ວັກຊິນຊີໂນຟາມ ຈາກລັດຖະບານຈີນ ອີກ 1 ລ້ານໂດສ ມາຮອດລາວ ແລ້ວ

ຂປລ. ລັດຖະບານ ສປ ຈີນ ສືບຕໍ່ໃຫຫ້ການຊ່ວຍເຫລືອ ວັກຊິນປ້ອງກັນໂຄວິດ-19 ອີກ 1 ລ້ານໂດສ ໃຫ້ແກ່ລັດຖະບານລາວ ເຊິ່ງວັກຊິນດັ່ງກ່າວ ໄດ້ມາຮອດສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ ໃນເວລາ 21:17 ໂມງ ຂອງວັນທີ 7 ສິງຫາ 2021. ສ່ວນພິທີມອບ-ຮັບ ຢ່າງເປັນທາງການ ຄາດວ່າຈະໄດ້ຈັດຂຶ້ນໃນມໍ່ໆນີ້.

ວັກຊິນຈຳນວນດັ່ງກ່າວນີ້ ເປັນການຊ່ວຍເຫລືອລ້າ ເພື່ອນຳມາສັກໃຫ້ປະຊາຊົນລາວໃນຂອບເຂດທົ່ວປະເທດ ແນໃສ່ເພື່ອປ້ອງກັນການຕິດເຊື້ອ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນປະເທດ ແລະ ຈະເປັນອີກໜຶ່ງກຳລັງແຮງ ໃນການຊ່ວຍໃຫ້ ສປປ ລາວ ບັນລຸເປົ້າໝາຍການສັກວັກຊີນໃຫ້ໄດ້ 50% ຂອງຈໍານວນປະຊາກອນພາຍໃນທ້າຍປີ 2021.

ຜ່ານມາ, ລັດຖະບານຈີນ ກໍໄດ້ໃຫ້ການຊ່ວຍເຫລືອວັກຊິນ, ອຸປະກອນການແພດ ແລະ ຊ່ຽວຊານ ແກ່ ສປປ ລາວ ເປັນຈຳນວນຫລວງຫລາຍ.

ຂ່າວ-ພາບ: ສິງຄຳ