່ງ ຕັ້ງເປັນ1ກອງຮ້ອຍກອບກູ້ໄພ ພິບັດທາງທໍາມະຊາດ ແລະ ອະ ນຸກໍາມະການອື່ນໆ ອີກຈໍານວນ ໜຶ່ງ.

ໂອກາດນີ້, ສະຫາຍພົນ ຈັດຕະວາ ວໍລະສານ ວິລັດດາວົງ ໄດ້ມີຄໍາເຫັນໂອ້ລົມແລະເນັ້ນໜັກໃຫັຄະນະຊີ້ນໍາ-ຄະນະຮັບຜິດຊອບ ແຕ່ລະພາກສ່ວນກະກຽມກໍາລັງ ແລະ ພາຫະນະຮັບມືໄພພິບັດ ເປັນ ໃຈກາງໃນການປະສານສົມທົບ ແຕ່ລະພາກສ່ວນທີ່ກ່ຽວຂ້ອງ ເພື່ອສ້າງແຜນການ, ຮ່າງຂໍ້ຕົກ ລົງແຕ່ງຕັ້ງຄະນະ, ຄາດກະງົບ ປະມານນໍ້າມັນເຊື້ອໄຟ, ຢາປິ່ນ ປົວສຸກເສີນພາກສະໜາມ, ໃຫ້ບັນ ດາກົມ, ຫ້ອງການ, ກອງ ສຶກສາ ອົບຮົມພະນັກງານ-ນັກຮົບ ພາຍ ໃນກົມກອງຕົນເອງເຊື່ອມຊຶມ ເຂົ້າໃຈຢ່າງເລິກເຊິ່ງໃນການກະ ກຽມກໍາລັງ ແລະ ພາຫະນະຮັບ ມືໄພພິບັດທີ່ອາດຈະເກີດຂຶ້ນໃນ ລະດູຝົນປີ 2020 ຫາລະດູແລ້ງ ປີ 2021.

ໂດຍ: ອາຫວຸ້ນ

ຂ່າວສານບ້ານເມືອງ

Post navigation

Previous Post: ປກສ ສະຫວັນນະເຂດ ແຈ້ງການ ເພີ່ມມາດຕະການ ປ້ອງກັນ ໂຄວິດ-19 ໃຜລະເມີດຈະຖືກລົງໂທດ
Next Post: ແຂວງຫົວພັນ ໄດ້ຮັບເຄື່ອຊ່ວຍເຫລືອ ໃຫ້ແກ່ປະຊາຊົນທີ່ປະສົບໄພພິບັດ ລວມມູນຄ່າ 1 ຕື້ກ່ວາກີບ

Related Posts

ເມືອງລອງ ປະສົບໄພນໍ້າຖ້ວມ ອີກຮອບ Featured
ລນລ ເຊັນສັນຍາ ຊື້-ຂາຍ ນ້ຳມັນ ກັບໂຮງງານປຸງແຕ່ງນ້ຳມັນເຊື້ອໄຟ ຍອດງື່ມພາວເວີ Featured
ອົງການອາຫານໂລກ ສະໜັບສະໜູນການກຽມພ້ອມ ເພື່ອຮັບມືກັບເຫດການສຸກເສີນໃຫ້ແກ່ ສປປ ລາວ ມູນຄ່າ 542 ລ້ານກວ່າກີບ Featured
ໄຟຟ້າລາວ ກວດສອບບິນ 68 ລ້ານກີບ ຕົວຈິງແມ່ນ 960.032 ກີບ Featured
ເມືອງເຊໂປນ ນ້ຳຖ້ວມໜັກ ກວມຫຼາຍກວ່າ 30 ບ້ານ ເນື້ອທີ່ຜະລິດກະສິກຳຖ້ວມເກືອບ 2 ພັນເຮັກຕາ ຂ່າວສານບ້ານເມືອງ
ຊົມເຊີຍຢ່າງສຸດໃຈ! ສະຫວັນນະເຂດ ປົວຄົນຕິດເຊື້ອດີເພີ່ມ 246 ຄົນ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme