Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ພະຍາກອນອາກາດ ປະຈໍາວັນທີ 9 ພຶດສະພາ 2022

Posted on 09/05/202209/05/2022 By ປະກາດ Pakaad No Comments on ພະຍາກອນອາກາດ ປະຈໍາວັນທີ 9 ພຶດສະພາ 2022

ບໍລິເວນຄວາມກົດດັນອາກາດຕໍ່າທີ່ປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ໄດ້ມີກໍາລັງແຮງເພີ່ມຂຶ້ນຕື່ມອີກ ສົມທົບກັບກະແສລົມ ຕາເວັນອອກສ່ຽງໃຕ້ພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນເລັກນ້ອຍ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປໃນແຕ່ລະ ພາກ ແລະ ຕົກປານກາງ ຫາ ໜັກຢູ່ບາງທ້ອງຖິ່ນແຂວງພາກເໜືອ ພ້ອມມີລົມພັດແຮງເປັນບາງໂອກາດ.

ພະຍາກອນອາກາດ ແຕ່ເວລາ 7:00 ໂມງຂອງວັນທີ 9/5/2022 ເຖິງ ເວລາ 7:00 ໂມງ ວັນທີ 10/5/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບ ຄ່ອຍຢູ່ເກືອບທົ່ວໄປ ລະ ຕົກປານກາງຢູ່ບາງທ້ອງຖິ່ນ ແຂວງຜົ້ງສາລີ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນ ລະຫວ່າງ 18-28 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນຂຶ້ນເລັກນ້ອຍ ພ້ອມຈະມີ ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງຫລວງນໍ້າທາ ແຂວງບໍ່ແກ້ວ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 20-33 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດຮ້ອນຂຶ້ນເລັກນ້ອຍ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງ ເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 24-33 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງວຽງຈັນ ແລະ ແຂວງບໍລິຄໍາໄຊ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 21-33 ອົງສາ.

-ແຂວງໄຊສົມບູນ: ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ. ອຸນຫະພູມໃນລະຫວ່າງ 16-26 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຢູ່ເກືອບທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ ຢູ່ບາງທ້ອງຖິ່ນ ແຂວງຈໍາປາສັກ ແລະ ແຂວງອັດຕະປື ຫລື ເນື້ອທີ່ການ ປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 24-35 ອົງສາ.

-ເຂດພູພຽງບໍລະເວນ: ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ. ອຸນຫະພູມໃນລະຫວ່າງ 15-27 ອົງສາ.

.

ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ຂ່າວດີ! ຖະແຫຼງການເປີດປະເທດ
Next Post: ໂຄວິດ-19 ມື້ນີ້ ລາຍງານເສຍຊີວິດ 1 ຕິດເພີ່ມ 110

Related Posts

ເຕືອນສະບັບທີ2 ພາຍຸກົມປາສຸ(KOMPASU) Featured
ລະວັງເດີພີ່ນ້ອງຫຼາຍເຂດຈະມີຝົນຕົກໜັກລົມແຮງ Featured
ພະຍາກອນອາກາດ ປະຈໍາວັນທີ 18 ຕຸລາ 2021 Featured
ກຽມພ້ອມຮັບມື ຝົນຈະຕົກໜັກ ໃນຫຼາຍພື້ນທີ່ Featured
ຮ້ອນໝົດມື້ ແຕ່ບາງເຂດຈະມີຝົນແລະລົມ Featured
ມວນອາກາດເຢັນໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme