Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ມອບເງິນ 300 ລ້ານກີບຊ່ວຍວັດຜາໂອສູ້ໄພວິກິດໂຄວິດ

Posted on 18/10/202118/10/2021 By ປະກາດ Pakaad No Comments on ມອບເງິນ 300 ລ້ານກີບຊ່ວຍວັດຜາໂອສູ້ໄພວິກິດໂຄວິດ

ພິທີມອບເງິນ ຈຳນວນ 300 ລ້ານກີບ ໃຫ້ພຣະສົງ ສາມະເນນ ວັດປ່າຜາໂອ ນະຄອນຫລວງພຣະບາງ ໂດຍຜ່ານສູນກາງແນວລາວສ້າງຊາດ ເພື່ອແກ້ໄຂບັນຫາທີຈຳເປັນໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ທີສຳນັກງານສູນກາງແນວລາວສ້າງຊາດ ໃນຕອນແລງເວລາ 18:00 ໂມງ ຂອງວັນທີ 18/10/2021

ໂດຍມີສັກຂີພິຍານຈາກທາງຄະນະສົງ ໂດຍ ພຣະຫຼັກແກ້ວມະຫາສຸເມທາທິບໍດີ ບຸນມາ ສິມມາພົມ ຮັກສາການປະທານສູນກາງ ອ.ພ.ສ ພຣະອາຈານ ພຸດທະສອນ ອ່ອນອົງສາ ປະທານທີ່ປຶກສາຝ່າຍສົງ ມູນນິທີຊ່ອຍເຫລືອຄົນທຸກຍາກ ແຫ່ງ ສ.ປ.ປ.ລາວ ແລະຝ່າຍຄາຣາວາດ ໂດຍ ທ່ານສິລະວົງ ຄຸດໄພທູນ ປະທານແນວລາວສ້າງຊາດ ແມ່ປ້ານາລີ ສີສຸລິດ ພັນລະຍາປະທານປະເທດແຫ່ງ ສ.ປ.ປ.ລາວ.

.

ໂຄງການນີ້ເປັນການຊ່ອຍເຫລືອພຣະສົງ-ສາມະເນນ ຂອງວັດປ່າຜາໂອ ນະຄອນຫລວງພຣະບາງ ທີໄດ້ຮັບຜົນກະທົບຈາກໂຄວິດ ແລະເປັນວັດແດງ ຈຶ່ງເຮັດໃຫ້ບັນດາພຣະສົງ ແລະສາມະເນນທັງຫລາຍ ຖືກກັກບໍລິເວນ ຈຳນວນ 500 ອົງ.

ດັ່ງນັ້ນ ມູນນິທີຈຶ່ງມີການລະດົມທຶນໂດຍການໂຄສະນາຜ່ານສື່ສານມວນຊົນ ໃຫ້ຜູ້ມີສັດທາທັງຫລາຍ ຊ່ອຍບໍລິຈາກ ໂດຍໃຫ້ໂອນເງິນຊ່ອຍຜ່ານບັນຊີຂອງວັດປ່າຜາໂອ

ຂໍສ່ວນບຸນກຸສົນທັງຫລາຍ ທີເປັນຂອງທານແກ້ວ ທານທິບນີ້ ຈົ່ງເປັນບຸນບາຣິມີ ຂໍໃຫ້ທ່ານທັງຫລາຍຈົ່ງບັງເກີດມີແຕ່ຄວາມສຸຂ ຄວາມຈະເຣີນ ເປັນເປັນສິ່ງກັ້ງເປັນສິ່ງບັງໄພອັນຕະລາຍ ໂຣຄາພະຍາດຕ່າງໆ ບໍ່ໃຫ້ມາໃກ້ ນັ້ນເທີ້ນ…

Featured, ການກຸສົນ, ຂ່າວສານບ້ານເມືອງ

Post navigation

Previous Post: ແຂວງຫົວພັນອານຸຍາດເປີດໂຮງຮຽນແລ້ວ
Next Post: ພົບເຫັນໝົດແລ້ວຜູ້ສູນຫາຍຈາກເຫດການເຮືອຫຼົ້ມທີ່ອ່າງນ້ຳໄຜ່

Related Posts

ຕົວເລກຍັງສູງຕິດເພີ່ມ 292 ຊຸມຊົນ 280 Featured
ບໍ່ອະນຸຍາດໃຫ້ວາງຂາຍສິນຄ້າປະເພດຕ່າງໆຊະຊາຍຕາມແຄມທາງເໜືອນທຸກປີຜ່ານມາ ລວມທັງເຂົ້າຫຼາມປິ້ງໄກ່ Featured
ເສຍຊີວິດໃໝ່ 3 ຕິດເຊື້ອເພີ່ມ +315 (ນວ +192) Featured
ພະນັກງານລັດຖະກອນຈໍານວນຫຼາຍຍັງລະເມີດຄໍາສັ່ງ ຄະນະສະເພາະກິດຮຽກຮ້ອງໃຫ້ເປັນແບບຢ່າງແກ່ປະຊາຊົນ Featured
ພະນັກງານຄົນໃດເຮັດຜິດ ຕ້ອງຮັບໂທດທັນທີ ໄຟຟ້າລາວ ຢໍ້້າ! Featured
ຂີ່ລົດຟອດມາພ້ອມຂອງກາງ35ກິໂລກະຣາມ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme