Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຂ່າວພະຍາກອນອາກາດ ປະຈໍາວັນ 12/2/2022

Posted on 12/02/202212/02/2022 By ປະກາດ Pakaad No Comments on ຂ່າວພະຍາກອນອາກາດ ປະຈໍາວັນ 12/2/2022

ພະຍາກອນອາກາດ ປະຈໍາວັນທີ 12/02/2022ເວລາ 7:00 ໂມງ

ມວນອາກາດເຢັນຍັງປົກຄຸມຢູ່ເຂດພາກເໜືອ ຫາ ພາກກາງຂອງ ປະເທດລາວ ດ້ວຍກໍາລັງອ່ອນ ສ່ວນພາກໃຕ້ປົກຄຸມດ້ວຍຄວາມກົດດັນ ອາກາດຕໍ່າ ສົມທົບກັບສອງກະແສລົມຕາເວັນຕົກຍັງພັດປົກຄຸມພາກ ເໜືອ ແລະ ກະແສລົມຕາເວັນອອກສ່ຽງໃຕ້ພັດປົກຄຸມພາກກາງ ແລະ ພາກໃຕ້ ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນຢູ່ທົ່ວໄປໃນຕອນເຊົ້າ ແລະ ອາກາດຈະໜາວເຢັນຢູ່ເຂດພາກເໜືອ, ແຂວງໄຊສົມບູນ ແລະ ເຂດ ພູພຽງບໍລະເວນ ພ້ອມມີໝອກບາງປົກຫຸ້ມ ແລະ ຈະມີຝົນຕົກໃນ ລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ໃນແຕ່ລະພາກຕື່ມອີກ.

ພະຍາກອນອາກາດ ແຕ່ເວລາ 7:00 ໂມງຂອງວັນທີ 12/2/2022 ຫາເວລາ 7:00 ໂມງ ວັນທີ 13/2/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມໃນລະຫວ່າງ 09-29 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີ ໝອກບາງປົກຫຸ້ມ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40%. ອຸນຫະພູມ ໃນລະຫວ່າງ 09-35 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກ ໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມໃນລະຫວ່າງ 22-33 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ມີເຝື້ອປົກຫຸ້ມເປັນສ່ວນຫລາຍ ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40%. ອຸນຫະພູມໃນລະຫວ່າງ 16-35 ອົງສາ.

-ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມ ຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງ ໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມໃນ ລະຫວ່າງ 09-27 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມໃນລະຫວ່າງ 17-35 ອົງສາ.

-ເຂດພູພຽງບໍລະເວນ: ອາກາດໜາວເຢັນ ພ້ອມມີໝອກບາງປົກຫຸ້ມ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20%. ອຸນຫະພູມໃນລະຫວ່າງ 13-27 ອົງສາ.

.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ນະຄອນຫຼວງ ແຈ້ງການສືບຕໍ່ປິດຮ້ານບັນເທີງ-ຄາຣາໂອເກະ ລະເມີດ ໃຫ້ລົບລ້າງໃບດຳເນີນທຸລະກິດທັນທີ
Next Post: ແຂວງສະຫວັນນະເຂດແຈ້ງການ ຄ່າປິ່ນປົວໂຄວິດ-19 ຢູ່ໂຮງໝໍພາກສະໜາມ

Related Posts

ສານອວຍພອນປີໃໝ່ລາວ ຈາກປະທານປະເທດ Featured
ລັດຖະບານ ຈະຮັບລັດຖະກອນໃໝ່ປີ 2022 ຈໍານວນ 1.300 ຄົນ Featured
ຄົນເຈັບໂຄວິດທີ່ເຄາະຮ້າຍສອງຄົນຈາກຄໍາມ່ວນແລະວຽງຈັນ Featured
ນໍ້ານົມແມ່ດີທີ່ສຸດສໍາລັບລູກ! ເພື່ອປະເທດຊາດມີປະຊາກອນທີ່ສຸຂະພາບແຂງແຮງສົມບູນ Featured
ລາວແລະລັດເຊຍປຶກສາຫາລືດ້ານການແພດ ໂດຍສະເພາະ ໂຄວິດ-19 Featured
ທົ່ວປະເທດ ປົວດີ 72 ຕິດເພີ່ມ 394 Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme