Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ມາແນ່ນອນພາຍຸໄລອອນຣັອກ LIONROCK

Posted on 08/10/202108/10/2021 By ປະກາດ Pakaad No Comments on ມາແນ່ນອນພາຍຸໄລອອນຣັອກ LIONROCK

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນ ພາຍຸເຂດຮ້ອນໄລອອນຣອກ LIONROCK ໄລຍະ 09-12 ຕຸລາ ນີ້

ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ແຈ້ງເຕືອນພາຍຸເຂດຮ້ອນ ວ່າ: ໃນ ເວລາ 8:00 ໂມງຂອງວັນທີ 08 ຕຸລາ 2021 ພາຍຸໝຸນເຂດຮ້ອນ ໄລອອນຣອກ (LIONROCK) ມີຈຸດສູນກາງຢູ່ເສັ້ນຂະໜານທີ 17.6 ອົງສາ ເໜືອ ແລະ ເສັ້ນແວງທີ 110.8 ອົງສາຕາເວັນອອກ ພວມເຄື່ອນທີ່ໃນທິດ ເໜືອ-ຕາເວນຕົກສ່ຽງເໜືອ ໄປຫາເກາະໄຮໜໍາຢ່າງຊ້າໆ ຄາດຄະເນວ່າ ພາຍຸຫົວນີ້ຈະສືບຕໍ່ເຄື່ອນທີ່ຂຶ້ນຝັ່ງທາງພາກເໜືອປະເທດ ໃນໄລຍະວັນທີ 09 ຫາ 10 ຕຸລາ 2021

ຫລັງຈາກຈະອ່ອນກໍາລັງເປັນພາຍຸດີເປລຊັນ ແລະ ເຄື່ອນທີ່ຜ່ານພາກເໜືອ ແລະ ພາກກາງຂອງປະເທດລາວ ໃນໄລຍະວັນທີ 10 ຫາ 11 ຕຸລາ 2021 ນີ້, ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ເຊັ່ນ: ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫລວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫລວງພະບາງ, ໄຊຍະບູລີ, ນະຄອນຫລວງວຽງຈັນ, ໄຊສົມບູນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ ຈະເຮັດໃຫ້ເກີດມີຕົ້ນໄມ້ຫັກລົ້ມ, ຫລັງເຮືອນເປ່ເພ, ນໍ້າຖ້ວມອັ່ງ ແລະ ນໍ້າຖ້ວມຍຶ່ງ ໃນໄລຍະວັນທີ 10 ຫາ 12 ຕຸລາ 2021 ນີ້

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ໂດຍສະເພາະ ຜູ້ທີ່ອາໄສຢູ່ລຽບຕາມຮ່ອມພູ, ເປີ້ນພູ ແລະ ແຄມແມ່ນ້ໍາຕ່າງໆ ຈົ່ງມີສະຕິ ລະມັດລະວັງຕໍ່ສະພາບດິນເຈື່ອນ, ນໍ້າຖ້ວມຊຸ, ນ້ຳຖ້ວມຍື່ງ ແລະ ລົມພັດ ແຮງ ທີ່ຈະເກີດຂຶ້ນໃນໄລຍະນີ້, ພ້ອມທັງກະກຽມຍົກຍ້າຍສິ່ງຂອງ, ວັດຖຸ ທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ, ປອດໄພ ແລະ ຂໍໃຫ້ຕິດຕາມຂ່າວ ພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

.

ຂໍໃຫ້ທຸກຄົນມີສະຕິລະວັງຕົວເດີ

Featured, ຂ່າວສານບ້ານເມືອງ, ພະຍາກອນອາກາດປະຈໍາວັນ, ເຕືອນໄພ

Post navigation

Previous Post: ລາຍລະອຽດຜູ້ເສຍຊີວິດໃໝ່ຈາກເມືອງວັງວຽງ
Next Post: ຄັກສຸດແບບນີ້ລັອກແບບແໜ້ນໜາທີ່ນະຄອນຫຼວງພະບາງ

Related Posts

ແຈ້ງການດ່ວນສັກວັກຊິນເຂັມ 3 ແຂວງສະຫວັນນະເຂດ Featured
ທຸກຄົນຕ້ອງຍົກລະດັບປ້ອງກັນຕົນເອງແລະຄອບຄົວຈາກໂຄວິດ Featured
ອ່ານດ່ວນ! ແຂວງວຽງຈັນອອກຄໍາສັ່ງໃໝ່ຮອດ 8 ຕຸລາ Featured
ມະຫາວິທະຍາໄລທັງ 4 ແຫ່ງ ກຽມເຂົ້າຮ່ວມພິທີໄຂສົກຮຽນໃໝ່ ສົກຮຽນ 2021-2022 ແບບທາງໄກ ໃນວັນທີ 6 ກັນຍາ 2021 Featured
ແຂວງຜົ້ງສາລີ ແຈ້ງມາດຕະການໃໝ່ ຮອດ 16/10/2021 Featured
ດ່ວນທີ່ສຸດ! ນະຄອນຫຼວງວຽງຈັນ ອອກແຈ້ງການໃໝ່ ເພີ່ມມາດຕະການເດັດຂາດ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme