Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ໜາວເຢັນຫາໜາວເຢັນຫລາຍໃນແຂວງພາກເໜືອແລະເຂດພູພຽງບໍລະເວນ

Posted on 04/01/202204/01/2022 By ປະກາດ Pakaad No Comments on ໜາວເຢັນຫາໜາວເຢັນຫລາຍໃນແຂວງພາກເໜືອແລະເຂດພູພຽງບໍລະເວນ

ພະຍາກອນອາກາດ ວັນທີ 4 ມັງກອນ 2022 ເວລາ 7:00 ໂມງ

ມວນອາກາດໜາວເຢັນທີ່ມີກໍາລັງປານກາງ ຫາແຮງ ໄດ້ສືບຕໍ່ປົກຄຸມຢູ່ ທົ່ວທຸກພາກຂອງປະເທດລາວ ສົມທົບກັບກະແສລົມຕາເວັນອອກສ່ຽງ ເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດໜາວເຢັນ ຫາ ໜາວເຢັນຫລາຍ ໃນແຂວງພາກເໜືອ ແລະ ເຂດພູພຽງບໍລະເວນ, ສ່ວນພາກກາງ ແລະ ພາກໃຕ້ ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ.

ພະຍາກອນອາກາດ ແຕ່ເວລາ 7:00 ໂມງຂອງວັນທີ 4 ມັງກອນ 2022 ຫາເວລາ 7:00 ໂມງ ວັນທີ 5 ມັງກອນ 2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ ຫາໜາວເຢັນຫລາຍ ພ້ອມມີໝອກບາງ ປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 07-21 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດໜາວເຢັນ ພ້ອມມີໝອກບາງ ປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 11-29 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດເຢັນ ຫາໜາວເຢັນ ພ້ອມມີໝອກບາງ ປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 17-30 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ຫາ ໜາວເຢັນ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນແຂວ ງຄໍາມ່ວນ ແລະ ສະຫວັນນະເຂດ. ອຸນຫະພູມໃນລະຫວ່າງ 15-30 ອົງສາ.

-ແຂວງໄຊສົມບູນ: ອາກາດໜາວເຢັນຫລາຍ. ອຸນຫະພູມໃນລະຫວ່າງ 05-22 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດ ເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 17-31 ອົງສາ.

-ເຂດພູພຽງບໍລະເວນ: ອາກາດໜາວເຢັນ ຫາ ໜາວເຢັນຫລາຍ. ອຸນຫະພູມໃນລະຫວ່າງ 09-23 ອົງສາ.

Featured, ພະຍາກອນອາກາດປະຈໍາວັນ

Post navigation

Previous Post: ເສຍຊີວິດໃໝ່ 11 ອຸດົມໄຊຕິດເພີ່ມຫຼາຍກວ່າໝູ່
Next Post: ຊາວໜຸ່ມແຂວງຫລວງພະບາງ 124 ຄົນ ຖືກຄັດເລືອກໄປເປັນທະຫານ

Related Posts

ເສຍຊີວິດ 813 ຄົນ ຈາກອຸບັດຕິເຫດ 5.576 ຄັ້ງ ໃນປີ 2021 Featured
ພະຍາກອນອາກາດ ປະຈຳວັນທີ 4 ມີຖຸນາ 2021 ເວລາ 7:00 ໂມງເຊົ້າ ພະຍາກອນອາກາດປະຈໍາວັນ
Nissan ALMERA – ຍອດຂາຍກວ່າ 20 ລ້ານຄັນ ນັບຕັ້ງແຕ່ມື້ເປີດໂຕຮອດປັດຈຸບັນ Featured
ກູ້ໄພແຂວງສະຫວັນນະເຂດຂາດເຂີນ ຊຸດ PPE ແລະ ອຸປະກອນຈໍາເປັນ! ວອນຜູ້ໃຈບຸນຊ່ວຍແດ່ Featured
ດ່ານສາກົນນາເພົ້າ ເກັບລາຍຮັບໄດ້ 14 ຕື້ກວ່າກີບໃນໄຕມາດທໍາອິດປີ 2022 Featured
ນວ ອອກແຈ້ງການການນຳໃຊ້ບໍລິການລາວສູ້ສູ້ຜ່ານແອບ LaoKYC Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme