Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ພະຍາກອນອາກາດ ປະຈໍາວັນທີ 28 ເມສາ 2022

Posted on 28/04/202228/04/2022 By ປະກາດ Pakaad No Comments on ພະຍາກອນອາກາດ ປະຈໍາວັນທີ 28 ເມສາ 2022

ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງປານກາງ ສົມທົບກັບກະແສລົມຕາເວັນຕົກພັດ ປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າຢູ່ຕື່ມອີກ ແລະ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ພະຍາກອນອາກາດ ແຕ່ເວລາ 7:00 ໂມງຂອງວັນທີ 28/04/2022 ເຖິງ ເວລາ 7:00 ໂມງ ວັນທີ 28/04/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 25% ຂອງພາກ. ອຸນຫະພູມໃນ ລະຫວ່າງ 17-32 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີ ໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກ ຫຸ້ມຂອງຝົນເທົ່າກັບ 30% ຂອງພາກ. ອຸນຫະພູມໃນລະຫວ່າງ 20-36 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກ ແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງ ບໍລິເວນ. ອຸນຫະພູມໃນລະຫວ່າງ 28-37 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ. ອຸນຫະພູມໃນລະຫວ່າງ 24-36 ອົງສາ.

-ແຂວງໄຊສົມບູນ: ອາກາດເຢັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20%. ອຸນຫະພູມໃນລະຫວ່າງ 16-28 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກ ຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 26-37 ອົງສາ.

-ເຂດພູພຽງບໍລະເວນ: ອາກາດເຢັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມໃນລະຫວ່າງ 16-28 ອົງສາ.

.

ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນເມສາ 2022
Next Post: ນະຄອນຫຼວງວຽງຈັນ + 234 ທົ່ວປະເທດ + 369 (ເສຍຊີວິດ 2)

Related Posts

ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ໜັກ Featured
ອາກາດຮ້ອນ ແລະ ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ Featured
ແຈ້ງເຕືອນພາຍຸໝຸນເຂດຮ້ອນ Mulan ປະຈໍາວັນທີ 11 ສິງຫາ 2022 Featured
ຝົນຈະຕົກທົ່ວທຸກພາກ ພະຍາກອນອາກາດ ເຊົ້າວັນທີ 16 ສິງຫາ 2021 Featured
ອາກາດຮ້ອນຂຶ້ນ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ ໃນຕອນກາງເວັນ Featured
ແຈ້ງເຕືອນ ພະຍຸເຂດຮ້ອນ 6-10 ຕຸລາ 2021 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme