Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ເກີດແຜ່ນດິນໄຫວໃນບໍລິເວນແຂວງຜົ້ງສາລີແລະແຂວງໄຊຍະບູລີ

Posted on 03/11/202103/11/2021 By ປະກາດ Pakaad No Comments on ເກີດແຜ່ນດິນໄຫວໃນບໍລິເວນແຂວງຜົ້ງສາລີແລະແຂວງໄຊຍະບູລີ

ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວ ປະເທດ ໄດ້ລາຍງານວ່າ ໃນວັນທີ 3 ພະຈິກ 2021 ເວລາ 04:09 ແລະ 04:15 ໂມງ ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດລາວ ຈໍານວນ 2 ຄັ້ງ ໃນບໍລິເວນແຂວງຜົ້ງສາລີ ແລະ ແຂວງໄຊຍະບູລີ ລາຍລະອຽດຂອງ ການເກີດແຜ່ນດິນໄຫວມີດັ່ງນີ້

-ໃນເວລາ 04:09:05 ຂອງໂມງທ້ອງຖິ່ນ ຈດສູນກາງເສັ້ນຂະໜານທີ 19.54 ອົງສາເໜືອ ແລະ ເສັ້ນແວງທີ 101.32 ອົງສາຕາເວັນອອກ, ຄວາມແຮງສັ່ນສະເທືອນວັດແທກໄດ້ 2.9 ຣີກເຕີ ເຊິ່ງມີຄວາມເລິກຈາກ ໜ້າດິນປະມານ 5 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ບໍລິເວນ ບ້ານນໍ້າສິບ ເມືອງຫົງສາ ແຂວງໄຊຍະບູລີ ເຊິ່ງຈຸດແຜ່ນດິນໄຫວດັ່ງກ່າວ ແມ່ນຫ່າງຈາກເທສະບານເມືອງຫົງສາ ປະມານ 18 ກິໂລແມັດ.

-ໃນເວລາ 04:15:12 ຂອງໂມງທ້ອງຖິ່ນ ຈດສູນກາງເສັ້ນຂະໜານທີ 21.88 ອົງສາເໜືອ ແລະ ເສັ້ນແວງທີ 101.83 ອົງສາຕາເວັນອອກ, ຄວາມ ແຮງສັ່ນສະເທືອນວັດແທກໄດ້ 3.1 ຣີກເຕີ ມີຄວາມເລິກຈາກໜ້າດິນປະ ມານ 10 ກິໂລແມັດ ຈຸດເກີດແຜ່ນດິນໄຫວ ຢູ່ບໍລິເວນບ້ານແສນດາວໃຕ້ ເມືອງບຸນເໜືອ ແຂວງຜົ້ງສາລີ ເຊິ່ງຈຸດແຜ່ນດິນໄຫວດັ່ງກ່າວແມ່ນຫ່າງ ຈາກເທສະບານເມືອງບຸນເໜືອ ປະມານ 29 ກິໂລແມັດ.

ເຫດການແຜ່ນດິນໄຫວດັ່ງກ່າວເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

Featured, ຂ່າວສານບ້ານເມືອງ, ພະຍາກອນອາກາດປະຈໍາວັນ, ເຕືອນໄພ, ໄພທໍາມະຊາດ

Post navigation

Previous Post: ສະຖິຕິໃໝ່ມື້ນີ້ເພີ່ມ1062ຄົນ
Next Post: ມອບຮັບຢ່າງເປັນທາງການແລ້ວວັກຊິກຫ້າແສນກວ່າໂດສຈາກໂຄແວັກ

Related Posts

ຍີ່ປຸ່ນ ຊ່ວຍສ້າງລະບົບການແຈ້ງເຕືອນໄພນໍ້າຖ້ວມລ່ວງໜ້າ ໃນ 6 ແຂວງຂອງ ສປປ ລາວ Featured
ເພີ່ມ 165ຄົນທີ່ແຂວງຫຼວງພະບາງ Featured
ເສຍຊີວິດ 3 ຕິດເຊື້ອໃໝ່ 324 Featured
ຂ່າວດີ! ບ້ານແດງນະຄອນຫຼວງ ບໍ່ມີແລ້ວ! ແຕ່ທົ່ວປະເທດມີຄົນຕິດເຊື້ອນໍາເຂົ້າ 75 ຄົນ Featured
ກອງປະຊຸມສາມັນຄົບຄະນະຄັ້ງທີ II ສະໄໝທີ V ຂອງຄະນະພັກກະຊວງຖະແຫລງຂ່າວ, ວັດທະນາທຳ ແລະທ່ອງທ່ຽວ Featured
ສຸດປະທັບໃຈ ເກັບຄໍາໄດ້ສາມບາດ ສົ່ງຄືນເຈົ້າຂອງ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme