Skip to content

ປະກາດ Pakaad

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

  • ໜ້າຫລັກ
  • ຂ່າວສານບ້ານເມືອງ
  • ລັດຖະບານ
  • ທຸລະກິດ
  • ວັດທະນະທໍາ
  • ການກຸສົນ
  • ທ່ອງທ່ຽວ
  • Toggle search form

ນັກໂທດຕິດໂຄວິດ-19 ເສຍຊີວິດອີກ 1​ ຄົນ ລວມເປັນ 14 ຄົນແລ້ວ

Posted on 30/08/202130/08/2021 By ປະກາດ Pakaad No Comments on ນັກໂທດຕິດໂຄວິດ-19 ເສຍຊີວິດອີກ 1​ ຄົນ ລວມເປັນ 14 ຄົນແລ້ວ

ຕາມການຖະແຫຼງຂ່າວ ຈາກ ຄະນະສະເພາະກິດ ໃນເຊົ້າວັນທີ 30 ສິງຫາ 2021​ ນີ້ວ່າ, ສປປ ລາວ ໄດ້ມີຄົນຕິດເຊື້ອ ໂຄວິດ-19 ໄດ້ເສຍຊີວິດ ລວມເປັນ 14 ຄົນແລ້ວ, ເຊິ່ງ ກໍລະນີທີ 13 ແລະ 14 ຈາກແຂວງສະຫວັນນະເຂດ. ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 14,816 ຄົນ, ຄົນເຈັບເສຍຊີວິດສະສົມ 14 ຄົນ (ໃໝ່ 2 ຄົນ ຈາກສະຫວັນນະເຂດ) ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5,040 ຄົນ.

ລາຍລະອຽດ ຜູ້ເສຍຊີວິດ 2 ຄົນ ຢູ່ແຂວງສະຫວັນນະເຂດ:

ຜູ້ທີ 1: ເພດຊາຍ, ອາຍຸ 33 ປີ, ບ້ານ ຕາກແດດ, ເມືອງ ໄຊພູທອງ, ແຂວງສະຫວັນນະເຂດ, ປະຈຸບັນເປັນຜູ້ຖືກຂັງ ຢູ່ສະຖານຄຸມຂັງ ແຂວງສະຫວັນນະເຂດ, ເລີ້ມມີອາການ 25 ສິງຫາ 2021 ແລະ ເສຍຊີວິດໃນວັນທີ 29 ສິງຫາ 2021.

ຜູ້ທີ 2: ເພດຍິງ, ອາຍຸ 74 ປີ, ອາຊີບ ແມ່ເຮືອນ, ບ້ານ ລັດຕະລັງສີໃຕ້, ນະຄອນໄກສອນ, ແຂວງສະຫວັນນະເຂດ, ຜູ້ກ່ຽວມີພະຍາດປະຈໍາຕົວ ຄວາມດັນເລືອດສູງ, ເຂົ້າຮັບການປິ່ນປົວຢູ່ໂຮງໝໍ ໃນວັນທີ 27 ສິງຫາ 2021 ແລະ ເສຍຊີວິດ ໃນວັນທີ 29 ສິງຫາ 2021.

ສະແດງຄວາມເສຍໃຈກັບເຫດການຄັ້ງນີ້.

 ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 29 ສິງຫາ 2021 ໄດ້ກວດວິເຄາະທັງໝົດ 2,212 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 155 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 15 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື: ບໍ່ແກ້ວ 3 ຄົນ, ຫຼວງນ້ຳທາ 1 ຄົນ, ແຂວງວຽງຈັນ 1 ຄົນ, ສາລະວັນ 1 ຄົນ, ສະຫວັນນະເຂດ 9 ຄົນ.

ສ່ວນ ກໍລະນີນໍາເຂົ້າ ມີ 140 ຄົນ ຈາກ ນະຄອນຫຼວງ 5 ຄົນ, ຫຼວງພະບາງ 1 ຄົນ, ຄຳມ່ວນ 14 ຄົນ, ສາລະວັນ 48 ຄົນ, ສະຫວັນນະເຂດ 19 ຄົນ ແລະ ຈຳປາສັກ 53 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.

Featured, ຂ່າວສານບ້ານເມືອງ

Post navigation

Previous Post: ບ້ານເຂດແດງ ນະຄອນຫຼວງວຽງຈັນ 30​ ສິງຫາ 2021 ມີ 13 ບ້ານ ໃນ 4 ເມືອງ
Next Post: ດ່ວນ! ຫຼວງພະບາງ ສັ່ງໂຈະການເປີດໂຮງຮຽນ

Related Posts

2 ທັນວາ ຄົບຮອບ 46 ປີ ໝັ້ນຍືນ Featured
ທ່ານ ນາຍົກລັດຖະມົນຕີ ໂອ້ລົມ ແລະ ຊີ້ນຳ ຕໍ່ກອງປະຊຸມວຽກງານໂຍທາທິການ ແລະ ຂົນສົ່ງ Featured
ແຜ່ນດິນໄຫວທີ່ເມືອງຍອດອຸວັດແທັກໄດ້ 4,8 ຣິກເຕີ ຂ່າວສານບ້ານເມືອງ
ຕິດເຊື້ອໃນ ຊຸມຊົນ ທີ່ ນະຄອນຫຼວງ +7 ແລະ ທ່ົວປະເທດ +13 Featured
ໂຮງຮຽນ ມຕົ້ນ ສົງ ເມືອງຫົງສາ ໄດ້ຮັບອຸປະກອນການຮຽນ ຂ່າວສານບ້ານເມືອງ
ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ໄດ້ຮັບການແຕ່ງຕັ້ງເປັນອະທິການບໍດີ ມຊ Featured

Leave a Reply Cancel reply

Your email address will not be published. Required fields are marked *

Copyright © 2023 ປະກາດ Pakaad.

Powered by PressBook Grid Blogs theme