ຍົກຍອດຂຶ້ນແລ້ວ 🙏🙏🙏

ການກະກຽມ ແລະ ການສ້າງຫໍພຣະເມນ ເພື່ອຖວາຍພຣະເພີງແກ່ ອະດີດ ອົງປະມຸກສົງລາວ
ທີ່ລານສະໜາມຫຼວງ ໜ້າເດີ່ນ ພຣະທາຕຸຫລວງ ມື້ນີ້ 21/06/2020.

ພິທີຖວາຍພຣະເພີງ ແມ່ນ ວັນເສົາ ທີ່ 26 ມິຖຸນາ 2020
ຄລິບ 1
ຄລິບ 2
ກຳນົດການຖວາຍພຣະເພີງສາຣີຣະສັງຂານອາດີດປະທານສົງຈະມີຂຶ້ນໃນວັນສຸກວັນທີ 26 ມິຖຸນາ 2020 ທີ່ເດີ່ນພຣະທາດຫຼວງວຽງຈັນ.

ຄະນະກັມມະການຮັບຜິດຊອບ ງານຖວາຍພຣະເພີງ (ຊາປະນະກິດ) ລະດັບຊາດ ພຣະສະຣີຣະສັງຂານ (ພຣະສົບ) ຂອງອົງພຣະຍອດແກ້ວມະຫາງອນ ດຳຣົງບຸນມະຫາເຖຣະເຈົ້າ ຂໍແຈ້ງຂ່າວກ່ຽວ ກັບ ກຳນົດການ ວັນຖວາຍພຣະເພີງພຣະສະຣີຣະສັງຂານ (ເຜົາພຣະສົບ) ແມ່ນຈະໄດ້ຈັດຂຶ້ນ ໃນ ວັນສຸກ ວັນທີ 26 ມິຖຸນາ 2020 ຢູ່ທີ່ ເດີ່ນພຣະທາດຫຼວງ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ເຊິ່ງ ມີລາຍລະອຽດ ດັ່ງນີ້:

- ເວລາ 13:00 ໂມງ ເຄື່ອນພຣະສະຣີຣະສັງຂານ (ພຣະສົບ) ຂອງອົງພຣະຍອດແກ້ວ ອອກຈາກ ຫໍທັມມະສະພາ ສູ່ພຣະເມຣຸມາດຈິຕະກາທານ (ເມນ) ທີ່ເດີ່ນພຣະທາດຫຼວງ;
- ເວລາ 14:00 ໂມງ ພິທີທາງການ ແລະ ສາສະນະພິທີ ຕາມວາລະ;
- ເວລາ 20:00 ໂມງ ພິທີຖວາຍດອກໄມ້ທູບທຽນ ແລະຖວາຍພຣະເພີງ;

ວັນເສົາ ວັນທີ 27/6/2020 ເປັນມື້ບັນຈຸພຣະອັດຖິທາດ (ເກັບດູກ) ແລະບໍາເພັນບຸນກຸສົນ ສູດປະຣິດຕະມຸງຄຸນ ຖວາຍທານ ຢູ່ທີ່ ຫໍທັມມະສະພາ ຊັ້ນ 2;
ວັນທີ 28/6/2020 ເວລາ 7:00 ໂມງ ພິທີຕັກບາດ-ຖວາຍມະຫາທານ ແລະເຄື່ອງໄທຍະທານທັງຫຼາຍ ແດ່ພຣະສົງໝູ່ໃຫຍ່ 108 ອົງ.

ດັ່ງນັ້ນ, ຈຶ່ງແຈ້ງຂ່າວມາຍັງການຈັດຕັ້ງພັກ-ລັດ, ເອກະຊົນ ແລະບຸກຄົນ-ນິຕິບຸກຄົນ ເພື່ອຊາບ ໂດຍທົ່ວເຖິງກັນ ແລະຖ້າຫາກທ່ານໃດ ມີຄວາມປະສົງຈະໄປເຂົ້າ ຂາບຄາຣະວະສັກກາຣະບູຊາ ພຣະ ສະຣີຣະສັງຂານ (ເຄົາຣົບພຣະສົບ), ເຂົ້າຮ່ວມພິທີບໍາເພັນພຣະກຸສົນທັກຂິນານຸປາທານ ຕັກບາດໃນທຸກໆ ເຊົ້າຂອງວັນເສົາ ແລະຮ່ວມເປັນເຈົ້າພາບເຈົ້າສັດທາ ຖວາຍຈະຕຸປັດໄຈ ຫຼືປະກອບສ່ວນຖວາຍທານໃນພິທີດັ່ງກ່າວ ແມ່ນສາມາດໄປໄດ້ທຸກໆ ວັນ.

ສ່ວນການເຂົ້າຮ່ວມພິທີນັ້ນ ຕ້ອງໄດ້ປະຕິບັດຕາມຄໍາສັ່ງເລກທີ 06/ນຍ ແລະຄໍາແນະນໍາຂອງຄະນະສະເພາະກິດ ກ່ຽວກັບມາດຕະການຕ້ານເຊື້ອພະຍາດໂຄວິດ-19 ຢ່າງເຄັ່ງຄັດ.

.

.

.

ຄລິບ ແລະ ພາບໂດຍ: ປະກາດ Pakaad