Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ຄວາມໜາວມາຮອດແລ້ວໂດຍສະເພາະທາງພາກເໜືອ

Posted on 31/10/202131/10/2021 By ປະກາດ Pakaad No Comments on ຄວາມໜາວມາຮອດແລ້ວໂດຍສະເພາະທາງພາກເໜືອ

ພະຍາກອນອາກາດ ເວລາ 7:00 ໂມງເຊົ້າ ວັນທີ 31 ຕຸລາ 2021 ເຖິງເວລາ 7:00 ໂມງເຊົ້າ ວັນທີ 1 ພະຈິກ 2021.

ຄວາມກົດດັນສູງຂອງອາກາດເຢັນ ຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນ ອອກພັດປົກຄຸມ ເຊິ່ງຍັງຈະເຮັດໃຫ້ອາກາດຍັງເຢັນຢູ່ເຂດພາກເໜືອ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ໃນແຕ່ລະພາກ ແລະ ຕົກໃນລະດັບປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ພາກເໜືອ.

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນ ຫາ ໜາວເຢັນໃນຕອນເຊົ້າ, ຈະມີຝົນຕົກໃນລະ ດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຜົ້ງສາລີ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ, ອຸນຫະພູມໃນ ລະຫວ່າງ 17-25 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ, ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລືອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງ ຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ, ອຸນຫະພູມ ໃນລະຫວ່າງ 19-30 ອົງສາ.

ນະຄອນຫລວງວຽງຈັນ: ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດ ແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 30%, ອຸນຫະພູມໃນລະຫວ່າງ 25-33 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນໃນຕອນເຊົ້າ, ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບ ຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງ ຝົນເທົ່າກັບ 30% ຂອງພາກ, ອຸນຫະພູມໃນລະຫວ່າງ 23-34 ອົງສາ.

ແຂວງໄຊສົມບູນ: ອາກາດເຢັນ ຫາ ໜາວເຢັນໃນຕອນເຊົ້າ, ຈະມີຝົນ ຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການ ປົກຫຸ້ມຂອງຝົນເທົ່າກັບ 30% ຂອງແຂວງ, ອຸນຫະພູມໃນລະຫວ່າງ 15-26 ອົງສາ.

ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ຈະມີ ຝົນຕົກໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ, ອຸນຫະພູມໃນ ລະຫວ່າງ 23-35 ອົງສາ.

ສໍາລັບ ເຂດພູພຽງບໍລະເວນ: ຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 30%, ອຸນຫະພູມໃນລະຫວ່າງ 14-28 ອົງສາ.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ສືບຕໍ່ມາດຕະການອີກ 15ມື້
Next Post: ແຂວງຫຼວງພະບາງພົບຜູ້ຕິດເຊື້ອໃໝ່ອີກ40ຄົນ

Related Posts

ປອດໄພໄວ້ກ່ອນແຂວງຫົວພັນຂໍປິດການເຂົ້າອອກແຂວງ Featured
ແຂວງສະຫວັນນະເຂດ ແຈ້ງການ ເລື່ອງການຈັດງານບຸນປະເພນີບຸນເຂົ້າພັນສາ ປະຈຳປີ ພສ 2564 Featured
ບຸນທາດຫຼວງປີນີ້ອານຸຍາດໃຫ້ຈັດສາມມື້ Featured
ເຊົ້າມື້ນີ້ກົມປາສຸຂຶ້ນຝັ່ງທີ່ພາກເໜືອຂອງຫວຽດນາມຮອດລາວແນ່ນອນ Featured
ໜ່ວຍກູ້ຊີບອົງການກາແດງແຂວງວຽງຈັນຊາປະນະກິດກໍລະນີທີ 24 Featured
ສານຂອງທ່ານ ນາຍົກລັດຖະມົນຕີ ເນື່ອງໂອກາດວັນສິ່ງແວດລ້ອມໂລກ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme