Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ວາງສີລາລຶກກໍ່ສ້າງອາຄານ ສໍານັກງານກອງບັນຊາການທະຫານອາກາດ

Posted on 05/07/202105/07/2021 By ປະກາດ Pakaad No Comments on ວາງສີລາລຶກກໍ່ສ້າງອາຄານ ສໍານັກງານກອງບັນຊາການທະຫານອາກາດ

ວັນທີ 03 ມິຖຸນາ 2021ນີ້,ໄດ້ຈັດພິທີວາງສີລາລຶກກໍ່ສ້າງອາຄານ,ສໍານັກງານກອງບັນຊາການທະຫານອາກາດໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ປອ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີ ສະຫາຍ ພົນຈັດຕະວາ ຄໍາເຫຼັກ ແສງພະຈັນ ຜູ້ບັນຊາການທະຫານອາກາດ, ສະຫາຍ ພັນເອກ ພິເສດ ຫຼີປິ້ງ ທີ່ປຶກສາທູດຝ່າຍປ້ອງກັນຊາດ ສປຈີນ ປະຈໍາລາວ, ທ່ານ ນາງ ສຸ້ຍ ຈີ້ໝີງ ຄະນະບໍລິຫານກຸ່ມບໍລິສັດຟຣອນທີເອີຜູ້ຮັບເໝົາກໍ່ສ້າງ ພ້ອມດ້ວຍພະນັກງານທີ່ກ້ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ໃນພິທີ ສະຫາຍ ພົນຈັດຕະວາ ຄໍາເຫຼັກ ແສງພະຈັນ ຜູ້ບັນຊາການທະຫານອາກາດໄດ້ກ່າວວ່າ: ໂຄງການກໍ່ສ້າງອາຄານ ກອງບັນຊາການທະຫານອາກາດ ຄັ້ງນີ້ເປັນຈຸດເລີ່ມຕົ້ນ ແລະ ເປັນສັນຍານທີ່ດີຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວເຮົາ ກໍຄືກອງບັນຊາການທະຫານອາກາດໃນການເປັນເຈົ້າປ້ອງກັນນ່ານຟ້າຕາມແນວທາງນະໂຍບາຍທີ່ພັກແລະລັດຖະບານ ໄດ້ກໍານົດໄວ້ນັ້ນຄື: ຫັນກອງທັບເຂົ້າສູ່ແບບແຜນທັນສະໄໝສາມາດຮັບໃຊ້ການບິນ ແລະ ບິນສູ້ຮົບປົກປັກຮັກສານ່ານຟ້າຂອງ ສປປ ລາວ; ການກໍ່ສ້າງອາຄານ,ສໍານັກງານກອງບັນຊາການທະຫານອາກາດໃນຄັ້ງນີ້ແມ່ນການຊ່ວຍເຫຼື່ອ ຮ່ວມມື ລະຫວ່າງ ສປປ ລາວ- ສປຈີນ ,ສໍາລັບກອງບັນຊາການທະຫານອາກາດ ກອງທັບປະຊາຊົນລາວ ແລະ ບໍລິສັດຟຣອນທີອີ ແຫ່ງ ສປ ຈີນ ຜ່ານມາເຄີຍໄດ້ພົວພັນຮ່ວມມືນໍາກັນມາແລ້ວ ແລະ ໄດ້ລົງນາມເຊັນບົດບັນທຶກສັນຍາຮ່ວມກັນໃນໂຄງການກໍ່ສ້າງ,ສໍານັກງານ ກອງບັນຊາການທະຫານອາກາດ, ມີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ໄວ້ເນື້ອເຊື່ອໃຈກັນ ແລະ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ. ສະນັ້ນ, ພິທີວາງສີລາລຶກ ໂຄງການກໍ່ສ້າງອາຄານ,ສໍານັກງານ ກອງບັນຊາການທະຫານອາກາດແມ່ນປະຕິບັດຕາມສັນຍາໄວ້ໃນ ວັນທີ 22 ທັນວາ 2020 ໃຫ້ປະກົດຜົນເປັນຈິງ.

ທ່ານ ນາງ ສຸ້ຍ ຈີ້ໝີງ ໄດ້ກ່າວວ່າ: ສປປ ລາວ ແລະ ສປ ຈີນ ເປັນຄູ່ຮ່ວມມືທາງດ້ານຍຸດທະສາດ, ເປັນເພື່ອນທີ່ສະໜິດສະໜົມໃນເສັ້ນທາງການສ້າງສັງຄົມນິຍົມ ນັບແຕ່ບໍລິສັດ ຟຣອນທີອີ ໄດ້ເຂົ້າມາດໍາເນີນທຸລະກິດຢູ່ ສປປ ລາວໃນ ປີ 2017 ບໍລິສັດ ຟຣອນທີເອີ ໄດ້ເອົາໃຈໃສ່ພົວພັນກັບບັນດາອົງການລັດຖະບານ ແລະ ພາກສ່ວນກ່ຽວຂ້ອງຂອງ ສປປ ລາວ, ໂດຍສະເພາະແມ່ນກະຊວງປ້ອງກັນປະເທດບົນພື້ນຖານການປົກປັກຮັກສາ ແລະ ເສີມຂະຫຍາຍມິດຕະພາບລາວ-ຈີນອັນເປັນມູນເຊື້ອ, ປະສານກັບກະຊວງປ້ອງກັນປະເທດກໍຄືກອງບັນຊາການທະຫານອາກາດເພື່ອປະກອບສ່ວນເຂົ້າໃນວຽກງານການພັດທະນາ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ແລະ ສ້າງສາພັດທະນາສາຍພົວພັນຄູ່ຮ່ວມມືຮອບດ້ານບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈກັນ, ຊ່ວຍເຫຼືອກັນ ແລະ ມີຜົນປະໂຫຍດຮ່ວມກັນ, ສົ່ງເສີມການຈັດຕັ້ງປະຕິບັດພາລະໜ້າທີ່ທາງດ້ານສັງຄົມຂອງບໍລິສັດ ສປຈີນຢ່າງເປັນຈິງ,ປະກອບສ່ວນໃນການພັດທະນາສາຍພົວພັນຮ່ວມມືທີດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມເຈລະຈາທີ່ດີຕໍ່ກັນ.

ຂ່າວຈາກ : ບຸນຊ້ອຍ ແລະ ຈາກກອງທັບປະຊາຊົນລາວ

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ກະຊວງ ສສກ ແລະ ໂຄງການໂອກາດດ້ານການສຶກສາລາວ ຮ່ວມເຊັນບົດບັນທຶກຄວາມເຂົ້າໃຈ ໄລຍະ III
Next Post: ສະພາບ ໂຄວິດ-19 ມື້ນີ້ ຕິດເຊື້ອໃນຊຸມຊົນ 2 ແລະ ນໍາເຂົ້າ 54

Related Posts

ລັອກດ່າວນະຄອນຫຼວງພະບາງແລ້ວ 7- 21/10/2021 Featured
ພະນັກງານທີ່ສວຍໃຊ້ຕຳແໜ່ງເພື່ອຜົນປະໂຫຍດສ່ວນຕົວຖືກໄລ່ອອກວຽກ Featured
ເຕືອນການເດີນທາງ! ລົດພ່ວງຂວາງ ທາງພູເກົ້າຫຼັກ! Featured
ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຈໍາປາສັກ ສັບຊ້ອນພະນັກງານ ບໍລິຫານ ຂ່າວສານບ້ານເມືອງ
ກຽມເສື້ອກັນໜາວເດີອາກາດຈະເຢັນລົງທຸກພາກ Featured
ເສຍຊີວິດ 3 ຕິດເພີ່ມ 2.033 (ນວ 1.077) Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme