Skip to content
  • Home

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ການຜະລິດຜ້າປິດປາກອະນາໄມ ຕ້ອງເນັ້ນຄຸນນະພາບ

Posted on 10/07/202010/07/2020 By ປະກາດ Pakaad No Comments on ການຜະລິດຜ້າປິດປາກອະນາໄມ ຕ້ອງເນັ້ນຄຸນນະພາບ

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະໄດ້ລົງຕິດຕາມການຜະລິດຜ້າປິດປາກອະນາໄມ ຢູ່ໂຮງງານຜະລິດຜ້າປິດປາກອະນາໄມໄອໂຊລອຍ ແລະ ໂຮງງານຜະລິດຜ້າປິດປາກອະນາໄມ ນານາຊິນ ຕັ້ງຢູ່ ບ້ານ ດົງນາທອງ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນມື້ວານນີ້ ວັນທີ 8 ກໍລະກົດ 2020.

ທ່ານ ຮອງນາຍົກລັດຖະມົນຕີ ໄດ້ກ່າວເນັ້ນໃຫ້ບັນດາ ໂຮງງານຜະລິດເອົາໃຈໃສ່ສືບຕໍ່ປັບປຸງລະບົບການຜະລິດໃຫ້ມີຄວາມເປັນລະບຽບ ພ້ອມທັງຕ້ອງມີວິຊາການຊ່ຽວຊານມາໃຫ້ການແນະນຳການຜະລິດເພື່ອໃຫ້ການຜະລິດໄດ້ຮັບຄຸນນະພາບສູງສຸດຮັບປະກັນໃຫ້ສາມາດນຳໃຊ້ເຂົ້າໃນການປ້ອງກັນເຊື້ອພະຍາດຕ່າງໆ, ໃຫ້ປະສານງານກັບກະຊວງສາທາລະນະສຸກເພື່ອກວດກາ ແລະ ອະນຸຍາດມາດຕະຖານຄຸນນະພາບຂອງຜະລິດຕະພັນເພື່ອກ້າວໄປເຖິງການນຳອອກຈຳ ໜ່າຍ ນອກຈາກນັ້ນ ຕ້ອງໄດ້ເອົາໃຈໃສ່ຄວບຄຸມລາຄາຈຳໜ່າຍໃຫ້ມີລາຄາສົມເຫດສົມຜົນເພື່ອໃຫ້ປະຊາຊົນລາວໄດ້ຊົມໃຊ້ຜະລິດຕະພັນຜ້າປິດປາກທີ່ຜະລິດຢູ່ພາຍໃນ.

ໂຮງງານຜະລິດຜ້າປິດປາກອະນາໄມໄອໂຊລອຍໄດ້ເລີ່ມການສ້າງຕັ້ງຂື້ນໃນຕົ້ນປີ 2020, ໄດ້ນຳເຂົ້າເຄື່ອງຈັກທີ່ທັນສະໄໝ ແລະ ມີມາດຕະຖານສູງຈາກ ສປ ຈີນ, ປະກອບມີ: ເຄື່ອງຈັກຜະລິດຜ້າອັດປາກສາມຊັ້ນຈຳນວນ 2 ເຄື່ອງ, ເຄື່ອງຍິບສາຍເກາະຫູແບບອໍໂຕມາຕິກຈຳນວນ 1 ເຄື່ອງ, ເຄື່ອງຍິບສາຍເກາະຫູແບບໃຊ້ແຮງງານຄົນຈຳນວນ 1 ເຄື່ອງ, ເຄື່ອງຈັກຂ້າເຊື້ອຈຳນວນ 1 ເຄື່ອງ, ເຄື່ອງຈັກຫຸ້ມຫໍ່ຈຳນວນ1ເຄື່ອງ, ເຄື່ອງຈັກຍິງກາໂລໂກ້ຈຳນວນ 1 ເຄື່ອງ ໂດຍທາງໂຮງງານໄດ້ເນັ້ນການຜະລິດຜ້າອັດປາກ ອັດດັງເພື່ອການຈຳໜ່າຍພາຍໃນ ແລະ ຕ່າງປະເທດໂດຍຈະເນັ້ນການຈຳໜ່າຍພາຍໃນເປັນສ່ວນໃຫຍ່.

ປັດຈຸບັນ, ໂຮງງານແມ່ນຍັງຢູ່ໃນຂັ້ນຕອນເປີດທົດລອງການຜະລິດ, ນໍາໃຊ້ແຮງງານຜະລິດທັງໝົດ 8 ຄົນ, ຄວາມອາດສາມາດໃນການຜະລິດ 3 – 4 ແສນອັນຕໍ່ມື້ ແລະ ມີຄວາມພ້ອມໃນການຕອບສະໜອງຄວາມຕ້ອງການຂອງສັງຄົມລາວ ແລະ ຕ່າງປະເທດ ຊຶ່ງປັດຈຸບັນແມ່ນກຳລັງຢູ່ໃນຂັ້ນຕອນການຂໍອະນຸຍາດໃບຢັ້ງຢືນດ້ານຄຸນນະພາບຈາກກະຊວງສາທາລະນະສຸກ.

ສະເພາະ ໂຮງງານຜະລິດຜ້າປິດປາກອະນາໄມນານາຊິນ, ປັດຈຸບັນແມ່ນໄດ້ຕິດຕັ້ງເຄື່ອງຜະລິດ 1 ເຄື່ອງ, ສຳລັບວັດຖຸການຜະລິດນຳເຂົ້າຈາກປະເທດໄທ ແລະ ພວມຢູ່ໃນຂັ້ນຕອນທົດລອງການຜະລິດ ແລະ ຕິດຕັ້ງເຄື່ອງຂ້າເຊື້ອສຳລັບພະນັກງານທີ່ຈະເຂົ້າໄປຜະລິດ,  ພ້ອມທັງຂໍໃບຢັ້ງຢືນມາດຕະຖານດ້ານຄຸນນະພາບຈາກກະຊວງສາທາລະນະສຸກ ຄາດວ່າຈະເລີ່ມເປີດການຜະລິດຜ້າປິດປາກອະນາໄມຍີ່ຫໍ້ NNUP ອອກສູ່ສັງຄົມໃນທ້າຍເດືອນກໍລະກົດນີ້ ເຊິ່ງຄວາມອາດສາມາດໃນການຜະລິດແມ່ນ 1 ນາທີຕໍ່ 80 ອັນໂດຍຈະຈຳໜ່າຍຢູ່ພາຍໃນ 30% ສ່ວນທີ່ເຫຼືອແມ່ນສົ່ງອອກຕ່າງປະເທດ.

ຂ່າວສານບ້ານເມືອງ

Post navigation

Previous Post: ອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ອອກແຈ້ງການ ກໍານົດລາຄາຂາຍເຂົ້າ
Next Post: ປະທານປະເທດ ລົງຢ້ຽມຢາມ ແລະ ຕິດຕາມຄວາມຄືບໜ້າ ໂຄງການກໍ່ສ້າງຊົນລະປະທານ ອ່າງເກັບນໍ້າຍອດຫ້ວຍທ່າຮາວ

Related Posts

ພະນັກງານທີ່ສວຍໃຊ້ຕຳແໜ່ງເພື່ອຜົນປະໂຫຍດສ່ວນຕົວຖືກໄລ່ອອກວຽກ Featured
ດີໃຈບໍ່ ນະຄອນຫຼວງວຽງຈັນ ເປີດຂາຍນໍ້າມັນ 70 ປໍ້າມື້ນີ້ Featured
ສະເຫລີມສະຫລອງວັນສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດລາວ ຄົບຮອບ 60 ປີ ຂ່າວສານບ້ານເມືອງ
ພົບຄົນຕິດເຊື້ອ ໂຄວິດ-19 ອີກ 4 ຄົນ ຖະແຫຼງຂ່າວ ວັນທີ 10 ມິຖຸນາ 2021 Featured
ຂໍ້ມູນຄົນຕິດເຊື້ອໃໝ່ 6 ຄົນ ນະຄອນຫຼວງວຽງຈັນ Featured
ລັດຖະບານ ເລັ່ງຂຶ້ນບັນຊີລົດລັດ ສະສາງລົດເກົ່າ ແລະ ຖອນຄືນຈຳນວນໜຶ່ງ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme